ຍຸກໃໝ່ຂອງການລົງທຶນ! Bitcoin ETF ໄດ້ມາຮອດອອສເຕຣເລຍແລ້ວ


ຕະຫຼາດຫຼັກຊັບທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ (ASX) ໄດ້ອະນຸມັດບັນຊີລາຍຊື່ຂອງກອງທຶນຊື້ຂາຍແລກປ່ຽນ Bitcoin (ETF) ເປັນຄັ້ງທໍາອິດຂອງປະເທດ, ເຊິ່ງກອງທຶນ ETF ດັ່ງກ່າວມີຊື່ວ່າ VanEck Bitcoin ETF (VBTC), ຈະຖືກອອກໂດຍບໍລິສັດຄຸ້ມຄອງຊັບສິນທີ່ມີຊື່ສຽງ VanEck.

ການອະນຸມັດນີ້ແມ່ນເກີດຂຶ້ນຫຼັງຈາກຜົນສໍາເລັດອັນໂດດເດັ່ນຂອງ Bitcoin ETFs ໃນສະຫະລັດ. ເຊິ່ງມີການລົງທະບຽນ Bitcoin ETFs ແບບ Spot ໄວ້ 11 ລາຍການໃນເດືອນມັງກອນ. ຫຼັງຈາກນັ້ນຮ່ອງກົງກໍໄດ້ເປີດຕົວ Bitcoin ETFs, ຕາມຫຼັງສະຫະລັດມາແບບຕິດໆ, ເຊິ່ງນີ້ຊີ້ໃຫ້ເຫັນເຖິງທ່າອ່ຽງການຂະຫຍາຍຕົວໃນທົ່ວໂລກຕໍ່ກັບການລົງທຶນເຫຼົ່ານີ້. ການນໍາ Bitcoin ETF ໃນ ASX ເປັນຕົວຊີ້ບອກທີ່ຊັດເຈນວ່າອອສເຕຣເລຍມີຄວາມກະຕືລືລົ້ນທີ່ຈະເຂົ້າຮ່ວມ.

ອອສເຕຣເລຍໄດ້ສຳຜັດ Bitcoin ETFs ແບບ spot ມາແລ້ວ, ໂດຍ Global X 21 Shares Bitcoin ETF (EBTC) ແມ່ນລາຍທຳອິດທີ່ເປີດຕົວໃນເດືອນເມສາ 2022. ເມື່ອບໍ່ດົນມານີ້, Monochrome Bitcoin ETF (IBTC) ກໍໄດ້ເປີດໃຫ້ເລີ່ມຊື້ຂາຍໃນວັນທີ 4 ມິຖຸນາໃນຕະຫຼາດຫຼັກຊັບ Cboe Australia exchange ທີ່ໃຫຍ່ເປັນອັນດັບ 2 ຂອງອອສເຕຣເລຍ. ຢ່າງໃດກໍຕາມ, ການລົງທະບຽນ VBTC ໃນ ASX ເພີ່ມທະວີການເບິ່ງເຫັນ ແລະ ຄວາມໜ້າເຊື່ອຖືຂອງຕົນ ເພື່ອດຶງດູດນັກລົງທຶນໃນວົງກວ້າງ

“ຄວາມຕ້ອງການສໍາລັບການເຂົ້າເຖິງ Bitcoin ຜ່ານການຈົດທະບຽນໃນການຊື້ຂາຍໃນ ASX ແມ່ນເພີ່ມຂຶ້ນ, ແລະລູກຄ້າຈໍານວນຫຼາຍຂອງພວກເຮົາບອກພວກເຮົາວ່າລູກຄ້າຂອງພວກເຂົາພ້ອມທີ່ຈະຈັດສັນການລົງທຶນຂອງພວກເຂົາແລ້ວ” Arian Neiron CEO ​ແລະ ​ຜູ້​ອໍາ​ນວຍ​ການ​ບໍ​ລິ​ຫານ VanEck Asia Pacific ກ່າວ.

