ຕະຫຼາດ crypto ປະເຊີນກັບມໍລະສຸມ! ຫຼາຍກວ່າ 112,000 ລາຍຖືກລ້າງພັອດ ຫຼັງຈາກທີ່ລາຄາຂອງ Bitcoin ຫຼຸດລົງຕໍ່າກວ່າ 58,000 ໂດລາ


ຕະຫຼາດ Crypto ກໍາລັງປະເຊີນກັບມໍລະສຸມຄັ້ງໃຫຍ່ ເນື່ອງຈາກລາຄາຂອງຫຼຽນໃນຕະຫຼາດໄດ້ຫຼຸດລົງຢ່າງໜັກ. ໂດຍສະເພາະແມ່ນ Bitcoin ແລະ Ethereum, ສອງຫຼຽນຫຼັກທີ່ຫຼຸດລົງຫຼາຍກວ່າ 15% ໃນໄລຍະ 30 ມື້ທີ່ຜ່ານມາ, ສົ່ງຜົນໃຫ້ມູນຄ່າການລ້າງພັອດຂອງນັກລົງທຶນເພີ່ມຂຶ້ນໃນລະດັບສູງສຸດໃນຮອບອາທິດ.

ນັກເທຣດຫຼາຍກວ່າ 112,000 ຄົນໄດ້ສູນເສຍເງິນຈາກການລ້າງພັອດ, ລວມມູນຄ່າຫຼາຍກວ່າ 306 ລ້ານໂດລາສະຫະລັດໃນເວລາພຽງ 24 ຊົ່ວໂມງເທົ່ານັ້ນ. ສຳລັບນັກລົງທຶນທີ່ເປີດ Long position (ການເດີມພັນວ່າລາຄາຈະເພີ່ມຂຶ້ນ) ໄດ້ຮັບຜົນກະທົບໜັກສຸດ, ໂດຍສູນເສຍເງິນໄປກວ່າ 280 ລ້ານໂດລາ.

Ethereum ຕ້ອງປະເຊີນກັບການສູນເສຍຢ່າງໜັກເຖິງ 81 ລ້ານໂດລາ, Long position ເຊັ່ນດຽວກັນ. ໂດຍສາ​ເຫດ​ຂອງ​ວິ​ກິດ​ການຄັ້ງ​ນີ້​ແມ່ນ​ມາ​ຈາກ​ຫຼາຍ​ປັດ​ໄຈດັ່ງນີ້:

  • ນະໂຍບາຍການເງິນທີ່ເຄັ່ງຄັດຂອງສະຫະລັດ: ທະນາຄານກາງ (Fed) ໄດ້ເພີ່ມອັດຕາດອກເບ້ຍເພື່ອຄວບຄຸມອັດຕາເງິນເຟີ້, ເຮັດໃຫ້ເກີດສະພາບຄ່ອງໃນຕະຫຼາດຫຼຸດລົງ, ນັກລົງທຶນຂາຍເທຂາຍສິນຊັບທີ່ມີຄວາມສ່ຽງເຊັ່ນ crypto
  • ຄວາມ​ເຄັ່ງ​ຕຶງ​ດ້ານ​ພູມ​ສາດ: ສົງຄາມ​ຢູ່​ເຄຣນ ​ແລະ ຄວາມ​ສຳພັນ​ທີ່​ເຄັ່ງ​ຕຶງ​ລະຫວ່າງ​ຈີນ​ກັບ​ໄຕ້​ຫວັນ​ສ້າງຄວາມກັງວົນໃຫ້ກັບ​ບັນດາ​ນັກ​ລົງທຶນ.
  • ການເລືອກຕັ້ງປະທານາທິບໍດີສະຫະລັດ: ການເລືອກຕັ້ງທີ່ໃກ້ເຂົ້າມາສ້າງຄວາມບໍ່ແນ່ນອນທາງດ້ານການເມືອງ, ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຂອງນັກລົງທຶນ.

ສຳລັບປັດໄຈທີ່ກ່າວມານັ້ນໄດ້ສົ່ງຜົນກະທົບຕໍ່ຕະຫຼາດ Crypto ຄື:

  • ລາຄາຂອງ Bitcoin ໃນ Binance ຫຼຸດລົງຈາກ 61,599 ໂດລາສູ່ລະດັບຕໍ່າສຸດທີ່ 57,800 ໂດລາ, ກ່ອນທີ່ຈະຟື້ນຕົວກັບມາຢືນເໜືອ 60,200 ໂດລາ, ແຕ່ຍັງຫຼຸດລົງ 5% ໃນ 24 ຊົ່ວໂມງ.
  • ລາຄາ Ethereum ຫຼຸດລົງ 6% ໃນ 24 ຊົ່ວໂມງຈາກ 3,395 ໂດລາເປັນ  3,155 ໂດລາເຖິງວ່າຈະມີຄວາມສົນໃຈໃນ ETFs Ethereum ກໍຕາມ.
  • ນັກວິເຄາະຄາດການວ່າ Ethereum ETF ອາດຈະເລີ່ມຕົ້ນການຊື້ຂາຍໄດ້ໃນກາງເດືອນກໍລະກົດ ແລະ ລາຄາ ETH ອາດຈະເພີ່ມຂຶ້ນໃນອະນາຄົດ.

ຢ່າງໃດກໍຕາມ, ຕະຫຼາດ cryptocurrency ມີຄວາມຜັນຜວນສູງ ນັກລົງທຶນຄວນສຶກສາຂໍ້ມູນຢ່າງລະອຽດກ່ອນທີ່ຈະຕັດສິນໃຈລົງທຶນ.

ໃນຂະນະທີ່ຂຽນ, Bitcoin ແລະ Ethereum ຢູ່ທີ່ 58,745 ໂດລາ ແລະ 3,196 ໂດລາ, ເຊິ່ງຫຼຸດລົງ 3.58% ແລະ 4.90 ໃນ 24 ຊົ່ວໂມງທີ່ຜ່ານມາຕາມລຳດັບ.

ທີ່ມາ:

decrypt

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/