ຈໍາປາສັກ ກຽມຂຶ້ນບັນຊີລາຍການສິນຄ້າ ອີກ 43 ລາຍການ ພິຈາລະນາຈໍາກັດການນໍາເຂົ້າ


ອຳນາດການປົກຄອງແຂວງ ຈຳປາສັກ ສ້າງບັນຊີລາຍການສິນຄ້າລວມອີກກວ່າ 43 ລາຍການ ທີ່ແຂວງສາມາດຜະລິດໄດ້ ເພື່ອສະເໜີຂັ້ນເທິງພິຈາລະນາຈຳກັດການນຳເຂົ້າ ແລະ ລາຍການສິນຄ້າກະສິກຳ ທີ່ຕ້ອງການຫຼຸດຜ່ອນນຳເຂົ້າ.

ຄຳເຫັນດັ່ງກ່າວ ກ່າວໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໃນການໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໃນວັນທີ 16 ກໍລະກົດ 2024.

ທ່ານ ອາລຸນໄຊ ສູນນະລາດ ກ່າວ່າ: ແຂວງຈຳປາສັກ ໄດ້ສະໜັບສະໜູນ, ສົ່ງເສີມການຜະລິດເປັນສິນຄ້າ ເພື່ອຊົມໃຊ້ຢູ່ພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ, ໄດ້ຈັດກອງປະຊຸມປຶກສາຫາລືກັບ ຂະແໜງການກ່ຽວຂ້ອງ ໃນການສ້າງບັນຊີລາຍການສິນຄ້າ ທີ່ແຂວງສາມາດຜະລິດໄດ້ ເພື່ອສະເໜີຂັ້ນເທິງພິຈາລະນາຈຳກັດການນຳເຂົ້າ ແລະ ລາຍການສິນຄ້າກະສິກຳ ທີ່ຕ້ອງການຫຼຸດຜ່ອນນຳເຂົ້າ ປະກອບມີ: ພືດ ແລະ ຜະລິດຕະພັນພືດ 31 ລາຍການ; ສັດ ແລະ ຜະລິດຕະພັນສັດ 12 ລາຍການ; ນອກຈາກນີ້, ຍັງຊຸກຍູ້ສົ່ງເສີມການນຳໃຊ້ສິນຄ້າລາວ ແລະ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ(ODOP). ມາຮອດປັດຈຸບັນ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຂອງແຂວງມີ 43 ຫົວໜ່ວຍ, 147 ຜະລິດຕະພັນ.

ກ່ອນໜ້ານີ້, ລັດຖະບານ ໄດ້ມອບໝາຍໃຫ້ກະຊວງ ກະສິກຳ ແລະ ປ່າໄມ້ ປະຕິບັດມາດຕະການເກືອດຫ້າມການນໍາເຂົ້າສິນຄ້າກະສິກຳທີ່ສາມາດຜະລິດໄດ້ພາຍໃນ ຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ແຕ່ອະນຸຍາດໃຫ້ນໍາເຂົ້າໄດ້ ຜ່ານດ່ານສາກົນທີ່ມີດ່ານສາກົນທີ່ມີລະບົບກວດກາກັກກັນພືດ-ສັດ ເທົ່ານັ້ນ ເພື່ອຫຼຸດຄວາມຕ້ອງການເງິນຕາ ຊຸກຍູ້ການຜະລິດພາຍໃນ ຫຼຸດຜ່ອນອັດຕາເງິນເຟີ້ ແລະ ເງິນກີບອ່ອນຄ່າ.

ຕາມລາຍງານຂອງ ຂ່າວສານປະເທດລາວ, ແຂວງຈຳປາສັກ ໄດ້ຖືກເອົາວຽກງານການທ່ອງທ່ຽວ ເປັນການສົ່ງອອກກັບທີ່ ເຊິ່ງໄດ້ຈັດແບ່ງເຂດການທ່ອງທ່ຽວອອກເປັນ 4 ເຂດຄື: ເຂດມະຫານະທີສີທັນດອນ (ເຂດທີI); ເຂດວັດທະນະທຳມໍລະດົກໂລກຈໍາປາສັກ; ເຂດພູພຽງບໍລິເວນເມືອງປາກຊ່ອງ, ເຂດພູພຽງບໍລິເວນ; ເຂດວັດທະນະທຳ ແລະ ທຳມະຊາດ, ເຂດການທ່ອງທ່ຽວໃນ ຕົວເມືອງ. ສະນັ້ນ, ແຂວງຈຳປາສັກ ໄດ້ເລັ່ງໃສ່ພັດທະນາການທ່ອງທ່ຽວ, ສົ່ງເສີມໃຫ້ມີການທ່ອງທ່ຽວແບບເປັນມິດກັບສິ່ງແວດລ້ອມ, ສົ່ງເສີມການທ່ອງທ່ຽວຕິດພັນກັບກະສິກຳ, ພັດທະນາແຫຼ່ງທ່ອງທ່ຽວ, ການບໍລິການ, ໂຮງແຮມ, ອາຫານຮ້ານຕ່າງໆ ໃຫ້ມີການບໍລິການທີ່ດີ, ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ. ພ້ອມນີ້, ຍັງຕ້ອງໄດ້ອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວ ເປັນຕົ້ນ ການບໍລິການວິຊາ, ການເຂົ້າ-ອອກດ່ານ, ການຈັບຈ່າຍຊື້-ຂາຍສະດວກສະບາຍ ລວມເຖິງຜະລິດຕະພັນທີ່ເປັນຂອງທີ່ລະນຶກ ຕ້ອງມີຄວາມຫຼາກຫຼາຍ, ມີຄຸນະພາບ. ນອກຈາກນີ້, ຍັງຈະໄດ້ເປີດສາຍການບິນ ປາກເຊ-ບາງກອກ ຄືນໃໝ່ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາ ສປປ ລາວ ຫຼາຍຂຶ້ນ.

https://www.facebook.com/permalink.php?story_fbid=pfbid0yBZqaSZgKD8skg1HpUyXadhBFA4PjF8Ab15GrvHV3jNayHNHYWgybB2nRD1MZpmSl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/