ດີກັບຄົນອື່ນຄົນໄກ ແຕ່ໃຈຮ້າຍໃສ່ຄົນໃກ້ຕົວ



ໃນຫຼາຍຄັ້ງ ເຮົາພະຍາຍາມເຮັດຕົວສຸພາບ ໃຈເຢັນ ອ່ອນນ້ອມກັບຄົນແປກໜ້າ ຫຼື ຄົນທີ່ຍັງບໍ່ສະໜິດ ເຊິ່ງເປັນເລື່ອງທີ່ດີ ຖືເປັນມາລະຍາດທາງສັງຄົມ ເປັນເລື່ອງທີ່ເຂົ້າໃຈໄດ້ ບໍ່ແມ່ນເລື່ອງແປກຫຍັງ.

ແຕ່ປະເດັນຄື ສຳລັບຄົນໃກ້ຕົວ ຄົນທີ່ເຮົາສະໜິດ ຄົນທີ່ເຮົາຮັກ ຄົນໃນຄອບຄົວ ຫຼື ແຟນ ທັ້ງໆທີ່ພວກເຂົາເປັນກຸ່ມຄົນທີ່ເຮົາຄວນຫ່ວງໃຍຄວາມຮູ້ສຶກຫຼາຍທີ່ສຸດ ກາຍເປັນວ່າ ໃຈຮ້າຍ, ໂມໂຫ ແລະ ຫງຸດຫງິດໃສ່ຫຼາຍທີ່ສຸດ.

ໃນກໍລະນີນີ້ ຫຼາຍຄົນຄິດວ່າສຳລັບຄົນໃກ້ ເປັນຄົນທີ່ໄວ້ໃຈໄດ້ ເຮົາຈຶ່ງກ້າສະແດງຕົວຕົນທີ່ແທ້ຈິງອອກມາ ໃນບາງຄັ້ງຕົວຕົນທີ່ແທ້ຈິງຂອງເຮົາກໍບໍ່ໄດ້ໜ້າຮັກສະເໝີໄປ ແລະ ອາດທຳຮ້າຍຄວາມຮູ້ສຶກຄົນອື່ນໄດ້ ໃນປະເດັນນີ້ ຄຳຕອບອາດຈະບໍ່ຖືກຕ້ອງທັງໝົດ.

ເພາະບາງເທື່ອ ການທີ່ສະແດງອອກແບບນັ້ນ ການທຳຮ້າຍຄົນທີ່ເຮົາຮັກ ແລະ ມາຮູ້ສຶກຜິດນຳຫຼັງ ອາດຍ້ອນວ່າເຮົາຮູ້ສຶກ ’ບໍ່ປອດໄພ’ ນັ້ນເອງ

ການທີ່ເຮົາທຳຮ້າຍຄົນທີ່ຮັກໂດຍບໍ່ໄດ້ຕັ້ງໃຈ ແລະ ບໍ່ມີເຫດຜົນ ເກີດຈາກຄວາມຢ້ານ ທີ່ຈະຖືກປະຕິເສດ (fear rejection) ແລະ ຕັດຄວາມສຳພັນ (disconnection) ກັບຄົນເຫຼົ່ານີ້ ເພາະຄິດວ່າການທີ່ສະແດງອອກແບບນີ້ ຈະເຮັດໃຫ້ຄົນອື່ນສົນໃຈ ແລະ ເຂົ້າໃຈເຮົາຫຼາຍຂຶ້ນ ເພາະເຮົາຢາກໃຫ້ເຂົາເຈົ້າຢ້ຳຄືນເຖິງຄວາມຮູ້ສຶກຮັກ ຄວາມຫ່ວງໃຍ ຄວາມເຂົ້າໃຈ ເພື່ອເຮັດໃຫ້ເຮົາຮູ້ສຶກປອດໄພທາງຈິດໃຈຫຼາຍຂຶ້ນ.

ຄຳຖາມແມ່ນ ແລ້ວເປັນຫຍັງບາງຄົນຈຶ່ງບໍ່ຄ່ອຍຮູ້ສຶກ ‘ປອດໄພໃນຄວາມສຳພັນ’ ອາດເກີດຂຶ້ນຍ້ອນມີປະສົບການໃນອະດີດທີ່ເຮົາບໍ່ສາມາດປ່ອຍວາງໄດ້ ຫຼື ຮູບແບບການລ້ຽງດູຕອນຍັງນ້ອຍ ເມື່ອມີບັນຫາເກີດຂຶ້ນ ອາດສົ່ງຜົນຕໍ່ຄວາມໝັ້ນຄົງທາງຈິດໃຈ ແລະ ສະແດງພຶດຕິກຳບາງຢ່າງອອກມາເພື່ອແກ້ໄຂຊ່ອງວ່າງນັ້ນ.

