ຍັງບໍ່ທັນຫຼຸດພົ້ນເທື່ອ! ສະຫະປະຊາຊາດ ພຽງສະເໜີໃຫ້ລາວຫຼຸດພົ້ນຈາກກຸ່ມປະເທດດ້ອຍພັດທະນາ ໂດຍຈະຜ່ານໄລຍະການກະກຽມ 5 ປີ


ຜ່ານການກວດສອບທຸກໆ 3 ປີ ທາງຄະນະກຳມະການນະໂນບາຍການພັດທະນາ, ສະຫະປະຊາຊາດໄດ້ມີການປະກາດສະເໜີ ໃຫ້ລາວກຽມພ້ອມໃນການຫຼຸດພົ້ນຈາກກຸ່ມປະເທດດ້ອຍພັດທະນາໃນປີ 2026 ເຊິ່ງຈະຕ້ອງຜ່ານໄລຍະການກະກຽມ 5 ປີ. ພາຍໃນໄລຍະການກະກຽມນັ້ນ, ລາວຈະຍັງຄົງສືບຕໍ່ຢູ່ໃນໝວດບັນດາປະເທດດ້ອຍພັດທະນາ ເພື່ອໄດ້ຮັບການຊ່ວຍເຫຼືືອຕ່າງໆ.

ໂດຍທາງຄະນະກຳມະການໄດ້ນຳໃຊ້ 3 ເງື່ອນໄຂທີ່ຈະຊີ້ວ່າສະຖານະຂອງປະເທດແມ່ນຢູ່ໝວດດ້ອຍພັດທະນາຄື: ລາຍຮັບຕໍ່ບຸກຄົນ, ຊັບສິນຂອງບຸກຄົນ, ສະພາບເສດຖະກິດ.

ທາງສະຫະປະຊາຊາດຈະໄດ້ມີການສືບຕໍ່ກວດສອບການເຄື່ອນໄຫວທາງດ້ານການພັດທະນາຂອງປະເທດລາວຕໍ່ການຫຼຸດພົ້ນ ແລະ ຈະສະໜັບສະໜູນໃຫ້ຄຳປຶກສາ ພ້ອມກັບຂໍ້ມູນເພື່ອກະກຽມເຂົ້າຮ່ວມອົງການພັດທະນາ ECOSOC.


ການກ້າວອອກຈາກການເປັນປະເທດດ້ອຍພັດທະນານັ້ນ ບໍ່ພຽງແຕ່ຈະສະທ້ອນໃຫ້ເຫັນເຖິງລາຍຮັບທີ່ສູງຂຶ້ນ ແລະ ບຸກຄະລາກອນທີ່ພັດທະນາຂຶ້ນເທົ່ານັ້ນ ມັນຍັງວາງພາບລັກໃນທາງບວກໃຫ້ປະເທດແກ່ບັນດານາຍທຶນ ແລະ ການສານສຳພັນທີ່ແໜ້ນໜາຂຶ້ນໄປອິກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/