ຕະຫຼາດ bull ເພີ່ມຂຶ້ນ! Bitcoin ແຕະລະດັບ 73,000 ໂດລາເຮັດ ATH ໃໝ່, ຫຼັງຈາກທີ່ Donald Trump ຮັບຮອງສິດທິໃນການນໍາໃຊ້ Bitcoin


ຕະຫຼາດ Bull ຊຸກຍູ້ລາຄາ Bitcoin ໃຫ້ແຕະລະດັບ 73,000 ໃນໄລຍະທີ່ Wall Street ເປີດໃນວັນທີ 11 ມີນານີ້.

Bitcoin ຍັງສືບຕໍ່ເຮັດ ATH ໃໝ່, ໂດຍມີລາຄາເພີ່ມຂຶ້ນເປັນມື້ທີສອງຕິດຕໍ່ກັນ ອີງຈາກຂໍ້ມູນຈາກ Cointelegraph Markets Pro ແລະ TradingView ສະແດງໃຫ້ເຫັນວ່າລາຄາ Bitcoin ເພີ່ມຂຶ້ນເກືອບ 5%.

ລາຄາຂອງຫຼຽນໄດ້ມີການປັບຖານລົງເລັກນ້ອຍຫຼັງຈາກທີ່ຕະຫຼາດປິດປະຈໍາອາທິດ, ລາຄາຂອງ Bitcoin (BTC / USD) ກໍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະການຊື້ຂາຍຂອງຕະຫຼາດອາຊີ. ໂດນແຮງໜຸນສ່ວນໜຶ່ງແມ່ນມາຈາກການສະແດງຄໍາເຫັນໃນທາງບວກກ່ຽວກັບ Bitcoin ແລະ cryptocurrencies ໂດຍ Donald Trump ຜູ້ສະໝັກປະທານາທິບໍດີສະຫະລັດ.

“ມັນໄດ້ເດີນຕາມເສັ້ນທາງຂອງຕົນເອງ ແລະ ບາງຄັ້ງຂ້ອຍກໍເຮັດສິ່ງເລັກໆນ້ອຍໆ ເພື່ອຄວາມສະໜຸກສະໜານ, ເຈົ້າຮູ້ບໍ່ ມັນໄດ້ສ້າງລາຍໄດ້ໃຫ້ແກ່ຂ້ອຍ ແລະ ໃນຕອນນີ້ຂ້ອຍກໍຫຼົງມັກມັນຄືກັນ” Donald Trump ກ່າວໃນລາຍການ Squawk Box ຂອງ CNBC.

ເຖິງແມ່ນວ່າຈະມີການປະຕິເສດ ວ່າບໍ່ໄດ້ຊື້ Bitcoin ດ້ວຍຕົນເອງ, ແຕ່ Trump ກໍໄດ້ສະແດງອອກໃຫ້ເຫັນວ່າລາວເປີດກວ້າງທີ່ຈະໃຫ້ປະຊາຊົນ​ຂອງ​ສະຫະລັດ ສາມາດເຮັດທຸລະກໍາໄດ້ດ້ວຍ Bitcoin ໂດຍເອີ້ນມັນວ່າ “ສະກຸນເງິນດິຈິຕອນໃນຮູບແບບໃໝ່”

ແລະດ້ວຍແນວໂນ້ມຂາຂຶ້່ນທີ່ຊັດເຈນນີ້ ເຮັດໃຫ້ນັກວິເຄາະຕະຫຼາດ Bitcoin ຕ້ອງໄດ້ຈັບຕາເບິ່ງຢ່າງໃກ້ຊິດວ່າ ຕະຫຼາດ bull ຈະພາ Bitcoin ໄປໄກຮອດໃສ.

