ຊຽງຂວາງ ຕັ້ງເປົ້າຈະຍາດໃຫ້ໄດ້  100 ກວ່າຫຼຽນ ໃນຊຽງຂວາງເກມ


ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້, ຫົວໜ້າທັບນັກກິລາແຂວງຊຽງຂວາງ ຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 33 ຫຼຽນຄຳ, 37 ຫຼຽນເງິນ ແລະ 41 ຫຼຽນທອງ (ລວມທັງໝົດ 111 ຫຼຽນ), ຄາດວ່າຈະສູ້ຊົນໃຫ້ຢູ່ໃນອັນດັບທີ 4-6 ຂອງຕາຕະລາງສະຫຼຸບຫຼຽນຮາງວັນ ງານມະຫະກຳກິລາແຫ່ງຊາດຄັ້ງນີ້. ຂະນະທີ່ ແຂວງຊຽງຂວາງ ໄດ້ສົ່ງທັບນັກກິລາ ເຂົ້າຮ່ວມແຂ່ງຂັນທັງໝົດ 25 ປະເພດກິລາ, ໃນນັ້ນ, ມີນັກກິລາ, ຄະນະນຳ ແລະ ຄູເຝິກ ທັງໝົດ 576 ຄົນ, ຍິງ 209 ຄົນ.

ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນທັບນັກກິລາ ແຂວງຊຽງຂວາງ ມີຄວາມພ້ອມທີ່ຈະເຂົ້າຮ່ວມແຂ່່ງຂັນ ທັງ 25 ປະເພດກິລາ, ພາຍຫຼັງທີ່ ຄະນະນຳ-ຄູເຝິກນັກກິລາ ໄດ້ເລີ່ມຄັດເລືອກນັກກິລາ ໃນລະຫວ່າງເດືອນສິງຫາ-ກັນຍາ 2022 ຜ່ານມາ ໂດຍໄດ້ເລີ່ມເຝິກແອບແຕ່ລະປະເພດກິລາຫຼັງຈາກຄັດເລືອກແລ້ວ ພ້ອມທັງໄດ້ເຂົ້າຮ່ວມການແຂ່ງຂັນບາງລາຍການ ທີ່ພາກສ່ວນກ່ຽວຂ້ອງຈັດຂຶ້ນ ແລະ ໄດ້ເຂົ້າສູນເຝິກຊ້ອມ ແຕ່ວັນທີ 1 ຕຸລາ 2022 ເປັນຕົ້ນມາ.

ສຳລັບການກະກຽມຄວາມພ້ອມຂອງກຳມະການ, ອະນຸກຳມະການຝ່າຍຕ່າງໆ ໂດຍລວມເຫັນວ່າ ມີຄວາມພ້ອມເຊັ່ນກັນ ແຕ່ຍັງມີບາງໜ້າວຽກ ຂອງບາງກຳມະການທີ່ຕ້ອງໄດ້ລົງລາຍລະອຽດ ເປັນຕົ້ນ ກຳມະການເປີດ-ປິດ ແມ່ນກຳລັງເຝິກຊ້ອມກ້ອນກຳລັງ ຕາມແຜນ ແລະ ລາຍການສະແດງທີ່ໄດ້ກຳນົດ ແລະ ຮັບຮອງແລ້ວ, ການຕົບແຕ່ງພິທີເປີດ-ປິດ ແລະ ການຕິດຕັ້ງອຸປະກອນຮັບໃຊ້ງານ ແມ່ນກໍາລັງດໍາເນີນງານ, ອະນຸກຳມະການຂຶ້ນທະບຽນ ແລະ ອອກບັດ ກຳລັງຂຸ້ນຂ້ຽວ ເຮັດບັດຄ້ອງຄໍໃຫ້ກຳມະການ, ແຂກເຂົ້າຮ່ວມງານ ແລະ ທັບນັກກິລາຈາກພາກສ່ວນຕ່າງໆ ໃຫ້ສຳເລັດກ່ອນມື້ເປີດງານ. ສ່ວນກໍາມະການຂົນສົ່ງ ໄດ້ຈັດສັນຈຸດພັກ-ຈຸດຈອດລົດຕາມສະໜາມແຂ່ງຂັນຕ່າງໆ ເພື່ອໃຫ້ມີຄວາມສະດວກ-ປອດໄພ, ກໍາມະການສຸຂະພາບ-ການແພດ, ໄດ້ອອກແຈ້ງການຮັບປະກັນປ້ອງກັນການລະບາດພະຍາດໂຄວິດ-19 ແລະ ພະຍາດຕາມລະດູການ ໃນໄລຍະງານກິລາແຫ່ງຊາດ, ໄດ້ອົບຮົມທີມງານແພດປະຈໍາສະໜາມແຂ່ງຂັນ, ຈຸດພັກເຊົາຂອງແຂກການນໍາ ແລະ ຈຸດປະສານງານຂອງສະຖານທີ່ພັກນັກກິລາ ພາກສ່ວນຕ່າງໆ.

ທ່ານ ບຸນເລື່ອນ ວັນນາຮັກ ໃຫ້ຮູ້ອີກວ່າ: ໃນໄລຍະຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ແມ່ນຈະໄດ້ປິດການຮຽນ-ການສອນ ຊົ່ວຄາວໃນໂຮງຮຽນ 19 ແຫ່ງ ເພື່ອໃຊ້ເປັນທີ່ພັກຄູເຝິກ, ນັກກິລາ ຈາກພາກສ່ວນຕ່າງໆ ໂດຍຈະເລີ່ມພັກຮຽນແຕ່ ວັນທີ 14 ພະຈິກ 2022 ຫາ ວັນທີ 25 ທັນ ວາ 2022. ສ່ວນບັນດາໂຮງຮຽນພາຍໃນເທສະບານເມືອງແປກ ກຸ່ມ 1, 2, 3 ໃຫ້ພັກຮຽນ ເລີ່ມແຕ່ວັນທີ 1-25 ທັນວາ 2022 ແລະ ຈະປິດການຮຽນ-ການສອນ ທຸກໂຮງຮຽນ ໃນທົ່ວແຂວງ ທັງພາກລັດ ແລະ ເອກະຊົນເລີ່ມແຕ່ວັນທີ 13-25 ທັນວາ 2022 ແລະ ໃຫ້ທຸກລະບົບການຮຽນ-ການສອນ ທັງພາກລັດ ແລະ ເອກະຊົນ ສືບຕໍ່ຈັດຕັ້ງການຮຽນ-ການສອນເລີ່ມແຕ່ວັນທີ 26 ທັນວາ 2022 ເປັນ ຕົ້ນໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/