ຈ້າວເຫວີຍ ລະບຸ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແມ່ນຕົວເມືອງໃໝ່ທີ່ມີຄວາມສີວິໄລ

ສາມຫຼ່ຽມຄຳ

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນອີກໜຶ່ງ ໃນ 22 ເຂດເສດຖະກິດພິເສດທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນ ສປປ ລາວ ແລະ ເປັນ ອີກໜຶ່ງເຂດ ທີ່ໄດ້ຮັບການພັດທະນາຢູ່ເລື້ອຍໆ ທັງໃນດ້ານລະບົບໂຄງລ່າງພື້ນຖານ, ການເຮັດການກະສິກຳໃນພື້ນທີ່ ແລະ ການພັດທະນາແຫຼ່ງທ່ອງທ່ຽວຕ່າງໆ.

ຈ້າວເຫວີຍ ປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ລະບຸວ່າ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແມ່ນຕົວເມືອງໃໝ່ທີ່ມີຄວາມສີວິໄລ. ໂດຍ ຈ້າວເຫວີຍ ລະບຸວ່າ: ຂ້າພະເຈົ້າ ລວມເຖິງພະນັກງານທຸກໆຄົນ ສາມັກຄີກັນພັດທະນາ ແລະ ສ້າງສາສິ່ງຕ່າງໆຂຶ້ນຢ່າງເປັນລະບົບ ແລະ ຕໍ່ເນື່ອງ ຈົນກາຍເປັນຕົວເມືອງໃໝ່ທີ່ມີຄວາມສີວິໄລ ມີການພັດທະນາລະບົບໂຄງລ່າງພື້ນຖານຢ່າງເປັນລະບົບ, ສຸມໃສ່ພັດທະນາທາງດ້ານສະບຽງອາຫານ ເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ, ພັດທະນາແຫຼ່ງທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ສຸມໃສ່ພັດທະນາ ສ້າງສະຖາບັນການສຶກສາ ແລະ ເມື່ອມີລະບົບໂຄງລ່າງພື້ນຖານເຫຼົ່ານີ້ທີ່ແໜ້ນໜາ ຈຶ່ງເຮັດໃຫ້ເຂດເສດຖະກິດແຫ່ງນີ້ ກາຍເປັນຕົວເມືອງຂຶ້ນມາເລື້ອຍໆ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນລາວ ແລະ ຕ່າງປະເທດອີກດ້ວຍ.

ສາມຫຼ່ຽມຄຳ

ແຕ່ຢ່າງໃດກໍຕາມ ອີງຕາມການລາຍງານຂອງ ເຂດເສດຖະກິດພິເສດ ຕາມລາຍງານຂອງກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ 2022 ທີ່ຈັດຂຶ້ນໃນວັນທີ 17 ມັງກອນນີ້ ຍັງເຫັນວ່າ ເຂດເສດຖະກິດພິເສດຕ່າງໆ ຍັງເປັນພື້ນທີ່ສຸ່ມສ່ຽງ ຕໍ່ການເກີດອາຊະຍາກຳ ແລະ ການຄ້າມະນຸດ ໃນນັ້ນ.

ສາມຫຼ່ຽມຄຳ

ອີງຕາມລາຍງານຂອງ ທ່ານ ສອນປະເສີດ ດາລາວົງ ຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນ, ເລຂາໜ່ວຍພັກ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃຫ້ຮູ້ວ່າ ປັດຈຸບັນ ສປປ ລາວ ມີເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດທັງໝົດ 22 ເຂດ ມີບໍລິສັດເຂົ້າມາຈົດທະບຽນ ແລະ ລົງທຶນທັງໝົດ 1.184 ບໍລິສັດ, ສາມາດມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 809 ຕື້ກວ່າກີບ ແລະ  ສົ່ງອອກສິນຄ້າ 3 ຕື້ກວ່າໂດລາສະຫະລັດ.

.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/