ຍີ່ປຸ່ນ ກຽມສ້າງ Gundam ຕົວໃໝ່ ທີ່ມີຂະໜາດໃຫຍ່ເທົ່າຕົວແທ້ ທີ່ເມືອງ ຟຸກຸໂອກະ


ປະເທດຍີ່ປຸ່ນກຽມສ້າງຫຸ່ນ Gundam ຕົວໃໝ່ທີ່ມີຂະໜາດເທົ່າຕົວແທ້ໃນເມືອງ ຟຸກຸໂອກະ ເຊີ່ງພ້ອມຈະເປີດຕົວໃຫ້ເຂົ້າໄປທ່ຽວຊົມແລະຖ່າຍຮູບກັນໄດ້ໃນເດືອນ ເມສາ ປີໜ້າ.

ໂດຍຫຸ່ນ Gundam ຕົວໃໝ່ທີ່ກຳລັງຈະສ້າງຂຶ້ນນີ້ມີຊື່ວ່າ RX-93ff V Gundam ເປັນຫຸ່ນຂອງຕົວລະຄອນ Amuro Ray ຈາກພາກ Mobile Suit Gundam: Char’s Counterattack ເຊິ່ງຈະຢູ່ພາຍໃຕ້ການຜະລິດຂອງບໍລິສັດ Sunrise Studio ແລະ Bandai Namco Group.

ສະຖານທີ່ຕັ້ງຂອງຂອງຫຸ່ນ Gundam ຕົວໃໝ່ນີ້ຈະຢູ່ທີ່ Mitsui Shopping Park LaLaport ທີ່ເມືອງຟຸກຸໂອກະ ໂດຍທ່ານ Koji Fujiwara – Chief Gundam Officer ຂອງ Bandai Namco Entertainment ໄດ້ອອກມາບອກວ່າຮູບປັ້ນຫຸ່ນຈະໄດ້ມີການໃສ່ລູກຫຼິ້ນທີ່ເປັນຂອງ V Gundam ໂດຍສະເພາະ ເພື່ອເພີ່ມຄວາມໜ້າສົນໃຈໃຫ້ແກ່ຫຸ່ນຕົວໃໝ່ນີ້.

ທີ່ມາ: https://bit.ly/3nKPeQG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/