ໃນຖານະເປັນຕະຫຼາດຫຼັກຊັບທີ່ໃຫຍ່ທີ່ສຸດໃນປະເທດ, ASX ໄດ້ນຳສະເໜີການເປີດເຜີຍ ແລະ ການເຂົ້າເຖິງ Bitcoin ທີ່ເໜືອຊັ້ນ, ເຮັດໃຫ້ນັກລົງທຶນສາມາດແຈກຍາຍຫຼັກຊັບໃນການລົງທຶນດ້ວຍສິນຊັບ crypto ໄດ້ງ່າຍຂຶ້ນ.

ໃນທົ່ວໂລກ, ຜະລິດຕະພັນການລົງທຶນສິນຊັບດິຈິຕອນໄດ້ມີການປ່ຽນແປງທີ່ສໍາຄັນ. ອີງຕາມບົດລາຍງານຫຼ້າສຸດຂອງ CoinShares, ໄດ້ມີການໄຫຼອອກສຸດທິຂອງ 600 ລ້ານໂດລາໃນອາທິດທີ່ຜ່ານມາ, ເຊິ່ງນີ້ແມ່ນທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ວັນທີ 22 ເດືອນມີນາ.

“ການໄຫຼອອກຂອງທຶນທັງໝົດແມ່ນສຸມໃສ່ Bitcoin, ໂດຍມີການໄຫຼອອກຂອງທຶນ 621 ລ້ານໂດລາ, ຄວາມບໍ່ແນ່ນອນຍັງກະຕຸ້ນໃຫ້ເງິນທຶນໄຫຼເຂົ້າ short-bitcoin 1.8 ລ້ານໂດລາ” James Butterfill, ຫົວໜ້າຝ່າຍຄົ້ນຄວ້າຂອງ CoinShares ກ່າວ.

ກະແສເງິນທຶນເຫຼົ່ານີ້ເກີດຂຶ້ນຫຼັງຈາກໄລຍະເວລາຂອງການໄຫຼເຂົ້າຂອງທຶນຂະໜາດໃຫຍ່. ຕາມມາດ້ວຍກອງປະຊຸມຄະນະກໍາມະການຕະຫຼາດເປີດຂອງລັດຖະບານກາງ (FOMC) ທີ່ເຄັ່ງຄັດກວ່າທີ່ຄາດໄວ້. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ນັກ​ລົງ​ທຶນ​ຫຼຸດ​ຜ່ອນ​ການ​ເປີດຮັບ​ກັບ​ສິນຊັບທີ່ມີອຸປະທານ​ຄົງ​ທີ່ ເຊິ່ງສົ່ງຜົນໃຫ້ມີການຫຼຸດລົງ. ດັ່ງນັ້ນ, ສິນຊັບທັງໝົດພາຍໃຕ້ການຄຸ້ມຄອງ (AuM) ຫຼຸດລົງຈາກຫຼາຍກວ່າ 100 ຕື້ໂດລາຫາ 94 ຕື້ໂດລາພາຍໃນໜຶ່ງອາທິດ.

ປະລິມານການຊື້ຂາຍຍັງຄົງຫຼຸດລົງໂດຍລວມຢູ່ທີ່ 11 ຕື້ໂດລາຕໍ່ອາທິດ. ເມື່ອທຽບກັບຄ່າສະເລ່ຍປະຈໍາອາທິດທີ່ 22 ຕື້ໂດລາໃນປີນີ້ ເຖິງວ່າຈະມີການຫຼຸດລົງ ແຕ່ປະລິມານເຫຼົ່ານີ້ຍັງສູງກ່ວາສະເລ່ຍປະຈໍາອາທິດຂອງປີທີ່ຜ່ານມາທີ່ 2 ຕື້ໂດລາ. ຜະລິດຕະພັນແລກປ່ຽນສິນຊັບດິຈິຕອນ (ETPs) ໄດ້ຖືຄອງ 31% ຂອງປະລິມານການຊື້ຂາຍທົ່ວໂລກໃນການແລກປ່ຽນທີ່ເຊື່ອຖືໄດ້ ເຊິ່ງເນັ້ນໜັກເຖິງຄວາມກ່ຽວຂ້ອງຢ່າງຕໍ່ເນື່ອງໃນຕະຫຼາດ.

