ຕະຫຼາດໝາກໄມ້ຈີນ ໂອກາດຂອງຊາວກະສິກອນ ແລະ ກຸ່ມປະເທດຜູ້ຜະລິດໝາກໄມ້ໃນທົ່ວໂລກ


ວິທະຍຸໂທລະພາບສູນກາງຈີນ CMG ລາຍງານວ່າ: ຈີນ ເປັນຕະຫຼາດໃຫຍ່ທີ່ສຸດໃນການບໍລິໂພກໝາກຖົ່ວລຽນຂອງທົ່ວໂລກ, ການປ່ຽນແປງຂອງສະພາບການໃນຕະຫຼາດ ຫຼື ການເປີດກວ້າງຕະຫຼາດໝາກໄມ້ໃນຈີນ ໄດ້ສ້າງຜົນສະທ້ອນຢ່າງເລິກເຊິ່ງຕໍ່ຕ່ອງໂສ້ອຸດສາຫະກຳໝາກໄມ້ຂອງທົ່ວໂລກ.

ໃນຊຸມປີຜ່ານມານີ້, ຄຽງຄູ່ກັບຊາວຈີນ ມີຄວາມຕ້ອງການບໍລິໂພກໝາກໄມ້ທີ່ມີຄຸນະພາບສູງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຈີນ ກໍໄດ້ເປີດກວ້າງການເປີດປະຕູສູ່ພາຍນອກ ໃນລະດັບສູງຢ່າງຕໍ່ເນື່ອງ, ໝາກໄມ້ຕ່າງປະເທດຊະນິດຕ່າງໆເຊັ່ນ: ໝາກຖົ່ວລຽນ, ໝາກເຊິຣີ, ໝາກກີວີ ແລະ ອື່ນໆກໍໄດ້ພາກັນປ້ອນເຂົ້າຕະຫຼາດ ຂອງຈີນ, ເຮັດໃຫ້ຜູ້ບໍລິໂພກຂອງຈີນ ມີທາງເລືອກຢ່າງອຸດົມສົມບູນຂຶ້ນ, ພ້ອມທັງໄດ້ສ້າງໂອກາດດ້ານຕະຫຼາດອັນໃຫຍ່ຫຼວງຕໍ່ປະເທດທີ່ກຳລັງຜະລິດໝາກໄມ້ຂອງໂລກ.

ໃນໄລຍະທີ່ຜ່ານມາ ລັດຖະບານຈີນ ໄດ້ມີການເປີດກວ້າງ ໃຫ້ໝາກໄມ້ຕ່າງປະເທດສາມາດເຂົ້າມາໃນຕະຫຼາດຈີນໄດ້ຫຼາຍ ແລະ ງ່າຍຂຶ້ນ ໂດຍການ ຫຼຸດຜ່ອນເງື່ອນໄຂການອະນຸຍາດໃຫ້ເຂົ້າຕະຫຼາດ, ການເພີ່ມຄວາມສະດວກໃນການຜ່ານດ່ານ, ປະເທດຕ່າງໆຢູ່ອາຊີຕາເວັນອອກສຽງໃຕ້ແຂ່ງຂັນກັນເຂົ້າສູ່ຕະຫຼາດຈີນ ແລະ ປັດໄຈອື່ນໆ.

ໃນປີ 2023 ມູນຄ່າການນຳເຂົ້າໝາກໄມ້ທັງໝົດມີເຖິງ 16.85 ຕື້ໂດລາ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2022, ປະລິມານນຳເຂົ້າ ມີເຖິງ 7,524 ລ້ານໂຕນ, ເພີ່ມຂຶ້ນ 3%. ທ່າທີການເຕີບໂຕດັ່ງກ່າວ ແມ່ນໄດ້ຮັບຜົນປະໂຫຍດຈາກນະໂຍບາຍຂອງຈີນ ທີ່ເປີດກວ້າງການ ເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ, ໝາກໄມ້ຫຼາຍຊະນິດທີ່ຖືກອະນຸຍາດ ໃຫ້ນຳເຂົ້ານັ້ນກໍເພີ່ມຂຶ້ນ, ອັດຕາພາສີກໍຫຼຸດຕ່ຳລົງໄປເທື່ອ ລະກ້າວ, ເຊິ່ງໄດ້ອຳນວຍໂອກາດດ້ານການຕະຫຼາດຫຼາຍກວ່າເກົ່າ ໃຫ້ແກ່ປະເທດທີ່ຜະລິດໝາກໄມ້ໃນທົ່ວໂລກ.

