ຊົມເຊີຍ! ທັບນັກກິລາ ກຸນ ບົກກະຕໍ ທີມຊາດລາວ ຄວ້າຫຼຽນຄຳທຳອິດ ໃນຊີເກມ ຄັ້ງທີ 32 ໃຫ້ ສປປ ລາວ ໄດ້ສຳເລັດ


ຊົມເຊີຍ ທັບນັກກິລາ ກຸນ ບົກກະຕໍ ທີມຊາດລາວ ທີ່ເຮັດຜົນງານໄດ້ຢ່າງໂດດເດັ່ນຈົນສາມາດຄວ້າໄດ້ 1 ຫຼຽນຄຳທຳອິດ ໃຫ້ ສປປ ລາວ ແລະ ຍັງກວາດເອົາອີກ 3 ຫຼຽນທອງ ໃນການແຂ່ງຂັນມື້ທຳອິດຂອງການແຂ່ງຂັນກິລາກຸນ ບົກກະຕໍ ໃນຊີເກມຄັ້ງທີ 32 ​ທີ່ປະເທດ ກຳປູເຈຍ ເປັນເຈົ້າພາບ.

ໂດຍຫຼຽນຄຳທຳອິດຂອງ ສປປ ລາວ ຕົກເປັນຂອງ ກອງເງິນ ອິນທິສານ ນັກກິລາມວຍ ກຸນ ບົກກະຕໍ (Kun Bokator) ປະເພດລຳດ່ຽວຊາຍ ເອົາຊະນະ ນັກກິລາຈາກເຈົ້າພາບ 7,83 ຕໍ່ 7,82 ຄະແນນ, ສ່ວນຫຼຽນທອງທຳອິດຕົກເປັນຂອງ ນາງ ສົມຫວັງ ນັກກິລາ ກຸນ ບົກກະຕໍ (Kun Bokator) ປະເພດລຳດ່ຽວຍິງ ໄດ້ຫຼຽນທອງ ດ້ວຍ 6,92 ຄະແນນ, ຫຼຽນທອງທີ 2 ເປັນຂອງ ທ້າວ ນະລົງກອນ ສຸດທິວັນນາ  ໃນກິລາກຸນ ບົກກະຕໍ  ປະເພດຟ້ອນດຽວມືເປົ່າ ແລະ ຫຼຽນທອງທີ 3 ເປັນຂອງ ທ້າວ ອານຸສອນ ສຸວັນນະລາດ ນັກກິລາ ກຸນ ບົກກະຕໍ ປະເພດຟ້ອນດ່ຽວມີອາວຸດ.

ສຳລັບ ເຈົ້າຫຼຽນຄຳ ປະຈຳວັນທີ 4 ພຶດສະພາ ທີ່ຜ່ານມານີ້ ໃນການແຂ່ງຂັນຊີເກມຄັ້ງທີ 32 ແມ່ນຕົກເປັນຂອງປະເທດກຳປູເຈຍ ເຈົ້າພາບ ທີ່ກວາດໄປທັງໝົດ 9 ຫຼຽນ ແບ່ງອອກເປັນ 5 ຫຼຽນຄຳ ແລະ 4 ຫຼຽນເງິນ, ອັນດັບ 2 ເປັນຂອງ ຟີລິບປິນ ກວາດໄປ 7 ຫຼຽນ ແບ່ງເປັນ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ; ອັນດັບ 3 ເປັນຂອງປະເທດໄທ ກວາດໄປ 3 ຫຼຽນແບ່ງເປັນ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ; ອັນດັບ 4 ເປັນຂອງ ນັກກິລາລາວເຮົາ ກວາດໄປ 4 ຫຼຽນ ແບ່ງເປັນ 1 ຫຼຽນຄຳ ແລະ 3 ຫຼຽນທອງ; ອັນດັບ 5 ເປັນຂອງ ອິນໂດເນເຊຍ ກວາດໄປ 6 ຫຼຽນໄດ້ແກ່ 1 ຫຼຽນເງິນ ແລະ 5ຫຼຽນທອງ; ອັນດັບ 6 ມຽນມາ ກວາດໄປ 4 ຫຼຽນ 1 ຫຼຽນເງິນ ແລະ 3 ຫຼຽນທອງ; ອັນດັບ 7 ຫວຽດນາມ ກວາດໄປ 3 ຫຼຽນທອງ.

ຂອບໃຈຂໍ້ມຸນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/