ໃນລະດັບພາກພື້ນ ສະຫະລັດໄດ້ເຫັນການໄຫຼອອກຂອງທຶນທີ່ໃຫຍ່ທີ່ສຸດ ໂດຍລວມທັງໝົດ 565 ລ້ານໂດລາ. ແນວໃດກໍຕາມ, ຄວາມເຊື່ອໝັ້ນໃນເຊີງລົບແມ່ນບໍ່ຈໍາກັດພຽງແຕ່ສະຫະລັດເເຕ່ຜູ້ດຽວ ແຄນາດາ, ສະວິດເຊີແລນ ແລະ ສະວີເດນໄດ້ປະສົບກັບເງິນທຶນທີ່ໄຫຼອອກ 15 ລ້ານໂດລາ, 24 ລ້ານໂດລາ ແລະ 15 ລ້ານໂດລາຕາມລໍາດັບ. ໃນທາງກົງກັນຂ້າມ, ເຢຍລະມັນໄດ້ຂັດຂວາງທ່າອ່ຽງທີ່ມີເງິນທຶນເຂົ້າມາຂອງ 17 ລ້ານໂດລາ, ນີ້ສະແດງໃຫ້ເຫັນທ່າອ່ຽງໃນທາງບວກຕໍ່ກັບສິນຊັບດິຈິຕອນ ​ແລະ ​ອອສເຕຣເລຍ​ເອງກໍໄດ້ເດີນຕາມຫຼັງມາແບບຕິດໆ.

ສຳລັບການໄຫຼອອກຂອງທຶນສ່ວນໃຫຍ່ແມ່ນໄດ້ສຸມໃສ່ Bitcoin, ເຊິ່ງເຫັນວ່າການໄຫຼອອກຂອງທຶນຢ່າງຫຼວງຫຼາຍແມ່ນ 621 ລ້ານໂດລາ, ທ່າອ່ຽງຫຼຸດລົງນີ້ຍັງນໍາໄປສູ່ການໄຫຼອອກຂອງທຶນໄຫຼເຂົ້າເຖິງ 1.8 ລ້ານໂດລາໃນ short-bitcoin ນີ້ຊີ້ໃຫ້ເຫັນວ່ານັກລົງທຶນບາງຄົນກໍາລັງວາງເດີມພັນວ່າລາຄາຈະຫຼຸດລົງຕື່ມອີກ.

ເຖິງແມ່ນວ່າຈະມີຄວາມເຊື່ອໝັ້ນໃນທາງລົບທີ່ອ້ອມຮອບ Bitcoin, ແຕ່ສິນຊັບດິຈິຕອນອື່ນໆກໍໄດ້ດຶງດູດເງິນທຶນໄຫຼເຂົ້າມາໃນເຊີງບວກ, altcoins ຕ່າງໆໄດ້ຮັບຄວາມສົນໃຈຢ່າງແຂງແຮງຈາກນັກລົງທຶນ Ethereum ນໍາດ້ວຍເງິນທຶນທີ່ໄຫຼເຂົ້າມາ 13 ລ້ານໂດລາ, LIDO ແລະ XRP ເຊິ່ງໄດ້ຮັບ 2 ລ້ານໂດລາ ແລະ 1 ລ້ານໂດລາຕາມລໍາດັບ.

ທີ່ມາ:

cryptopolitan

Julian__Fahrer

blog.coinshares.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/