ຕະຫຼາດ crypto ກັບມາຟື້ນຕົວ! ຫຼັງຈາກທີ່ BKA ເຢຍລະມັນຮັບ BTC 200 ລ້ານໂດລາຄືນ, ສົ່ງຜົນໃຫ້ Bitcoin ເພີ່ມຂຶ້ນ 3.5%


Bitcoin (BTC) ແລະ ຕະຫຼາດ cryptocurrency ອື່ນໆໄດ້ເລີ່ມຟື້ນຕົວໃນຕອນເຊົ້ານີ້ຂອງມື້ນີ້, ໂດຍໄດ້ຮັບແຮງໜຸນຈາກຂ່າວທີ່ໜ່ວຍງານຂອງລັດຖະບານເຢຍລະມັນ (BKA) ໄດ້ຮັບ Bitcoin ມູນຄ່າຫຼາຍກວ່າ 200 ລ້ານໂດລາກັບຄືນມາຈາກກະດານເທຣດຊັ້ນນໍາ ເຊິ່ງນີ້ຈະຊ່ວຍເພີ່ມຄວາມເຊື່ອໝັ້ນໃນຕະຫຼາດໃຫ້ກັບອີກຄັ້ງ.

ກ່ອນໜ້ານີ້, ລາຄາ BTC ຫຼຸດລົງຕໍ່າສຸດ 55,000 ໂດລາ. ເນື່ອງຈາກກະເປົາເງິນ crypto ຂອງ BKA ຫຼື ສຳນັກງານຕໍາຫຼວດອາຍາຂອງລັດຖະບານກາງຂອງເຢຍລະມັນ ໄດ້ສົ່ງເງິນຫຼາຍກວ່າ 900 ລ້ານໂດລາສະຫະລັດໄປຫາກະເປົາເງິນຕ່າງໆ, ກໍ່ໃຫ້ເກີດຄວາມກັງວົນຫຼາຍແກ່ບັນດານັກເທຣດ.

ຢ່າງໃດກໍຕາມ, ຂໍ້ມູນຈາກ Arkham ສະແດງໃຫ້ເຫັນວ່າ BKA ໄດ້ຮັບເງິນຫຼາຍກ່ວາ 200 ລ້ານໂດລາຄືນຈາກກະດານເທຣດຊັ້ນນໍາເຊັ່ນ: Kraken, Coinbase ແລະ Bitstamp ພາຍໃນ 12 ຊົ່ວໂມງຊີ້ໃຫ້ເຫັນວ່າສິນຊັບທີ່ຖືກສົ່ງໄປນັ້ນບໍ່ໄດ້ຖືກເທຂາຍໃນຕະຫຼາດ.

ແທ້ຈິງແລ້ວ, BKA ໄດ້ຮັບ Bitcoin ເກືອບ 50,000 BTC ນັບຕັ້ງແຕ່ເດືອນມັງກອນ 2013 ຈາກການຢຶດຊັບສິນຈາກ Movie2k.to ທີ່ລະເມີດລິຂະສິດ, ເຊິ່ງມີມູນຄ່າຫຼາຍກວ່າ 2 ຕື້ໂດລາໃນເວລານັ້ນ.

ຕອນເຊົ້າມື້ນີ້, ລາຄາ Bitcoin ໄດ້ເພິ່ມຂຶ້ນແຕະ 57,300 ໂດລາ, ເຊິ່ງເພີ່ມຂຶ້ນ 3.5% ໃນ 24 ຊົ່ວໂມງທີ່ຜ່ານມາ. ທັງນີ້, crypto ຕົວອື່ນໆກໍໄດ້ປັບຕົວເພີ່ມຂຶ້ນເຊັ່ນກັນຄື: Solana (SOL) ເພີ່ມຂຶ້ນ 6%, Ethereum (ETH) ກັບຄືນມາຢືນເໜືອ 3,000 ແລະ Dogecoin (DOGE) ເພີ່ມຂຶ້ນເກືອບ 7%.

ເຫດການນີ້ໄດ້ເພີ່ມຄວາມໝັ້ນໃຈໃນຕະຫຼາດ crypto. ສະ​ແດງ​ໃຫ້​ເຫັນ​ວ່າ, ບັນດາ​ໜ່ວຍງານ​ລັດຖະບານ​ໄດ້​ດຳ​ເນີນ​ການຢ່າງຈິງຈັງເພື່ອ​ຄຸ້ມ​ຄອງ​ຕະຫຼາດ. ແຕ່ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາຈະຂາຍສິນຊັບ crypto ທັງໝົດ.

ຢ່າງໃດກໍຕາມ, ນັກລົງທຶນຄວນຮູ້ວ່າຕະຫຼາດ crypto ຍັງມີຄວາມຜັນຜວນສູງ. ຄວນສຶກສາຂໍ້ມູນຢ່າງລະອຽດກ່ອນທີ່ຈະຕັດສິນໃຈລົງທຶນ.

ທີ່ມາ:

coindesk

x

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/