ຍີ່ປຸ່ນລ້ຳໜ້າ ແອັບ CatsMe ກວດຈັບສີໜ້າແມວບໍ່ສະບາຍໄດ້ຖືກຕ້ອງຮອດ 95%


ປະເທດ ຍີ່ປຸ່ນ ໄດ້ມີການໃຊ້ງານແອັບພິເຄຊັນສຳລັບກວດສຸຂະພາບ ແລະ ອາການເຈັບເປັນຂອງແມວ ໂດຍແອັບພິເຄຊັນດັ່ງກ່າວມີຊື່ວ່າ CatsMe ໂດຍຈະໃຊ້ກວດອາການຂອງແມວ ຜ່ານການສະແກນໜ້າ ເນື່ອງຈາກຕາມປົກກະຕິ ເມື່ອແມວບໍ່ສະບາຍພວກມັນຈະບໍ່ຄ່ອຍສະແດງອາການ.

ແອັບພິເຄຊັນນີ້ໄດ້ຮັບການພັດທະນາຈາກບໍລິສັດສະຕາດອັບດ້ານເຕັກໂນລີຊີທີ່ຊື່ວ່າ ແຄໂລຈີ ແລະ ນັກວິໄຈຈາກມະຫາວິທະຍາໄລ ນິຮອນ ເຊິ່ງໄດ້ເຮັດການບັນທຶກພາບຂອງແມວຕ່າງໆຫຼາຍກວ່າ 6,000 ຮູບ ແລະ ໃຊ້ລະບົບ AI ໃນການປະມວນຜົນ ເພື່ອບອກອາການເຈັບປ່ວຍຂອງແມວ ພ້ອມຍັງສາມາດບອກໄດ້ວ່າເຈັບປ່ວຍຢູ່ໃນລະດັບໃດ ມີຄວາມຖືກຕ້ອງຫຼາຍກວ່າ 95%.

ນັກພັດທະນາຄາດຫວັງວ່າ ລະດັບຄວາມຖືກຕ້ອງຈະດີຂຶ້ນເນື່ອງຈາກລະບົບ AI ຍັງຄົງບັນທຶກສີໜ້າຂອງແມວໄດ້ຫຼາຍຂຶ້ນ ເຊິ່ງນັບຕັ້ງແຕ່ເປິດຕົວໃນປີ 2022 ມີລູກຄ້າຜູ້ໃຊ້ງານແອັບພິເຄຊັນ CatsMe ຫຼາຍກວ່າ 230,000 ຄົນ  ເນື່ອງຈາກສັງຄົມມີແນວໂນ້ມຈະລ້ຽງສັດລ້ຽງຫຼາຍຂຶ້ນ ເພາະຄົນໂສດເພີ່ມຂຶ້ນ.

ທີ່ມາ: https://ch3plus.com/news/international/frontpagenews/404071

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/