ໃນບາງຄັ້ງການສະແດງອອກທີ່ບໍ່ໜ້າຮັກຂອງເຮົາ ເພາະຢາກໃຫ້ຄົນທີ່ເຮົາຮັກເຂົ້າໃຈວ່າບໍ່ໄດ້ຕັດຂາດຄວາມສຳພັນນີ້ ໃນຕອນທີ່ຜິດກັບແຟນ ເຮົາຫວັງໃຫ້ອີກຝ່າຍມາງໍ້ ແລະ ເວົ້າກັບເຮົາ ເມື່ອອີກຝ່າຍພະຍາມຈະເວົ້າກັບເຮົາ ມັນຈະເຮັດໃຫ້ເຮົາຮູ້ສຶກດີຂຶ້ນນັ້ນເອງ.

ການທີ່ເຮົາທຳຮ້າຍຄວາມຮູ້ສຶກຂອງຜູ້ອື່ນໂດຍບໍ່ຮູ້ຕົວ ເປັນເພາະຢາກໃຫ້ອີກຝ່າຍ ສະແດງອອກກັບມາເພື່ອຢືນຢັນ ໃນຄວາມສຳພັນຂອງເຮົາວ່າຈະບໍ່ໄດ້ຖືກຕັດຂາດຄືກັບທີ່ເຮົາຄິດ.

ມາເບິ່ງວິທີທີ່ຈະຊ່ວຍໃຫ້ເຮົາຮູ້ສຶກດີຂຶ້ນ ເມື່ອເຮົາຮູ້ສຶກບໍ່ປອດໄພໃນຄວາມສຳພັນ:

1. ເບິ່ງໂລກໃນແງ່ດີ: ໃນເວລາທີ່ມີເລື່ອງທຸກໃຈເກີດຂຶ້ນ ຄວນເບິ່ງໂລກໃນແງ່ດີເຂົ້າໄວ້ ຢ່າດ່ວນສະຫຼຸບໄວຈົນເກີນໄປ ເພາະຈະເຮັດໃຫ້ເຮົາທຳຮ້າຍຄວາມຮູ້ສຶກຂອງອີກຝ່າຍໂດຍບໍ່ຮູ້ຕົວ.

2. ເປີດໃຈສົນທະນາກັນ: ຫາກເຮົາກຳລັງຢ້ານ ຫຼື ກັງວົນໃນຄວາມສຳພັນຢູ່ ການເວົ້າກົງໄປກົງມາຈະຊ່ວຍໃຫ້ເຮົາໄດ້ເຂົ້າໃຈຄວາມຮູ້ສຶກກັນ ແລະ ກັນຫຼາຍຂຶ້ນ

3. ການໃຫ້ກຳລັງໃຈ: ການສົ່ງເສີມ ແລະ ໃຫ້ກຳລັງໃຈເປັນເລື່ອງທີ່ສຳຄັນທີ່ຈະຊ່ວຍໃຫ້ຄວາມສຳພັນເຮົາສາມາດດຳເນີນໄປໄດ້ດີຍິ່ງຂຶ້ນ ເພາະການສະແດງອອກດ້ວຍຄວາມຮັກ ໃຫ້ການສະໜັບສະໜູນກັນ ແລະ ກັນຈະຊ່ວຍຫຼຸດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນໄດ້.

ເພື່ອຢຸດທຳຮ້າຍຄວາມຮູ້ສຶກຂອງຄົນທີ່ເຮົາຮັກບາງຄັ້ງອາດຈະຕ້ອງເຂົ້າໃຈ ແລະ ໄວ້ໃຈໃນຄວາມສຳພັນທີ່ເກີດຂຶ້ນ ແລະ ຢ່າລືມໃສ່ໃຈຄວາມຮູ້ສຶກຂອງກັນ ເພາະບໍ່ມີໃຜຢາກຖືກທຳຮ້າຍຄວາມຮູ້ສຶກ ບໍ່ວ່າຈະເປັນຕົວເຮົາ ຫຼື ຄົນອ້ອມຂ້າງກໍຕາມ.

https://www.facebook.com/share/rnXvXZwa3B7LDnGi/?mibextid=WC7FNe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/