ຈີນ-ໄທ ເຊັນສັນຍາ ຊຸກຍູ້ເຮັດທຸລະກິດ ທະວິພາຄີ ດ້ວຍສະກຸນເງິນ ທ້ອງຖິ່ນ ຢວນ-ບາດ


ທະນາຄານ ປະຊາຊົນຈີນ (ພີບີໂອຊີ) ແລະ ທະນາຄານ ແຫ່ງປະເທດໄທໄດ້ລົງນາມ ຮ່ວມກັນ ໃນບົດບັນທຶກ ຄວາມເຂົ້າໃຈ (ເອັມໂອຢູ) ວ່າດ້ວຍກອບຄວາມຮ່ວມມື ເພື່ອສົ່ງເສີມ ການເຮັດທຸລະກິດ ທະວິພາຄີ ດ້ວຍສະກຸນເງິນ ທ້ອງຖິ່ນ ຢວນ-ບາດ

ອີງຕາມການລາຍງານຂອງ ສຳນັກຂ່າວຊິນຮວາ ລາຍງານ ຈາກ ນະຄອນຫຼວງ ປັກກິ່ງ ປະເທດຈີນ ເມື່ອວັນທີ 22 ພຶດສະພາວ່າ ການລົງນາມດັ່ງກ່າວ ໄດ້ລົງນາມໂດຍທ່ານ ພານ ກົງເຊິ່ງ ປະທານ ທະນາຄານ ປະຊາຊົນຈີນ (ພີບີໂອຊີ) ແລະ ທ່ານ ເສດຖະພຸດ ສຸດທິວາດນະລືພຸດ ຜູ້ວ່າການ ທະນາຄານ ແຫ່ງປະເທດໄທ.

ໂດຍຜູ້ວ່າການ ທະນາຄານ ທັງສອງປະເທດ ໄດ້ພົບປະ ຫາລືກັນ ໃນນະຄອນຫຼວງ ປັກກິ່ງ ກ່ຽວກັບການແລກປ່ຽນ ຄວາມຮ່ວມມື ທາງດ້ານການເງິນ ລະດັບ ທະວິພາຄີ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງ.

ການຮ່ວມມືຄັ້ງນີ ແນໃສ່ການເພີ່ມປະສິດທິພາບໃນການເຂົ້າເຖິງການໃຊ້ເງິນສະກຸນທ້ອງຖິ່ນ ໃນການຊຳລະຄ່າສິນຄ້າ ແລະ ບໍລິການ ເພື່ອສ້າງລະບົບນິເວດທາງການເງິນທີ່ເອື້ອອຳນວຍຕໍ່ການຄ້າ-ການລົງທຶນ ໃນພາກພື້ນ.

https://english.news.cn/20240521/9837f47d5c9640839c416a9bb1ad20f5/c.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/