ຊາວ​ກະ​ສິ​ກອນ​ ​ຮຽກ​ຮ້ອງການສະໜັບສະໜູນເພີ່ມຕື່ມ ​ຈາກລັດຖະບານ


ຊາວກະສິກອນ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ ລັດຖະບານ ຫຼຸດຕົ້ນທຶນ ໃນການຜະລິດກະສິກຳ ແລະ ສະກັດກັ້ນການນໍາເຂົ້າ ສິນຄ້າກະສິກຳ ທີ່ບໍ່ໄດ້ຮັບອະນຸຍາດເພື່ອເຮັດໃຫ້ ຊາວກະສິກອນ ລາວ ສາມາດຍາດແຍ່ງສ່ວນແບ່ງຕະຫຼາດ ໃຫ້ໄດ້ຫຼາຍຂຶ້ນ.

ຄ່າໃຊ້ຈ່າຍຂອງວັດສະດຸໃນການເຮັດກະສິກໍາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີມໍ່ໆມານີ້, ເຮັດໃຫ້ຊາວກະສິກອນລາຍຍ່ອຍບໍ່ສາມາດມີກຳໄລຈາກການເຮັດກະສິກຳໄດ້ຫຼາຍຄືແຕ່ກ່ອນ.

ອີງຕາມການລາຍງານຂອງ ໜັງສືພີມ ວຽງຈັນທາມ, ທ່ານ ສິລິລາດທອງສິນ ທອງແພງ ຮອງເຈົ້າຄອງນະຄອນ ຫຼວງວຽງຈັນ ໄດ້ຍົກໃຫ້ເຫັນບັນຫາຕົ້ນຕໍທີ່ສົ່ງຜົນກະທົບຕໍ່ອຸດສາຫະກຳກະສິກຳ ແລະ ຮຽກຮ້ອງໃຫ້ມີການນໍາເຂົ້າສິນຄ້າເຂົ້າມາໃນປະເທດໜ້ອຍລົງ.

ທ່ານ​ຍັງ​ຊີ້​ໃຫ້ເຫັນ​ວ່າ, ຍັງ​ມີ​ກຳລັງ​ແຮງ​ງານ​ບໍ່​ພຽງພໍ​ເພື່ອ​ເຮັດ​ໃຫ້​ການ​ຜະລິດ​ກະສິກຳ ທີ່​ມີ​ປະສິດທິ​ຜົນ ​ແລະ ຊາວ​ກະສິກອນ​ຍັງ​ຖືກ​ຈຳກັດ​ຢ່າງ​ໜັກໜ່ວງ​ໃນ​ດ້ານເຕັກນິກວິຊາການ ​ແລະ ຄວາມ​ຮູ້​ດ້ານ​ເຕັກນິກ​ການ​ຕະຫຼາດ.

ບັນຫາອີກຢ່າງໜຶ່ງ ກໍຄືການກະສິກຳບ້ານເຮົາຍັງເປັນການກະສິຕາມລະດູການ ເຊິ່ງມີທັງໄລຍະທີ່ຜົນຜະລິດໜ້ອຍ ລາຄາສູງ ໄລຍະຜົນຜະລິດຫຼາຍ ລາຄາຕົກ, ຂະນະດຽວກັນກໍຍັງບໍ່ມີກົນໄກຄວບຄຸມລາຄາທີ່ມີປະສິດທິຜົນ ເຮັດໃຫ້ຊາວກະສິກອນບໍ່ສາມາດຮັບປະກັນລາຄາຜົນຜະລິດໄດ້.

ນອກຈາກນັ້ນ, ຜະລິດຕະພັນທີ່ປຸງແຕ່ງພາຍໃນປະເທດຍັງບໍ່ມີການຫຸ້ມຫໍ່ທີ່ດີ ແລະ ຕະຫຼາດການຜະລິດໃນບ້ານກໍຍັງຈຳກັດ ເນື່ອງຈາກການນໍາເຂົ້າສິນຄ້າມີຢູ່ຢ່າງແຜ່ຫຼາຍ, ສ່ວນຫຼາຍເຂົ້າມາໃນລາວຢ່າງຜິດກົດໝາຍ.

ທ່ານ ສິລິລາດ ກ່າວ​ວ່າ: ຊາວກະສິກອນ​ໃນ​ນະຄອນຫຼວງ​ວຽງ​ຈັນ ພວມ​ໄດ້​ຮັບ​ການ​ຊຸກຍູ້​ໃຫ້​ບັນລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ດ້ານ​ກະສິກຳ 4%. ປັດຈຸ​ບັນ, ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້​ກວມ 14,3% ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ.

ທ່ານ ສິລິລາດ ກ່າວວ່າ ໃນອະນາຄົດ ລັດຖະບານຈະຊຸກຍູ້ການຜະລິດກະສິກຳໃຫ້ຫຼາຍຂຶ້ນ ແລະ ປະລິມານການນຳເຂົ້າສິນຄ້າກະສິກຳຈະຖືກຄວບຄຸມຢູ່ດ່ານຊາຍແດນຫຼັກ ນະຄອນຫຼວງວຽງຈັນ. ນອກຈາກນີ້, ເພື່ອ​ເສີມ​ຂະ​ຫຍາຍ​ການກະສິກຳໃນປະເທດ 38 ພືດຈະ​ໄດ້​ຖືກ​ກໍາ​ນົດເປັນສິນຄ້າທີ່ສາມາດຜະລິດເອງໄດ້ ​ເພື່ອ​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ຈະ​ປູກ​ພືດ 23 ​ແຫ່ງ​ໃນ​ປະລິມານ​ທີ່​ຫຼາຍ​ຂຶ້ນ ທັງ​ເພື່ອ​ສົ່ງ​ອອກ ​ແລະ ຮັບປະກັນ​ການ​ສະໜອງ​ສະບຽງ​ອາຫານ​ທ້ອງ​ຖິ່ນ​ໃຫ້​ພຽງພໍ.

ຮູບພາບຈາກ ວຽງຈັນທາມ

https://www.facebook.com/photo.php?fbid=994243806039186&set=pb.100063607269013.-2207520000&type=3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/