ດີໃຈນຳ Lionel Messi! ຄວ້າຮາງວັນ Ballon d’Or ເປັນສະໄໝທີ 7 ແລ້ວ


ຖ້າກ່າວເຖິງ Leo Messi ໃຜກໍຄົງຮັບຮູ້ດີ ໂດຍສະເພາະວົງການກິລາ ເພາະເປັນນັກເຕະອີກຄົນໜຶ່ງ ທີ່ມີຄວາມສາມາດທີ່ຫຼາກຫຼາຍ ແລະ ເກັ່ງລະດັບໂລກ ຕະຫຼອດໄລຍະທີ່ຜ່ານມາໄດ້ສ້າງຜົນງານຢູ່ຢ່າງບໍ່ເຊົາຈົນນັບບໍ່ຖ້ວນ. ພ້ອມກັນນີ້ ກໍຍັງສ້າງສະຖິຕິທີ່ໜ້າຈົດຈຳຢູ່ສະເໝີ, ນອກຈາກຈະສ້າງຜົນງານທີ່ດີແລ້ວ ຍັງສ້າງແຮງບັນດານໃຈໃຫ້ໃຜຕໍ່ໃຜຫຼາຍໆຄົນອີກດ້ວຍ ສົມກັບທີ່ເປັນນັກເຕະລະດັບໂລກ.

ເມື່ອວັນທີ 29 ພະຈິກ 2021 ທີ່ຜ່ານມາ, ກໍສ້າງສຽງຮືຮາໃຫ້ກັບແຟນບານທົ່ວໂລກ ເພາະ Leo Messi ໄດ້ຮາງວັນອັນຍິ່ງໃຫຍ່ ແລະ ຊົງກຽດ ນັ້ນກໍຄື Ballon d’Or 2021 ຫຼື ຮາງວັນນັກເຕະສຸດຍອດແຫ່ງປີ ແລະ ເປັນສະໄໝທີ 7 ແລ້ວທີ່ໄດ້ຮາງວັນນີ້ມາຄອບຄອງ.

ຂອບໃຈຂໍ້ມູນຈາກ: https://bit.ly/3pfhOc0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/