ດີໃຈກັບຊາວ LGBTQ+ ໃນຊິລີ! ເພາະຊິລີຜ່ານຮ່າງກົດໝາຍສົມຣົດເທົ່າທຽມ ແລະ ອະນຸຍາດໃຫ້ບຸກຄົນທີ່ເປັນ LGBTQ+ ແຕ່ງງານກັນຖືກຕ້ອງຕາມກົດໝາຍ


ວັນອັງຄານ ທີ 7 ທັນວາ 2021 ທີ່ Santiago ປະເທດ ຊິລີ ສະພາຂອງຊິລີໄດ້ຜ່ານຮ່າງກົດໝາຍສົມຣົດເທົ່າທຽມຂອງຄົນເພດດຽວກັນ ຫຼື LGBTQ+ ໃຫ້ຖືກກົດໝາຍ ແລະ ສາມາດແຕ່ງງານກັນໄດ້ໂດຍຖືກກົດໝາຍ. ນີ້ກໍເປັນບາດກ້າວສຳຄັນສຳລັບປະເທດອະນຸລັກນິຍົມໃນທະວີບອາເມຣິກາໃຕ້ ເພາະວ່າກ່ອນໜ້ານີ້ໄດ້ມີການຕໍ່ສູ້ທາງດ້ານກົດໝາຍກ່ຽວກັບຮ່າງກົດໝາຍນີ້ເປັນເວລາຫຼາຍປີ.

ໂດຍຮ່າງກົດໝາຍສົມຣົດເທົ່າທຽມແມ່ນໄດ້ຮັບການສະໜັບສະໜູນຢ່າງຫຼວງຫຼາຍຈາກຜູ້ແທນໃນສະພາ ເຊິ່ງໃນວຸດທິສະພາແມ່ນເຫັນດີນຳ 21 ຕໍ່ 8, ງົດອອກສຽງ 3 ສຽງ ແລະ ຜູ້ແທນລາສະດອນ ມີມະຕິເຫັນດີ 82 ຕໍ່ 20 ສຽງ, ງົດອອກສຽງ 2 ສຽງ. ກົດໝາຍສະບັບນີ້ແມ່ນຮອງຮັບຄວາມສຳພັນໃນຖານະຜູ້ປົກຄອງ ລວມໄປຮອດການມີສິດແລະຜົນປະໂຫຍດຂອງຄູ່ສົມຣົດເພດດຽວກັນແບບເຕັມຮູບແບບ ທັງຍັງໃຫ້ສິດໃນການຮັບລູກບຸນທຳ ຂອງຄູ່ຮັກ LGBTQ+ ອີກດ້ວຍ. ນອກຈາກນີ້ຍັງມີການປ່ຽນແປງນິຍາມຂອງຄຳວ່າ “ຄູ່ສົມຣົດ” ແລະ “ຜູ້ປົກຄອງ” ໃນການປະມວນກົດໝາຍແພ່ງ ແລະ ກົດໝາຍອື່ນໆ ເພື່ອໃຫ້ສອດຄ່ອງກັບກົດໝາຍສົມຣົດເທົ່າທຽມ.

ກົດໝາຍສະບັບນີ້ ຈະອະນຸຍາດໃຫ້ຄູ່ຮັກ LGBTQ+ ສາມາດແຕ່ງງານກັນໄດ້ຢ່າງຖືກຕ້ອງຕາມກົດໝາຍພາຍໃນ 90ມື້ ນັບຕັ້ງແຕ່ມີການປະກາດໃຊ້ໃນໜັງສືທາງການຂອງປະເທດ. ທາງດ້ານ Sebastian Pinera ປະທານາທິບໍດີຂອງຊິລີ (ເຊິ່ງຈະໝົດວາລະໃນເດືອນມີນາປີໜ້າ) ກໍໄດ້ອອກມາສະໜັບສະໜູນ ແລະ ຊຸກຍູ້ຮ່າງກົດໝາຍສະບັບນີ້ ພ້ອມກັບກ່າວວ່າ “ຂ້ອຍຄິດວ່າເວລາຂອງການທີ່ເຮົາຈະຮັບປະກັນວ່າປະຊາຊົນມີສິດທິເສລີພາບ ແລະ ມີກຽດສັກສີແມ່ນໄດ້ມາຮອດແລ້ວ, ຂ້ອຍຄິດວ່າກົດໝາຍສົມຣົດເທົ່າທຽມຈະໄດ້ຮັບການປະກາດໃຊ້ໃນປະເທດຂອງເຮົາ”.

ເຊິ່ງກ່ອນໜ້ານີ້ສັງຄົມ LGBTQ+ ໃນຊິລີກໍໄດ້ມີການອອກມາຊຸກຍູ້ຮ່າງກົດໝາຍນີ້ຕັ້ງແຕ່ປີ 2017 ແຕ່ກໍຕ້ອງໄດ້ຢຸດໄປເພາະຖືກຝ່າຍອະນຸລັກນິຍົມຂອງປະເທດຕຳໜິ ແລະ ບໍ່ເຫັນດີກັບກົດໝາຍສະບັບນີ້.

ຫຼັງຈາກທີ່ໄດ້ຜ່ານຮ່າງກົດໝາຍສະບັບນີ້ເປັນທີ່ຮຽບຮ້ອຍແລ້ວ ກໍໄດ້ເຮັດໃຫ້ຊິລີກາຍເປັນປະເທດທີ 9 ໃນທະວີບອາເມຣິກາ ຕໍ່ຈາກ ອາເຈນຕິນາ, ບຣາຊິວ, ອຸຣູໄກວ, ສະຫະລັດອາເມລິກາ, ໂຄລອມເບຍ, ເອກວາດໍ ແລະ ຄອສຕາຣິກາ ທີ່ສະໜັບສະໜູນກົດໝາຍສົມຣົດເທົ່າທຽມ ເພື່ອຕ້ອນຮັບຄວາມແຕກຕ່າງ ຄວາມຫຼາຍຫຼາຍຂອງປະຊາກອນພາຍໃນປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/