ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈໍາກັດ ລົງນາມສັນຍາສໍາປະທານ ໂຄງການ ໄຟຟ້າພະລັງງານແສງຕາເວັນ 1.000 ເມກາວັດ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ໄລຍະທີ I ຂອງໂຄງການຖານເຊື່ອມຕໍ່ ພະລັງງານສະອາດພາກເໜືອຂອງລາວ ສະໜອງໄຟຟ້າ ໃຫ້ສາຍສົ່ງໄຟຟ້າ ລາວ-ຈີນ.

ຕາມການລາຍງານຂອງ ຂ່າວສານປະເທດລາວ, ພິທີດັ່ງກ່າວ ມີຂຶ້ນໃນວັນທີ 12​ ກັນຍາ ທີ່ຜ່ານມານີ້, ໂດຍມີ ທ່ານ ກິແກ້ວ  ໄຂຄໍາພິທູນ  ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ  ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຟາງຮົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ໂຄງການຖານພະລັງງານສະອາດ ເຊື່ອມຕໍ່ພາກເໜືອຂອງລາວ ເປັນໂຄງການທີ່ສຳຄັນໃນການສະໜອງໄຟຟ້າ ໃຫ້ແກ່ສາຍສົ່ງໄຟຟ້າ 500kV ລະຫວ່າງ ລາວ-ຈີນ, ທັງເປັນໂຄງການຮ່ວມມືທີ່ສຳຄັນລະຫວ່າງ ລາວ-ຈີນ ໃນຂອບເຂດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ມີຄວາມໝາຍອັນໃຫຍ່ຫຼວງ ໃນການຊຸກຍູ້ການເຊື່ອມຈອດກັນດ້ານພະລັງງານໃນພາກພື້ນ, ຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ, ປັບປຸງປະສິດທິພາບດ້ານພະລັງງານ, ຝຶກອົບຮົມບຸກຄະລາກອນດ້ານພະລັງງານສະອາດໃຫ້ກັບລາວ, ຫຼຸດຜ່ອນການປ່ອຍກາກບອນ, ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ລາວ-ຈີນ.

ໂຄງການຖານພະລັງງານສະອາດ ເຊື່ອມຕໍ່ພາກເໜືອຂອງລາວ ແມ່ນການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ CGN ແລະ ເປັນໂຄງການສໍາຄັນໃນການສ້າງ “ຄູ່ຮ່ວມຊາຕາກໍາ ຈີນ-ລາວ”, ໂຄງການດັ່ງກ່າວ, ຕັ້ງຢູ່ໃນສາມແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ, ຜົ້ງສາລີ ແລະ ແຂວງ ຫລວງນ້ຳທາ ໂດຍມີແຜນຈະສ້າງຖານພະລັງງານສະອາດ ແບບປະສົມປະສານພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານນໍ້າກັກເກັບ ທີ່ມີກຳລັງຕິດຕັ້ງລະດັບ 10 ລ້ານກິໂລວັດ.

ທ່ານ ຈ່າງ ຊາວສຸນ ປະທານບໍລິຫານບໍລິສັດ CGN International Holdings Co., Ltd ຂອງຈີນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ, ເປັນໂຄງການທີ່ມີຄຸນນະພາບສູງ ແລະ ເປັນໂຄງການຕົວແບບຂອງ ຈີນ-ລາວ ເພື່ອລົງເລິກການພັດທະນາຂອງພາກພື້ນ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ທີ່ມາ: ຂປລ.

https://www.facebook.com/permalink.php?story_fbid=pfbid02vfoYZmM99wxAda5MqZY4tM56JR8SLMqcCdXCo7RfZxqmuwg5rFb2ut9Bqsk3wbyLl&id=100064329476403