ຕະຫຼາດ crypto ຜັນຜວນຢ່າງຮຸນແຮງ! ລາຄາ Bitcoin ປັບຖານ ຫຼັງແຕະລະດັບສູງສຸດໃໝ່ທີ່ 70,000 ໂດລາພຽງໄລຍະສັ້ນໆ


ເຖິງແມ່ນວ່າລາຄາຂອງ Bitcoin ບໍ່ດົນມານີ້ໄດ້ຫຼຸດລົງຢ່າງຮຸນແຮງຈົນຕໍ່າກວ່າລະດັບ 60,000 ໂດລາ, ສົ່ງຜົນໃຫ້ຕະຫຼາດ crypto ໄດ້ກັບມາຊົບເຊົາອີກຄັ້ງ.

ແຕ່ວ່າບໍ່ດົນຫຼັງຈາກນັ້ນ, ລາຄາຂອງ Bitcoin ໄດ້ຟື້ນຕົວອີກເທື່ອໜຶ່ງ ແລະ ສາມາດຮັກສາແນວໂນ້ມຂາຂຶ້ນຂອງຕົນເອງໄວ້ໄດ້, ສົ່ງຜົນໃຫ້ລາຄາຂອງຫຼຽນໃນປັດຈຸບັນໄດ້ທໍາລາຍລະດັບສູງສຸດເປັນປະຫວັດສາດທີ່ 70,000 ໂດລາອີກຄັ້ງ.

ແຕ່ຂ່າວດີສຳລັບຊາວ crypto ກໍມາໄວແລ້ວກໍໄປໄວເຫຼືອເກີນ, ຫຼັງຈາກທີ່ Bitcoin ໄດ້ທຳລາຍກຳແພງອຸປະສັກທາງຈິດຕະວິທະຍາທີ່ລະດັບ 70,000 ໂດລາ ແຕ່ກໍບໍ່ສາມາດຢູ່ເໜືອລະດັບນັ້ນໄດ້ດົນ, ເຮັດໃຫ້ລາຄາຫຼຸດລົງຢ່າງໄວວາ 5% ແລະແຕະລະດັບ 66,600 ໂດລາ.

ດ້ວຍປັດໄຈການຜັນຜວນທີ່ຮຸນແຮງທີ່ຢູ່ໃກ້ກັບລະດັບສູງສຸດປະຫວັດສາດ. ເຮັດໃຫ້ຍອດເງິນທັງໝົດ 240 ລ້ານໂດລາຖືກຊໍາລະພາຍໃນໜຶ່ງຊົ່ວໂມງຂອງການຊື້ຂາຍ. ຂໍ້ມູນຈາກ CoinGlass ຍັງຊີ້ໃຫ້ເຫັນວ່າໃນຕົ້ນອາທິດນີ້, ບັນຊີ position ທີ່ມີມູນຄ່າຫຼາຍເຖິງ 1.2 ຕື້ໂດລາໄດ້ຖືກຊໍາລະ.

ອີກໜຶ່ງປັດໄຈທີ່ສົ່ງຄວາມກົດດັນຕໍ່ຕະຫຼາດກໍຄື ການວາງຄໍາສັ່ງຂາຍເກືອບ 1,000 BTC ໃນກະດານເທຣດເຊັ່ນ Binance ແລະ OKX ເຊິ່ງມີມູນຄ່າປະມານ 70 ລ້ານໂດລາສະຫະລັດ, ນີ້ໄດ້ກາຍເປັນອຸປະສັກອັນໃຫຍ່ຫຼວງທີ່ຈະດຶງລາຄາຂອງຫຼຽນບໍ່ໃຫ້ເພີ່ມຂຶ້ນຕື່ມອີກ, ຫຼັງຈາກທີ່ Bitcoin ໄດ້ຜ່ານລະດັບ 70,000 ໂດລາ. ເຊິ່ງແຮງຕ້ານນີ້ແມ່ນປັດໄຈສໍາຄັນທີ່ເຮັດໃຫ້ລາຄາຫຼຸດລົງ.

ລາຄາທີ່ຜັນຜວນຢ່າງຮຸນແຮງນີ້ໄດ້ສ້າງຄວາມຄິດເຫັນທີ່ແຕກຕ່າງກັນໃນລະຫວ່າງຜູ້ຊ່ຽວຊານດ້ານ crypto ໃນ social media, ໂດຍນັກວິເຄາະ Crypto Michaël van de Poppe ໄດ້ໂພສລົງໃນແພລັດຟອມ X ກ່ຽວກັບຄວາມກັງວົນຂອງລາວຕໍ່ກັບທິດທາງໃນອະນາຄົດຂອງ Bitcoin, ໂດຍໄດ້ເນັ້ນໜັກເຖິງສະພາບຄ່ອງທີ່ຫຼຸດລົງໃນໄລຍະເວລານີ້ ແລະ ຜົນກະທົບທີ່ອາດຈະເກີດຂຶ້ນຈກາຂໍ້ມູນທາງເສດຖະກິດເຊັ່ນ: ອັດຕາການວ່າງງານທີ່ສູງກວ່າທີ່ຄາດການໄວ້.

ນອກຈາກນີ້, Michaël van de Poppe ຍັງໄດ້ແນະນໍາອີກວ່າ ການປັບຖານຂອງລາຄາ Bitcoin ອາດຈະເພີ່ມຂຶ້ນຈາກຂ່າວໃນເຊີງລົບ, ໃນຂະນະທີ່ໄລຍະເວລາການພັກຖານຂອງ Bitcoin ອາດເປັນໂອກາດດີສໍາລັບ altcoins

ໃນຂະນະດຽວກັນ, Jelle ນັກລົງທຶນ crypto ກໍສະເໜີຄວາມຄິດເຫັນທີ່ແຕກຕ່າງກັນໃນແພລັດຟອມ X ໂດຍການຕັ້ງຄໍາຖາມວ່າ ການເທຂາຍທີ່ໄວວາໃນຕອນທີ່ລາຄາຂອງຫຼຽນຂຶ້ນໄປແຕະລະດັບສູງສຸດນັ້ນ, ມັນຈຳເປັນຕ້ອງໝາຍຄວາມວ່າຈະເປັນສັນຍານທີ່ບົ່ງບອກເຖິງຂາລົງສະເໝີໄປບໍ?

Jelle ໄດ້ແນະນໍາວ່າການຂາຍເຫຼົ່ານີ້ອາດຈະເປັນພຽງ “test pumps” ເພື່ອວັດ sentiment ຂອງຕະຫຼາດ, ແລະ ລາຄາຂອງ Bitcoin ກໍອາດຈະເພີ່ມຂຶ້ນໄປແຕະລະດັບ 70,000 ໂດລາອີກຄັ້ງໃນອະນາຄົດກໍເປັນໄດ້.

ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ໃນຕະຫຼາດໄດ້ມີການຊື້ຂາຍກັນຢູ່ທີ່ 68,646 ໂດລາ, ເຊິ່ງເພິ່ມຂຶ້ນ 1.73 ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຕາມຂໍ້ມູນຈາກ coinmarketcap.

ທີ່ມາ:

siamblockchain

benzinga

coinglass

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/