Keith Alan ຜູ້ຮ່ວມກໍ່ຕັ້ງ Material Indicators ແຫຼ່ງຂໍ້ມູນດ້ານການເທຣດ ໄດ້ສະແດງຄວາມເປັນຫ່ວງຢ່າງລະມັດລະວັງ, ໂດຍລາວເຫັນວ່າ Bitcoin ຄວນເພິ່ມຂຶ້ນເໜືອລະດັບ 75,000 ໂດລາ ເພື່ອເຂົ້າສູ່ສະພາວະສະພາບຄ່ອງຕໍ່າ, ເຊິ່ງນີ້ຈະຊ່ວຍໃຫ້ເລັ່ງການເພີ່ມຂຶ້ນຂອງລາຄາໄດ້ໄວຂຶ້ນ.

“ປັດຈຸບັນຕະຫຼາດເບິ່ງຄືວ່າຈະຢູ່ໃນທ່າອ່ຽງທີ່ເພີ່ມຂຶ້ນ. ແຕ່ຂ້ອຍເລີ່ມກັງວົນກ່ຽວກັບ altcoins ທີ່ເພີ່ມຂຶ້ນສູງກວ່າ Bitcoin” Keith Alan ກ່າວຕໍ່ວ່າ “ຖ້າ BTC ສາມາດຢຶດເອົາ Lifetime Channel ໄດ້, ພວກເຮົາຈະໄດ້ເຫັນການເຄື່ອນໄຫວຂອງລາຄາຢ່າງໄວວາໄປແຕະລະດັບ 80,000 ໂດລາ”

ນອກຈາກນີ້, Keith Alan ຍັງກ່າວຕື່ມວ່າ ການປັບຖານລົງ 50% ພາຍໃນຕະຫຼາດ bull ແມ່ນເຫດການທົ່ວໄປທີ່ເຄີຍໃນອະດີດ, ເຊິ່ງນັກເທຣດຄວນກຽມພ້ອມ. ແລະລາວຍັງໄດ້ຍອມຮັບວ່າແຮງຊື້ຈາກກອງທຶນ Bitcoin ETF ທີ່ສຸມໃສ່ການລົງທຶນ Bitcoin ໃນຕະຫຼາດສະຫະລັດອາດສົ່ງຜົນດີຕໍ່ຕະຫຼາດ bull.

ຢ່າງໃດກໍດີ, ຕາມທີ່ຄາດການໄວ້ Short Position (ການເດີມພັນທີ່ລາຄາຈະຫຼຸດລົງ) ຂອງ Bitcoin ຕ້ອງປະເຊີນກັບການຖືກຊຳລະບັນຊີ (liquidation) ເປັນຈຳນວນຫຼາຍໃນມື້ນີ້.

ອີງຈາກຂໍ້ມູນຈາກແຫຼ່ງຂໍ້ມູນດ້ານສະຖິຕິ CoinGlass ສະແດງໃຫ້ເຫັນວ່າ ການເພີ່ມຂຶ້ນໃນເບື້ອງຕົ້ນເຖິງ 71,000 ໂດລາເຮັດໃຫ້ນັກເທຣດໄລຍະສັ້ນຂາດທຶນປະມານ 30 ລ້ານໂດລາ, ໂດຍຕົວເລກດັ່ງກ່າວຍັງສືບຕໍ່ເພີ່ມຂຶ້ນ.

ໃນລະຫວ່າງ 10 ມື້ທໍາອິດຂອງເດືອນມີນາ, ມີການຊຳລະບັນຊີສະຖານະ Short ໄປແລ້ວປະມານ 500 ລ້ານໂດລາ. ໃນຂະນະທີ່ຂຽນບົດລາຍງານ, ຕົວເລກດັ່ງກ່າວຄາດວ່າຈະເພີ່ມຂຶ້ນເປັນເກືອບ 100 ລ້ານໂດລາຖ້າ Bitcoin ສາມາດເພີ່ມຂຶ້ນເໜືອລະດັບ 73,000 ໂດລາ. ຢ່າງໃດກໍຕາມ, ລາຄາ Bitcoin ຍັງມີແນວຕ້ານທານທີ່ເຂັ້ມແຂງຢູ່ທີ່ 72,800 ໂດລາ, ເຊິ່ງເຮັດໃຫ້ spot ຖືກຈ່ອງໄວ້.

ທີ່ມາ:

cointelegraph

coinglass

KAProductions

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/