ຕະຫຼາດ Bitcoin ມີໂອກາດທີ່ຈະຟື້ນຕົວຫຼັງຈາກເຢຍລະມັນເທຂາຍຫຼຽນອອກເກືອບໝົດ


ເຢຍລະມັນໄດ້ເທຂາຍ Bitcoin ທີ່ຢຶດມາໄດ້ເກືອບທັງໝົດ. ໂດຍກະເປົາເງິນ Bitcoin ຂອງລັດຖະບານເຢຍລະມັນໃນປັດຈຸບັນມີຈຳນວນຖືຄອງ Bitcoin ຫຼຸດລົງຢ່າງຫຼວງຫຼາຍ, ເຫຼືອພຽງແຕ່ 9,094 BTC ຈາກເດີມ 50,000 BTC.

ອີງຕາມຂໍ້ມູນຈາກ Arkham Intelligence blockchain, ກະເປົາເງິນ Bitcoin ທີ່ເຊື່ອມຕໍ່ກັບອົງການລັດຖະບານເຢຍລະມັນມີຈຳນວນການຖືຄອງ Bitcoin ຫຼຸດລົງຢ່າງຫຼວງຫຼາຍຈາກ 50,000 BTC ມູນຄ່າປະມານ 2.8 ຕື້ໂດລາ ເຫຼືອພຽງແຕ່ 9,094 BTC ຫຼື ປະມານ 520 ລ້ານໂດລາ, ໃນລະດັບລາຄາປັດຈຸບັນ.

ການເທຂາຍອອກຄັ້ງນີ້ເກີດຂຶ້ນຫຼັງຈາກເຢຍລະມັນໄດ້ໂອນຊັບສິນໄປສູ່ກະດານເທຣດຫຼາຍໆຄັ້ງໃນວັນພະຫັດທີ່ຜ່ານມາ.

ການຕັດສິນໃຈເທຂາຍ Bitcoin ຂອງເຢຍລະມັນ ກໍາລັງປະເຊີນກັບການວິພາກວິຈານຢ່າງຮຸນແຮງ. ຫຼາຍຄົນຄິດວ່າມັນເປັນການຕັດສິນໃຈທີ່ຜິດພາດ, ເພາະໃນຂະນະທີ່ຫຼາຍປະເທດກໍາລັງພະຍາຍາມເກັບຮັກສາ Bitcoin ເຊັ່ນ: El Salvador ທີ່ມີນະໂຍບາຍຊື້ Bitcoin ຫຼາຍຂຶ້ນທຸກໆມື້, ແຕ່ຈໍານວນ Bitcoin ທີ່ພວກເຂົາມີແມ່ນຍັງໜ້ອຍກວ່າທີ່ເຢຍລະມັນຢຶດໄດ້ເກືອບ 10 ເທົ່າ, ເຊິ່ງນີ້ສະແດງໃຫ້ເຫັນເຖິງ  Bitcoin ຈໍານວນມະຫາສານທີ່ເຢຍລະມັນເຄີຍມີຢູ່ໃນມື.

ນັກວິເຄາະຫຼາຍຄົນຄາດການວ່າ ການຂາຍ Bitcoin ຂອງເຢຍລະມັນຈະສິ້ນສຸດລົງໃນໄວທີ່ສຸດໃນວັນສຸກນີ້.

ຖ້າ​ຫາກ​ວ່າ​ການເທ​ຂາຍ​ອອກ​ຂອງ​ເຢຍ​ລະ​ມັນ​​ສິ້ນ​ສຸດ​ລົງແທ້ ກໍມີໂອກາດສູງທີ່ຕະຫຼາດ Bitcoin ຈະຟື້ນຕົວ, ສອດຄ່ອງກັບການຄາດການຂອງນັກວິເຄາະຈໍານວນຫຼາຍທີ່ແນມວ່າ ຕະຫຼາດ Bitcoin ຈະເຂົ້າສູ່ຊ່ວງຂາຂຶ້ນ “bullrun” ໃນໄຕມາດ 3-4 ຂອງປີນີ້.

ຢ່າງໃດກໍຕາມ, ຍັງມີສອງບັນຫາທີ່ໜ້ເປັນຫ່ວງຄື:

  • ການຊຳລະໜີ້ຂອງ Mt.Gox ທີ່ຍັງບໍ່ທັນສິ້ນສຸດເທື່ອ. ໂດຍມີຫຼາຍຄົນຄາດການວ່າມັນຈະສົ່ງຜົນກະທົບຕໍ່ຕະຫຼາດ ແລະ ຄົນທີ່ຄາດການວ່າຈະບໍ່ມີຜົນກະທົບເພາະວ່າຈໍານວນເງິນຂອງ Bitcoin ທີ່ໃຊ້ໃນການຊໍາລະໜີ້ນັ້ນມີໜ້ອຍ ແລະ ຕະຫຼາດມີຄວາມເຂັ້ມແຂງພຽງພໍທີ່ຈະດູດຊັບແຮງຂາຍຈຳນວນນີ້ໄດ້.
  • ຄວາມສ່ຽງດ້ານນະໂຍບາຍ ຍັງມີໂອກາດທີ່ລັດຖະບານທົ່ວໂລກຈະອອກມາດຕະການຄວບຄຸມ Bitcoin, ເຊິ່ງອາດຈະສົ່ງຜົນກະທົບຕໍ່ລາຄາຂອງ Bitcoin ໃນອະນາຄົດ.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 57,169 ໂດລາ,  ເຊິ່ງຫຼຸດລົງ 1.73% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.

ທີ່ມາ:

siamblockchain.

platform.arkhamintelligence.

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/