ຕຳຫຼວດໄທ ບຸກຈັບໂຮງງານຜະລິດລູກຊີ້ນເຖື່ອນ 9 ຍີ່ຫໍ້ ສົ່ງຂາຍເຂດໃກ້ຄຽງ


ເມື່ອວັນທີ 22 ມັງກອນທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດຂອງປະເທດໄທ ພ້ອມດ້ວຍເຈົ້າໜ້າທີ່ສຳນັກງານຄະນະກຳມະການອາຫານ ແລະ ຢາ ໄດ້ເຂົ້າບຸກໂຮງງານລູກຊີ້ນເຖື່ອນໃນເຂດແຂວງປະທຸມທານີ ພົບເຫັນ 2 ຈຸດ ແລະ ຢຶດຂອງກາງກວ່າ 30 ລາຍການ ມູນຄ່າຫຼາຍກວ່າ 210,000 ບາດ ຫຼື ຄິດເປັນເງິນກີບປະມານ 140 ລ້ານກີບ.

ຈາກການຄົ້ນພົບ 2 ຈຸດນັ້ນ ກວາດຢຶດລູກຊີ້ນຍີ່ຫໍ້ຕ່າງໆຫຼາຍກວ່າ 2400 ຖົງ ມີເຄື່ອງຈັກບັນຈຸ ແລະ ສ່ວນປະສົມຕ່າງໆທີ່ໃຊ້ຜະລິດລູກຊີ້ນຫຼາຍກວ່າ 31 ລາຍການ ໂດຍຄັ້ງນີ້ກວດພົບລູກຊີ້ນບໍ່ມີຍີ່ຫໍ້ ແລະ ມີຍີ່ຫໍ້ລວມ 9 ຍີ່ຫໍ້:

ລູກຊີ້ນໝູກາຕີ໋ໃຫຍ່ (ลูกชิ้นหมูตราตี๋ใหญ่)

ລູກຊີ້ນໝູເມືອງທອງກາໂກດີ KODEE (ลูกชิ้นหมูเมืองทองตราโกดี KODEE)

ລູກຊີ້ນໝູເມືອງທອງກາທີ.ເຄ (ลูกชิ้นหมูเมืองทองตราที.เค)

ລູກຊີ້ນໝູກາຕີ໋ເລັກ (ลูกชิ้นหมูตราตี๋เล็ก)

ລູກຊີ້ນງົວກາຕີ໋ໃຫຍ່ (ลูกชิ้นเนื้อตราตี๋ใหญ่)

ລູກຊີ້ນງົວກາເຮງ (ลูกชิ้นเนื้อตราเฮง)

ລູກຊີ້ນງົວກາເມືອງເອກ (ลูกชิ้นเนื้อตราเมืองเอก)

ລູກຊີ້ນໝູ AR (ลูกชิ้นหมู AR)

ຊາຍ 2 ລູກຊີ້ນໝູ (ชาย 2 ลูกชิ้นหมู)

ທັງນີ້ ຕາມລາຍງານນັ້ນໄດ້ລະບຸວ່າ ລູກຊີ້ນທີ່ບໍ່ໄດ້ມາດຕະຖານໄດ້ຖືກສົ່ງຂາຍຕາມຕະຫຼາດສົດໃນພື້ນທີ່ບໍລິເວນແຂວງ ປະທຸມທານີ, ກຸງເທບ ແລະ ບໍລິເວນພື້ນທີ່ໃກ້ຄຽງເປັນຕົ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/