ຊາຍໜຸ່ມຫົວຮ້ອນ! ດ່າໃນເກມບໍ່ເຊົາ ຄົນທີ່ຟັງທົນບໍ່ໄຫວນຳໄປຕີຮອດເຮືອນ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ເກີດເຫດການທຳຮ້າຍຮ່າງກາຍດ້ວຍກາຍໃຊ້ຄ້ອນຕີ ເຫດການນີ້ເກີດຂຶ້ນທີ່ເຂດ Nassau County ລັດຟໍລິດາ ໂດຍຜູ້ກໍ່ເຫດຄື Edward Kang ອາຍຸ 20 ຖືກຈັບໃນຂໍ້ຫາພະຍາຍາມຂ້າ ແລະ ປຸ້ນໂດຍການໃຊ້ອາວຸດນັ້ນເອງ.

ສ່ວນສາເຫດທີ່ລົງມືທຳຮ້າຍຮ່າງກາຍນັ້ນ ເຈົ້າໜ້າທີ່ຕຳຫຼວດໄດ້ອອກມາເປີດເຜີຍວ່າ Edward Kang ກັບເຫຍື່ອ ບໍ່ເຄີຍຮູ້ຈັກກັນມາກ່ອນ ແຕ່ຫຼິ້ນເກມອອນລາຍນຳກັນ ໂດຍທາງຜູ້ກໍ່ເຫດໄດ້ບອກວ່າອີກຝ່າຍເປັນຄົນນິດໄສບໍ່ດີໃນໂລກອອນລາຍ ພ້ອມຍັງໃຊ້ຄຳເວົ້າດູຖູກ ເຈົ້າຕົວກໍເລີຍທົນບໍ່ໄຫວ ຈຶ່ງບິນຈາກລັດນິວເຈີຊີ ໄປຫາລັດຟໍລິດາ.

ໂດຍລາຍງານບໍ່ໄດ້ບອກວ່າ Edward Kang ຮູ້ສະຖານທີ່ເຮືອນເຫຍື່ອໄດ້ແນວໄດ້ ທາງ Edward Kang ໄດ້ເຂົ້າໄປຫາເຫຍື່ອປະມານ 2 ໂມງເຊົ້າ ແລ້ວໃຊ້ຄ້ອນທຸບຫົວໄປໜຶ່ງຄັ້ງຕອນທີ່ອີກຝ່າຍກຳລັງຫຼັບຢູ່ ທາງເຫຍື່ອເອງໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ໃນທີ່ສຸດ Edward Kang ກໍຖືກຈັບ ແລະ ເຫດການນີ້ກໍບໍ່ມີໃຜບາດເຈັບໜັກ ເຖິງຂັ້ນເສຍຊີວິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/