ຍີ່ປຸ່ນ ພ້ອມດັນ “ອະນິເມະ – ເກມ” ຕີຕະຫຼາດຕ່າງປະເທດ ພ້ອມຕັ້ງເປົ້າລາຍໄດ້ 20 ລ້ານລ້ານເຢນ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ລັດຖະບານຍີ່ປຸ່ນ ປະເທດມະຫາອຳນາດແຫ່ງວັດທະນະທຳກາຕູນ ວາງແຜນຂະຫຍາຍຕະຫຼາດອະນິເມະ ແລະ ເກມໃນຕ່າງປະເທດໃຫ້ໄດ້ຮອດ 4 ເທົ່າ ຫຼື ຄິດເປັນມູນຄ່າ 130,000 ລ້ານໂດລາ ພາຍໃນ 10 ປີ ໂດຍເຊື່ອວ່າຈະເຕີບໂຕໄດ້ຢ່າງເທົ່າທຽມກັນ ກັບອຸດສາຫະກຳເຫຼັກ ແລະ ເຊມິຄອນດັກເຕີ.

ກົນລະຍຸດ “Cool Japan” ລະບຸວ່າເປົ້າໝາຍຂອງລັດຖະບານໃນການສົ່ງອອກຊັບສິນທາງວັດທະນະທຳເຫຼົ່ານີ້ໃຫ້ໄດ້ 20 ລ້ານລ້ານເຢນ ພາຍໃນປີ 2034. ທັງນີ້ຈາກສະຖິຕິເມື່ອປີ 2023 ອຸດສາຫະກຳເກມ, ອະນິເມະ ແລະ ມັງງະຂອງປະເທດຍີ່ປຸ່ນ ກວາດລາຍໄດ້ຈາກຕ່າງປະເທດ 4.7 ລ້ານລ້ານເຢນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/