ຕຸຣເຄຍ  ປັບຄ່າແຮງຂັ້ນຕ່ຳຂຶ້ນ ຫຼັງຈາກເງິນເຟີ້ໃນຮອບ 24 ປີ


ອັດຕາເງິນເຟີ້ລາຍປີຂອງຕຸຣເຄຍປັບຕົວຂຶ້ນເລັກໜ້ອຍສູ່ 61.98% ໃນເດືອນພະຈິກ ເຊິ່ງເປັນລະດັບສູງສຸດໃນປີ 2023 ແຕ່ຕ່ຳກວ່າການຄາດການເລັກໜ້ອຍ ເຊິ່ວສົ່ງສັນຍານວ່າວົງຈອນການປັບຂຶ້ນອັດຕາດອກເບ້ຍຂອງຕຸຣເຄຍອາດເລີ່ມຊະລໍຄວາມຕ້ອງການແລ້ວ.

ເງິນເຟີ້ຕຸຣເຄຍເພີ່ມຂຶ້ນຫຼັງເກີດວິກິດຄ່າເງິນໃນທ້າຍປີ 2021 ກ່ອນເພີ່ມສູງຂຶ້ນລະດັບສູງສຸດໃນຮອບ 24 ປີ ໃນ 85.5% ໃນເດືອນຕຸລາ ປີທີ່ຜ່ານມາ. ໃນຂະນະທີ່ປີດຽວກັນນີ້ສະກຸນເງິນອ່ອນຄ່າລົງແລ້ວປະມານ 35% ເຊິ່ງຊ້ຳເຕີມວິກິດຄ່າຄອງຊີບທີ່ຊາວຕຸຣເຄຍພົບຢູ່ແລ້ວ.

ຂໍ້ມູນຈາກ: Infoquest

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/