ນອກຈາກນີ້ ຈີນ ກັບປະເທດສະມາຊິກອາຊຽນ ມີການຮ່ວມມືດ້ານການຄ້າຢ່າງແໜ້ນແຟ້ນ, ຄຽງຄູ່ກັບຄວາມຄືບໜ້າຂອງໂຄງການສຳຄັນຕ່າງໆເຊັ່ນ: ຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກ, ເສັ້ນທາງລົດໄຟ ຈີນ-ລາວ ແລະ ອື່ນໆ, ພ້ອມດ້ວຍການປັບປຸງທີ່ດີຂຶ້ນຂອງຕ່ອງໂສ້ການຂົນສົ່ງແບບແຊ່ເຢັນ, ສາງສະສົມແຊ່ເຢັນ ແລະ ອື່ນໆໃນພາກພື້ນ, ໄດ້ຊຸກຍູ້ການພັດທະນາຂອງການຄ້າໝາກໄມ້ລະຫວ່າງ ຈີນກັບອາຊຽນ ຕື່ມອີກ.

ໃນໄລຍະ 1-2 ປີທີ່ຜ່ານມາ ຈີນຍັງມີຕະຫຼາດໝາກໄມ້ເກີດໃໝ່ ແລະ ກຳລັງໄດ້ຮັບຄວາມນິຍົມໃນຕະຫຼາດຈີນຢ່າງຫຼວງຫຼາຍກໍຄື ໝາກ ຖົ່ວລຽນ, ປີ 2023, ຈີນ ໄດ້ນຳເຂົ້າໝາກຖົ່ວລຽນສົດ 1,426 ລ້ານໂຕນ, ໃນນັ້ນໄທ ແລະ ຫວຽດນາມ ໄດ້ກວມເອົາອັດຕາເປັນສ່ວນໃຫຍ່.

ເຊັ່ນດຽວກັນກັບ ສປປ ລາວ ທີ່ຊາວກະສິກອນ ຫຼາຍຄົນ ລວມເຖິງນັກລົງທຶນຈາກຕ່າງປະເທດ ທີ່ເຂົ້າມາລົງທຶນປູກຖົ່ວລຽນ ໃນ ສປປ ລາວ ຫຼາຍຂຶ້ນ ເພື່ອຮອງຮັບຄວາມຕ້ອງການຖົ່ວລຽນຈາກຕະຫຼາດຈີນທີ່ກຳລັງເຕີບໂຕຢ່າງກ້າວກະໂດດ.

ໂດຍອີງຕາມການລາຍງານຂອງ ຂ່າວສານປະເທດລາວ, ຈາກສະຖິຕິຂອງພະແນກກະສິກໍາ ແລະ ປ່າໄມ້ ໃນແຕ່ລະແຂວງໄດ້ເປີດເຜີຍວ່າ ປັດຈຸບັນນ້ີທົ່ວປະເທດລາວມີຜູ້ປະກອບການທັງຄົນລາວ ແລະ ຕ່າງປະເທດປູກຖົ່ວລຽນກວມເອົາເນື້ອທີ່ຢ່າງໜ້ອຍ 3 ພັນກວ່າເຮັກຕາ ໃນນັ້ນມີລາວ, ຫວຽດນາມ ແລະ ຈີນ ໂດຍສ່ວນໃຫຍ່ແມ່ນປູກໃນເຂດພາກກາງ ແລະ ພາກໃຕ້ຂອງລາວເຊັ່ນ: ແຂວງບໍລິຄໍາໄຊ, ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງອື່ນໆ.

ທີ່ມາ:

https://www.facebook.com/photo/?fbid=873248034831665&set=a.482253443931128

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/