ຊວນຊົມ “Super Full Moon” ດວງເດືອນເຕັມດວງທີ່ໃກ້ໂລກທີ່ສຸດໃນປີ 2021


ດວງເດືອນທີ່ໂຄຈອນອ້ອມໃກ້ໂລກທີ່ສຸດໃນປີ 2021 ຫຼື “ຊຸບເປີ້ຟູມູນ”(Super Full Moon) ຈະເກີດຂຶ້ນໃນຄືນວັນອັງຄານ 27 ເມສາ ປີ 2021 ໃນເວລາ 22:25 ນາທີ ເຊິ່ງດວງເດືອນຈະໂຄຈອນມາຢູ່ໃນຕຳແໜ່ງທີ່ໃກ້ໂລກທີ່ສຸດໃນຮອບປີ ຫຼື ປີ 2021 ນີ້ ໃນໄລຍະຫ່າງຈາກໂລກ 357,370 ກິໂລແມັດ ໂດຍປາກົດການດັ່ງກ່າວດວງເດືອນຈະເຕັມດວງ ແລະ ມີຂະໜາດໃຫຍ່ກວ່າປົກກະຕິເລັກນ້ອຍ. 

ດວງເດືອນຈະໂຄຈອນເປັນຮູບວົງລີ 1 ຮອບໂດຍໃຊ້ໄລຍະເວລາ 1 ເດືອນ. ດັ່ງນັ້ນ, ແຕ່ລະເດືອນຈະມີຕຳແໜ່ງທີ່ດວງເດືອນໃກ້ໂລກທີ່ສຸດເອີ້ນວ່າ Perigee ມີໄລຍະທາງສະເລ່ຍ 356,400 ກິໂລແມັດ ແລະ ຕຳແໜ່ງທີ່ໄກທີ່ສຸດແມ່ນເອີ້ນວ່າ Apogee ມີໄລຍະຫ່າງໂດຍສະເລ່ຍປະມານ 406,700 ກິໂລແມັດ.

ທີ່ມາ: https://bit.ly/32NEYvn
ພາບ:​ Daily Express, Space.com

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/