ຕົວເລກ CPI ໄດ້ມີການປັບຕົວຂຶ້ນສົ່ງຜົນໃນທາງບວກຕໍ່ຕະຫຼາດຮຸ້ນ ແຕ່ສົ່ງຜົນໃຫ້ລາຄາຂອງ Bitcoin ແລະ Ethereum ຫຼຸດລົງຢ່າງຮຸນແຮງ


ໃນວັນທີ 14 ພະຈິກທີ່ຜ່ານມາ ສຳນັກງານສະຖິຕິແຮງງານຂອງສະຫະລັດ ໄດ້ອອກມາລາຍງານດັດຊະນີລາຄາຜູ້ບໍລິໂພກ (CPI) ເຊິ່ງເປັນດັດຊະນີທີ່ສະແດງໃຫ້ເຫັນເຖິງທ່າອ່ຽງການຊື້ຂອງຜູ້ບໍລິໂພກ ແລະ ອັດຕາເງິນເຟີ້ທີ່ເກີດຂຶ້ນໃນປະເທດ, ໂດຍ CPI ໄດ້ມີການປັບຕົວຂຶ້ນໃນຄືນຂອງວັນອັງຄານທີ່ຜ່ານມາ.

ຕົວເລກ CPI ໄດ້ປັບຕົວເພີ່ມຂຶ້ນ 3.2% ໃນເດືອນຕຸລາທີ່ຜ່ານມາ, ແຕ່ຕົວເລກດັ່ງກ່າວຍັງຕໍ່າກວ່າຄວາມຄາດຫວັງຂອງນັກລົງທຶນທີ່ 3.3% ຂອງປີຕໍ່ປີ, ຈາກ 3.7% ໃນເດືອນກັນຍາ. ໃນສ່ວນດັດຊະນີ CPI ພື້ນຖານເຊິ່ງບໍ່ນັບລວມໃນໝວດອາຫານ ແລະ ພະລັງງານກໍໄດ້ມີການປັບຕົວຂຶ້ນຢູ່ທີ່ 4.0% ໃນເດືອນຕຸລາ, ແຕ່ຕໍ່າກວ່າຄວາມຄາດຫວັງຂອງນັກວິເຄາະທີ່ໄດ້ຄາດການໄວ້ທີ່ 4.1% ຈາກລະດັບ 4.1% ໃນເດືອນກັນຍາ.

ນອກຈາກນັ້ນ, ດັດຊະນີລາຄາຜູ້ບໍລິໂພກປະຈໍາເດືອນ ແລະ ປະຈໍາປີຫຼຸດລົງ 1% ຈາກຄາດວ່າ 0.2% ແລະ 4% ຕາມລໍາດັບ, ດັດຊະນີລາຄາຕໍ່າກວ່າທີ່ຄາດໄວ້ ສະແດງໃຫ້ເຫັນວ່າມູນຄ່າຂອງ USD ໄດ້ຫຼຸດລົງ ແລະ ມີໂອກາດທີ່ Federal Reserve (FED) ຍັງຈະຫຼຸດລົງອັດຕາດອກເບ້ຍ.

ໂດຍໃນປັດຈຸບັນ, Federal Reserve ໄດ້ຕັດສິນໃຈທີ່ຈະຮັກສາອັດຕາດອກເບ້ຍໃນເດືອນນີ້ຢູ່ທີ່ 5.25% ຫາ 5.50%, ເຊິ່ງຖືວ່າເປັນການຢຸດຊົ່ວຄາວ. ຫຼັງຈາກປັບອັດຕາດອກເບ້ຍຕະຫຼອດເຄິ່ງປີທີ່ຜ່ານມາເພື່ອຫຼຸດຜ່ອນອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງສຸດໃນຮອບ 40 ປີຢູ່ທີ່ 9.1%.

ການປະກາດຕົວເລກ CPI ໃນຄັ້ງນີ້ມີຜົນດີຕໍ່ຕະຫຼາດຮຸ້ນ ແຕ່ກັບສົ່ງຜົນກະທົບຢ່າງຮຸນແຮງຕໍ່ກັບ Bitcoin ແລະ Etheruem, ສົ່ງຜົນໃຫ້ລາຄາຂອງຫຼຽນຫຼຸດລົງໄປແຕະ 34,700 ໂດລາ ແລະ 1,933 ໂດລາຕາມລໍາດັບ.

ຢ່າງໃດກໍຕາມ, ເຖິງແມ່ນວ່າຕົວເລກ CPI ເບິ່ງຄືວ່າຈະດີກວ່າທີ່ຄາດການໄວ້ ແຕ່ຊາວອາເມຣິກາສ່ວນໃຫຍ່ຍັງຮູ້ສຶກວ່າອັດຕາເງິນເຟີ້ໃນປະເທດຍັງສູງຢູ່ ແລະ ການທີ່ຕົວເລກ CPI ຕໍ່າກວ່າທີ່ຄາດການໄວ້ອາດເປັນໄປໄດ້ວ່າ ອັດຕາເງິນເຟີ້ຈະຊະລໍຕົວລົງ ເຊິ່ງນີ້ອາດຈະເຮັດໃຫ້ Fed ຈະຊະລໍການເພີ່ມອັດຕາດອກເບ້ຍຂຶ້ນ ນີ້ເຮັດຈະສົ່ງຜົນກະທົບທາງບວກຕໍ່ລາຄາຂອງ Bitcoin ໃນໄລຍະຍາວ.

ອີງຈາກ coinmarketcap, ລາຄາຂອງ Bitcoin ແລະ Etheruem ໃນຂະນະທີ່ຂຽນຢູ່ທີ່ 35,748 ໂດລາ ແລະ 1,985 ໂດລາຕາມລໍາດັບ

ທີ່ມາ:

siamblockchain

infoquest

decrypt

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/