ຕະຫຼາດ Crypto ປະເຊີນກັບແຮງເທຂາຍ! ເງິນທຶນໄຫຼອອກ 1.2 ຕື້ໂດລາ ແຕ່ Altcoins ບາງຕົວກັບມີການເຕີບໂຕຂຶ້ນຢ່າງຫຼວງຫຼາຍ


ຜະລິດຕະພັນການລົງທຶນຂອງສະກຸນເງິນ Cryptocurrency ປະເຊີນກັບເງິນທຶນໄຫຼອອກມູນຄ່າ 584 ໃນອາທິດທີ່ຜ່ານມາ. ເມື່ອບວກກັບເງິນທຶນທີ່ໄຫຼອອກຈາກອາທິດທີ່ຜ່ານມາ, ສົ່ງຜົນໃຫ້ຕະຫຼອດໃນສອງອາທິດທີ່ຜ່ານມາ ມີເງິນທືນໄຫຼອອກຈາກຜະລິດຕະພັນການລົງທຶນເຫຼົ່ານີ້ເປັນຈຳນວນທັງໝົດປະມານ 1.2 ຕື້ໂດລາ. ແລະເຖິງແມ່ນວ່າຈະມີການໄຫຼອອກຈາກຕະຫຼາດ Crypto, ແຕ່ການລົງທຶນໃນ altcoins ບາງຕົວກັບສວນກະແສ ແລະ ມີການເຕີບໂຕຢ່າງຫຼວງຫຼາຍໃນໄລຍະທີ່ຜ່ານມາ.

ອີງຕາມບົດລາຍງານປະຈຳອາທິດ “Digital Asset Fund Flows” ຈາກ CoinShares ລະບຸວ່າ ການໄຫຼອອກເຫຼົ່ານີ້ອາດຈະເປັນຍ້ອນ “ທັດສະນະໃນແງ່ລົບ” ຂອງນັກລົງທຶນຕໍ່ການທີ່ທະນາຄານກາງສະຫະລັດ (Federal Reserve) ຈະມີການປັບຫຼຸດອັນຕາດອກເບ້ຍທີ່ຈະມາເຖິງໃນທ້າຍປີນີ້

ໃນລາຍ​ງານໄດ້ໃຫ້​ລາຍ​ລະ​ອຽດ​ວ່າ ຜະລິດຕະພັນການລົງທຶນທີ່ສະເໜີການລົງທຶນໃນ Bitcoin ໄດ້ເຫັນການໄຫຼອອກຂອງເງິນທຶນມູນຄ່າ 630 ລ້ານໂດລາ, ໃນຂະນະທີ່ຜະລິດຕະພັນສຸມໃສ່ໄປທີ່ການລົງທຶນໃນ Ethereum ມີເງິນທຶນໄຫຼອອກ 58.3 ລ້ານໂດລາ. ໃນສ່ວນຜະລິດຕະພັນການລົງທຶນ future ປະເພດ shorting Bitcoin ກໍມີເງິນລົງທຶນໄຫຼອອກມູນຄ່າ 1.2 ລ້ານໂດລາເຊັ່ນກັນ. ໃນຂະນະທີ່ຜະລິດຕະພັນທີ່ກ່ຽວຂ້ອງກັບການລົງທຶນ Cardano ຕ້ອງປະເຊີນກັບເງິນລົງທຶນໄຫຼອອກ 300,000 ໂດລາ.

ແລະເຖິງວ່າຈະມີກະແສເງິນທຶນໄຫຼອອກຈາກຕະຫຼາດ crypto ໂດຍລວມ, ແຕ່ຜະລິດຕະພັນລົງທຶນໃນຫຼາຍສະກຸນເງິນ crypto ກັບໄດ້ຮັບເງິນລົງທຶນໄຫຼເຂົ້າກວ່າ 98 ລ້ານໂດລາໃນອາທິດດຽວ. ເນື່ອງຈາກນັກລົງທຶນແນມເຫັນຈຸດອ່ອນໃນຕະຫຼາດ altcoin ວ່າເປັນໂອກາດທີ່ເໝາະໃນການຊື້.

ໂດຍເງິນລົງທຶນສຸດທິໄຫຼເຂົ້າມາໃນຜະລິດຕະພັນເຫຼົ່ານີ້ຕະຫຼອດທັງປີແມ່ນຢູ່ທີ່ 136 ລ້ານໂດລາ, ຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນເງິນທຶນພວມໄຫຼເຂົ້າມາໃນອາທິດທີ່ຜ່ານມານີ້.

ສຳລັບເງິນທຶນທີ່ໄຫຼເຂົ້າມານີ້ແມ່ນເກີດຂຶ້ນຫຼັງຈາກທີ່ມູນຄ່າລວມຂອງຕະຫຼາດ crypto (ບໍ່ລວມ Bitcoin, Ethereum ແລະ Stablecoin) ຫຼຸດລົງຈາກປະມານ 600 ຕື້ໂດລາ ເຫຼືອ 475 ຕື້ໂດລາພາຍໃນໄລຍະເວລາພຽງແຕ່ 1 ເດືອນ, ທ່າມກາງສະພາບຕະຫຼາດທີ່ຊຸດໂຊມລົງຢ່າງໜັກໜ່ວງ. ເຊິ່ງສົ່ງຜົນໃຫ້ລາຄາຂອງ Bitcoin ຫຼຸດລົງຕໍ່າກວ່າ 61,000 ໂດລາ.

ໃນ​ຂະ​ນະ​ດຽວ​ກັນ, ກອງທຶນ ຫຼື ຜະລິດຕະພັນທີ່ຊ່ວຍໃຫ້ນັກລົງທຶນໄດ້ຮັບຜົນຕອບແທນຈາກລາຄາຂອງ Solana ມີເງິນລົງທຶນໄຫຼເຂົ້າມູນຄ່າ 2.7 ລ້ານໂດລາ. ສຳລັບ Litecoin ກໍມີການໄຫຼເຂົ້າຂອງເງິນທຶນມູນຄ່າ 1.3 ລ້ານໂດລາເຊັ່ນກັນ.

ຜະລິດຕະພັນທີ່ຊ່ວຍໃຫ້ນັກລົງທຶນໄດ້ຮັບຜົນຕອບແທນຈາກລາຄາຂອງ XRP ມີເງິນລົງທຶນໄຫຼເຂົ້າ 700,000 ໂດລາ, ໃນຂະນະທີ່ຜະລິດຕະພັນທີ່ກ່ຽວຂ້ອງກັບ Chainlink (LINK) ມີເງິນທຶນໄຫຼເຂົ້າ 300,000 ໂດລາ.

ອີງຕາມບົດລາຍງານ, ຂໍ້ມູນເປີດເຜີຍໃຫ້ເຫັນວ່າຜູ້ຖື Bitcoin ລາຍໃຫຍ່ເລີ່ມຂາຍ Bitcoin ທີ່ພວກເຂົາໄດ້ສະສົມໄວ້ຕັ້ງແຕ່ຕະຫຼາດໝີເດືອນມັງກອນ. ເຊິ່ງກົງກັນກັບເວລາທີ່ກອງທຶນ Spot Bitcoin ETFs ເລີ່ມຕົ້ນເຂົ້າມາລົງທະບຽນຢູ່ໃນສະຫະລັດ, ໃນທາງກົງກັນຂ້າມ, ຜູ້ຖື Ethereum ລາຍໃຫຍ່ຍັງສືບຕໍ່ສະສົມ Ethereum ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທີ່ມາ:

cryptoglobe

blog.coinshares

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/