ຕະຫຼາດຫຼັກຊັບລອນດອນໄຟຂຽວໃຫ້ກັບ Crypto! ປະກາດຍອມຮັບຕາສານໜີ້ໄລຍະຍາວສໍາລັບ Bitcoin ແລະ Ethereum


ໃນວັນທີ 11 ມີນາທີ່ຜ່ານມາ, ຕະຫຼາດຫຼັກຊັບລອນດອນ (LSE) ໄດ້ປະກາດວ່າຈະເລີ່ມຮັບໃບສະໝັກສໍາລັບ Bitcoin ແລະ Ethereum crypto exchange-traded notes (ETNs) ໃນໄຕມາດທີສອງຂອງ 2024.

ໂດຍທາງຕະຫຼາດຫຼັກຊັບລອນດອນໄດ້ອອກມາຢືນຢັນເເລ້ວວ່າ ຈະຍອມຮັບໃບສະໝັກ ຕາມແນວທາງທີ່ໄດ້ລະບຸໄວ້ໃນເອກະສານຂໍ້ມູນຄໍາຮ້ອງຂອງ ETN Crypto. ຢ່າງໃດກໍຕາມ, ທາງຕະຫຼາດຫຼັກຊັບບໍ່ໄດ້ລະບຸວັນທີທີ່ແນ່ຊັດວ່າຈະເລີ່ມເປີດຮັບສະໝັກຕອນໃດ.

ແຕ່ວ່າໃນເອກະສານທີ່ໄດ້ປະກອບອອກມານັ້ນໄດ້ລະບຸວ່າ crypto ETN ຄວນໄດ້ຮັບການສະໜັບສະໜູນທາງດ້ານກາຍະພາບ ແລະ ບໍ່ອະນຸຍາດໃຫ້ໃຊ້ປະໂຫຍດໃດໆ. ເຊິ່ງຜູ້ໃຫ້ບໍລິການຄວນຈະມີການວິເຄາະລາຄາຕະຫຼາດ ຫຼື ການວັດແທກມູນຄ່າຂອງສິນຊັບທີ່ຕິດພັນ ແລະ ເປີດເຜີຍຕໍ່ສາທາລະນະ, ລວມທັງຕ້ອງມີການຖືຄອງຕົວຈິງສຳລັບ Bitcoin ແລະ Ethereum ອີກດ້ວຍ.

ຕະຫຼາດຫຼັກຊັບໄດ້ເນັ້ນໜັກວ່າ ສິນຊັບ crypto ພື້ນຖານຄວນຖືກເກັບໄວ້ໃນ Cold Wallet ຫຼື ສິ່ງທີ່ຄ້າຍຄືກັນ. ນອກຈາກນັ້ນ, ສິນຊັບຄວນຈະຖືກຖືຄອງໂດຍຜູ້ດູເເລພາຍໃຕ້ກົດໝາຍຕໍ່ຕ້ານການຟອກເງິນໃນປະເທດອັງກິດ, EU, ສະວິດເຊີແລນ ຫຼື ສະຫະລັດ

ຕະຫຼາດຫຼັກຊັບຍັງໄດ້ກໍານົດ ETN ວ່າເປັນ “ຕາສານໜີ້ທີ່ໃຫ້ຄວາມສ່ຽງຕໍ່ສິນຊັບທີ່ອ້າງອີງ” ໂດຍ Crypto ETN ຈະອະນຸຍາດໃຫ້ນັກລົງທຶນຊື້ຂາຍຫຼັກຊັບທີ່ຕິດຕາມປະສິດທິພາບຂອງສິນຊັບ Crypto ໃນລະຫວ່າງເວລາຂອງການຊື້ຂາຍ ຫຼື ແລກປ່ຽນ.

ໂດຍ ETN ໄດ້ຖືກພິຈາລະນາຢ່າງກວ້າງຂວາງວ່າເປັນທາງເລືອກທີ່ປອດໄພສໍາລັບກອງທຶນແລກປ່ຽນເງິນຕາເຊັ່ນ ETFs. ເຊິ່ງແຕກຕ່າງກັນໃນທີ່ ETNs ແມ່ນຕາສານໜີ້ທີ່ໄດ້ຮັບສະໜັບສະໜູນໂດຍຜູ້ອອກຂອງຕົນແທນທີ່ຈະເປັນກຸ່ມສິນຊັບ, ໃນຂະນະທີ່ ETFs ມີແນວໂນ້ມທີ່ຈະສຸມໃສ່ກົນລະຍຸດທີ່ຊັບຊ້ອນ ເຊິ່ງບໍ່ເໝາະກັບກອງທຶນທີ່ໄດ້ມາງ່າຍດາຍ.

ໃນຂະນະດຽວກັນ, Financial Conduct Authority (FCA) ຂອງປະເທດອັງກິດໄດ້ປະກາດວ່າຈະບໍ່ຄັດຄ້ານການຮ້ອງຂໍຈາກ Recognized Investment Exchanges (RIEs) ເພື່ອສ້າງກຸ່ມຕະຫຼາດສໍາລັບ crypto ETN ແລະ ຍັງອະນຸຍາດໃຫ້ຕະຫຼາດແລກປ່ຽນສະເໜີຜະລິດຕະພັນໃຫ້ກັບ “ນັກລົງທຶນມືອາຊີບ” ລວມທັງສະຖາບັນສິນເຊື່ອ ແລະ ບໍລິສັດລົງທຶນທີ່ໄດ້ຮັບອະນຸຍາດ ຫຼື ຄວບຄຸມເພື່ອດໍາເນີນການໃນຕະຫຼາດການເງິນ.

ຢ່າງໃດກໍຕາມ, ເຖິງແມ່ນວ່າຕະຫຼາດຫຼັກຊັບຈະອະນຸຍາດໃຫ້ສະເໜີ crypto ETNs ໃຫ້ກັບສະຖາບັນຕ່າງໆໄດ້, ເເຕ່ FCA ກໍໄດ້ອອກມາໂຕ້ຖຽງວ່າການປະຕິບັດດັ່ງກ່າວບໍ່ເໝາະສົມສໍາລັບນັກລົງທຶນລາຍຍ່ອຍຍ້ອນວ່າຕະຫຼາດ crypto ມີຄວາມສ່ຽງເກີນໄປ ເເລະ ການຂາຍ crypto ETNs ໃຫ້ກັບຜູ້ບໍລິໂພກລາຍຍ່ອຍຈະຍັງຄົງຖືກສັ່ງຫ້າມຢູ່.

“FCA ຍັງສືບຕໍ່ເຕືອນປະຊາຊົນວ່າສິນຊັບດິຈິຕອນມີຄວາມສ່ຽງສູງ ແລະ ບໍ່ໄດ້ຮັບການຄວບຄຸມສ່ວນໃຫຍ່, ຜູ້ທີ່ລົງທຶນຄວນກຽມພ້ອມທີ່ຈະສູນເສຍເງິນທັງໝົດຂອງພວກເຂົາ”.

ທີ່ມາ:

cointelegraph

lse.co.uk

londonstockexchange

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/