ຕະຫຼາດ Bitcoin ຜັນຜວນຮຸນແຮງ! ເຢຍລະມັນເທຂາຍ BTC ຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ລາຄາຂອງຫຼຽນຫຼຸດລົງຕໍ່າກວ່າ 61,000 ໂດລາ


ຫຼັງຈາກນັກລົງທຶນເລີ່ມມີຄວາມຫວັງກ່ຽວກັບການຟື້ນຕົວຂອງລາຄາ Bitcoin ໃນມື້ວານນີ້ (2 ກໍລະກົດ 2024), ໃນຕອນເຊົ້າຂອງມື້ນີ້ (3 ກໍລະກົດ 2024) ລາຄາ Bitcoin ຫຼຸດລົງຢ່າງຮຸນແຮງອີກຄັ້ງ, ເພື່ອທົດສອບລະດັບ 61,000 ໂດລາ.

ໂດຍສາເຫດຫຼັກໆແມ່ນມາຈາກລາຍງານຂອງ Lookonchain ທີ່ໄດ້ເປີດເຜີຍໃນມື້ວານນີ້ ວ່າລັດຖະບານເຢຍລະມັນໄດ້ໂອນ Bitcoin ອີກກວ່າ 832.7 BTC ຄິດເປັນມູນຄ່າຫຼາຍກວ່າ 50 ໂດລາ, ໂດຍມີຫຼຽນຈຳນວນ 282.7 BTC ຖືກສົ່ງໄປຫາກະດານເທຣດ Bitstamp, Kraken ແລະ Coinbase.

ການເທຂາຍຄັ້ງນີ້ສົ່ງຜົນໃຫ້ລາຄາຂອງ Bitcoin ເລີ່ມຫຼຸດລົງ. ຈົນ​ແຕະລະດັບຕໍ່າສຸດທີ່ 61,228 ໂດລາ. ຕໍ່ກັບສະຖານະດັ່ງກ່າວໄດ້ສ້າງຄວາມກັງວົນໃຫ້ກັບນັກລົງທຶນ, ສົ່ງຜົນໃຫ້ເກີດແຮງເທຂາຍຕາມ ເຮັດໃຫ້ລາຄາຂອງ Bitcoin ຫຼຸດລົງຢ່າງຫຼວງຫຼາຍ.

ຢ່າງໃດກໍຕາມ, ມັນຍັງໄວເກີນໄປທີ່ຈະຄາດການວ່າລາຄາຂອງ Bitcoin ນັ້ນຈະໄປໃນທິດທາງໃດ. ແຕ່ຈາກສະຖານະການໃນປັດຈຸບັນ ນັກລົງທຶນຄວນມີຄວາມລະມັດລະວັງໃນການລົງທຶນຫຼາຍຂຶ້ນ.

ທັງນີ້, ນັກວິເຄາະຕະຫຼາດໄດ້ແບ່ງຄວາມຄິດເຫັນອອກເປັນສອງຝ່າຍໃນປັດຈຸບັນ. ໂດຍມີທັງກຸ່ມທີ່ເຊື່ອວ່າ Bitcoin ຍັງສາມາດໄປຕໍ່ໃນປີນີ້ ແລະ ຈະກັບຄືນມາໃນທ້າຍປີ. ແລະກຸ່ມທີ່ເຊື່ອວ່າ Bitcoin ໄດ້ເຖິງຈຸດສູງສຸດຂອງມັນ ແລະ ຕະຫຼາດໝີກໍາລັງຈະກັບຄືນມາ.

ສໍາລັບນັກລົງທຶນຄວນຕິດຕາມສະຖານະການຢ່າງໃກ້ຊິດ ແລະ ຕັດສິນໃຈລົງທຶນດ້ວຍຄວາມລະມັດລະວັງ.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 60,923 ໂດລາ, ເຊິ່ງຫຼຸດລົງ 2.93 ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ coinmarketcap.

ທີ່ມາ:

siamblockchain

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/