ຊື້ຂາຍ ຈ່າຍສະດວກ ລົງທຶນງ່າຍ ຄົບວົງຈອນ! Mercari ເປີດຕົວບໍລິການຊື້ຂາຍ ETH ໃນແອັບຊື້ຂາຍສິນຄ້າ ແລະ ລົງທຶນໃນເວລາດຽວກັນ


Mercari ແພລັດຟອມອີຄອມເມີດຍັກໃຫຍ່ຂອງຍີ່ປຸ່ນ ໄດ້ກ້າວເຂົ້າສູ່ອຸດສາຫະກໍາ cryptocurrency, ດ້ວຍການເປີດຕົວບໍລິການຊື້ຂາຍ Ethereum (ETH) ໃນແອັບພິເຄຊັນຂອງຕົນເອງ. ໂດຍໄດ້ເປີດໃຫ້ລິການຕັ້ງແຕ່ວັນທີ 21 ພຶດສະພາທີ່ຜ່ານມາ.

ການເປີດຕົວໃນຄັ້ງນີ້ ຖືເປັນການຂະຫຍາຍຂອບເຂດທຸລະກິດຂອງ Mercari ເຂົ້າໄປໃນຕະຫຼາດ cryptocurrency ທີ່ມີການເຕີບໂຕຢ່າງໄວວາ, ໂດຍ Mercari ແນມເຫັນໂອກາດທີ່ຈະດຶງດູດລູກຄ້າໃໝ່ໆ ແລະ ເພີ່ມຖານຜູ້ໃຊ້ປັດຈຸບັນໃຫ້ມີສ່ວນຮ່ວມກັບແພລັດຟອມຫຼາຍຂຶ້ນ.

Mercari ແມ່ນເປັນທີ່ຮູ້ຈັກກັນດີໃນນາມ “ຕະຫຼາດຊື້ຂາຍອອນລາຍທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ” ໂດຍດໍາເນີນການງານໃນລັກສະນະຂອງ “ຕະຫຼາດນັດອອນລາຍ” ຄ້າຍຄືກັບ eBay, ຜູ້ໃຊ້ສາມາດຊື້ ແລະ ຂາຍຜະລິດຕະພັນທີ່ຫຼາກຫຼາຍໃນແພລັດຟອມ.

ໃນໄລຍະ 2 – 3 ປີທີ່ຜ່ານມາ, Mercari ໄດ້ໃຫ້ຄວາມສຳຄັນກັບ cryptocurrencies ຫຼາຍຂຶ້ນ. ບໍລິສັດໄດ້ເປີດຕົວເວັບເທຣດ crypto ຂອງຕົນເອງ ແລະ ​ໄດ້​ເຊື່ອມ​ເວັບເທຣດ​ນີ້ເຂົ້າກັບແອັບພິເຄຊັນສຳລັບການຊື້ຂາຍສິນຄ້າ (marketplace app) ທີ່​ມີ​ຢູ່​ແລ້ວ​

ຄວາມສໍາເລັດຂອງເວັບເທຣດ crypto Mercari:

  • ຜົນການສຳຫຼວດໃນປີກາຍນີ້ ຊີ້​ອອກ​ວ່າ ຜູ້ໃຊ້ Cryptocurrency ຊາວຍີ່ປຸ່ນລາຍໃໝ່ມີທ່າອ່ຽງທີ່ຈະເລືອກໃຊ້ເວັບເທຣດຂອງ Mercari ຫຼື Rakuten (ຄູ່ແຂ່ງວົງການອີຄອມເມີຊ) ຫຼາຍກວ່າການເລືອກໃຊ້ເວັບເທຣດຂອງບໍລິສັດດ້ານ crypto ທີ່ໄດ້ສ້າງຕັ້ງຂຶ້ນມາດົນນານ.
  • ບໍລິສັດລູກດ້ານ cryptocurrency ຂອງ Mercari ຄື Melcoin ໄດ້ປະສົບຄວາມສຳເລັດໃນການປະມວນຜົນທຸລະກຳຊຳລະເງິນດ້ວຍ Bitcoin (BTC) ໃນແພລັດຟອມຫຼາຍກວ່າ 100,000 ລາຍການ
  • Mercari ລາຍງານວ່າຜູ້ໃຊ້ຫຼາຍກວ່າ 2 ລ້ານຄົນໄດ້ເລີ່ມຕົ້ນການຊື້ຂາຍ Bitcoin (BTC) ໃນແພລັດຟອມຂອງຕົນແລ້ວ.

ການເປີດຕົວບໍລິການເທຣດ Ethereum (ETH):

ຜູ້ໃຊ້ແອັບພລິເຄຊັນ Mercari ຈະສາມາດຊື້ Ethereum ດ້ວຍບັດເຄຣດິດ ຫຼື ບັດເດບິດ ແລະ ສາມາດໃຊ້ຄະແນນສະສົມຂອງ Mercari ໃນການແລກປ່ຽນໄດ້

ໃນເບື້ອງຕົ້ນ, ຜູ້ຊື້ຈະສາມາດຊໍາລະເງິນດ້ວຍ Ethereum ໄດ້, ແຕ່ຜູ້ຂາຍຍັງຄົງໄດ້ຮັບເງິນເປັນສະກຸນເງິນເຢນ. ລາຄາສິນຄ້າໃນແພລັດຟອມ Mercari ຈະຄົງສະແດງເປັນສະກຸນເງິນເຢນເທົ່ານັ້ນ.

ປັດໄຈທີ່ສະໜັບສະໜູນການເຕີບໂຕຂອງ Ethereum:

ຂໍ້ມູນຈາກ Google Trends ສະແດງໃຫ້ເຫັນເຖິງການເພີ່ມຂຶ້ນຂອງການຄົ້ນຫາທີ່ກ່ຽວຂ້ອງກັບ Ethereum ນັບຕັ້ງແຕ່ຕົ້ນປີໃນປະເທດຍີ່ປຸ່ນ

ຄວາມສົນໃຈໃນ ETH ໄດ້ເພີ່ມຂຶ້ນອີກຄັ້ງໃນໄລຍະ 2 – 3 ມື້ທີ່ຜ່ານມາ. ເຊິ່ງນີ້ອາດມີສາເຫດມາຈາກການລາຍງານວ່າຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ອາດຈະອະນຸມັດ Spot ETH ETF ໃນໄວໆນີ້.

ການເປີດຕົວບໍລິການຊື້ຂາຍ Ethereum ໃນແອັບພລິເຄຊັນ Mercari ຖືເປັນກົນລະຍຸດທີ່ສະຫຼາດ. ເຊິ່ງນີ້ຈະຊ່ວຍດຶງດູດລູກຄ້າໃໝ່ ແລະ ເພີ່ມຖານຜູ້ໃຊ້ທີ່ມີຢູ່ໃຫ້ມີສ່ວນຮ່ວມກັບແພລັດຟອມຫຼາຍຂຶ້ນ ແລະ ອາດຈະເຮັດໃຫ້ Mercari ສາມາດຄວ້າເອົາໂອກາດໃນຕະຫຼາດ cryptocurrency ທີ່ມີການເຕີບໂຕຢ່າງໄວວານີ້່ໄດ້.

ທີ່ມາ:

cryptonews

jp.mercari

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/