ອຸນຫະພູມຄວາມເຄັ່ງຕຶງ ໃນຊ່ອງແຄບໄຕ້ຫວັນນັ້ນເບິ່ງຄືຈະກັບມາເພີ່ມສູງອີກເທື່ອໜຶ່ງ ຫຼັງກອງທັບປົດແອກປະຊາຊົນຈີນ ໄດ້ມີການໃຊ້ລູກປືນແທ້ ຊ້ອມຮົບຈຳລອງການໂຈມຕີເປົ້າໝາຍສຳຄັນໃນໄຕ້ຫວັນ ພ້ອມຊ້ອມປິດລ້ອມບໍລິເວນເກາະໄຕ້ຫວັນ ຫຼັງ ໄຊອິງເຫວິນ ປະທານາທິບໍດີຂອງໄຕ້ຫວັນ ບໍ່ຟັງຄຳເຕືອນຂອງຈີນ ເຂົ້າພົບ ເຄວິນ ແມັກຄາທີ ປະທານສະພາຜູ້ແທນປະຊາຊົນ ລັດແຄຣິຟໍເນຍ ສະຫະລັດ ອາເມຣິກາ ເມື່ອ ອາທິດທີ່ຜ່ານມາ.
ໂດຍທາງການໄຕ້ຫວັນ ລາຍງານວ່າ ໄດ້ພົບເຮືອບິນສູ້ຮົບຂອງກອງທັບຈີນປະມານ 70 ລຳ ບິນຜ່ານເກາະໄຕ້ຫວັນໂດຍມີເຮືອບິນບາງລຳບິນເຂົ້າມາເຂດພື້ນທີ່ປ້ອງກັນໄພທາງອາກາດ (ADIZ) ໄຕ້ຫວັນ ຂະນະທີ່ມີເຮືອຮົບອີກຢ່າງໜ້ອຍ 11 ລຳ ລອຍເຂົ້າມາຢູ່ບໍລິເວນອ້ອມຮອບ

ປະຕິບັດການດັ່ງກ່າວ ຂອງ ສປ ຈີນ ໃຊ້ຊື່ວ່າ ‘Joint Sword’ ເຊິ່ງເປັນປະຕິບັດການທີ່ມີຂຶ້ນເພື່ອຕອບໂຕ້ທ່າທີຂອງ ໄຕ້ຫວັນ ແລະ ສະຫະລັດ ອາເມຣິກາ ທີ່ທາງການຈີນເບິ່ງວ່າເປັນການລະເມີດຕໍ່ຫຼັກການຈີນດຽວ ພ້ອມກັບຮຽກຮ້ອງໃຫ້ສະຫະລັດ ອາເມຣິກາ ຢຸດການພົບກັບຜູ້ນຳຂອງໄຕ້ຫວັນໃນທຸກໆຮູບແບບ.
ໂດຍແຫຼ່ງຂ່າວທີ່ໃກ້ຊິດກັບກອງທັບຈີນຂອງ ສຳນັກຂ່າວ Reuters ໄດ້ເປີດເຜີຍວ່າ ຈີນກຳລັງຈຳລອງການໂຈມຕີທາງອາກາດ ແລະ ທະເລໃສ່ເປົ້າໝາຍທາງທະຫານຂອງຕ່າງປະເທດ ໃນໜ້ານໍ້າເຊິ່ງຢູ່ນອກແຄມຝັ່ງດ້ານຕາເວັນຕົກສຽງໃຕ້ຂອງເກາະໄຕ້ຫວັນອີກດ້ວຍ. ນອກຈາກນີ້ ແຫຼ່ງຂ່າວຄົນນີ້ຍັງເປີດກ່າວເສີມສັ້ນໆອີກວ່າ: ເປົ້າໝາຍຂອງຈີນນັ້ນບໍ່ໄດ້ມີແຕ່ ໄຕ້ຫວັນເທົ່ານັ້ນ

ໃນຂະນະທີ່ຖະແຫຼງການຈາກກະຊວງການຕ່າງປະເທດຂອງສະຫະລັດ ອາເມຣິກາທີ່ອອກມາກໍຮ້ອນແຮງເຊັ່ນດຽວກັນ ໂດຍກະຊວງການຕ່າງປະເທດ ອອກມາລະບຸວ່າ: “ສະຫະລັດ ຈະເຝົ້າລະວັງຈັບຕາເບິ່ງທາງການຈີນຢ່າງໃກ້ຊິດ ແລະ ສະຫະລັດ ອາເມຣິກາມີຊັບພະຍາກອນ ແລະ ຄວາມສາມາດພຽງພໍທີ່ຈະສ້າງຫຼັກປະກັນ ໃຫ້ກັບສັນຕິພາບ ແລະ ຄວາມໝັ້ນຄົງເພື່ອໃຫ້ບັນລຸກໍລະນີຄວາມໝັ້ນຄົງແຫ່ງຊາດຂອງເຮົາ”

ໂດຍ ໄຊອິງເຫວີນ ນັ້ນມີກຳນົດການເດີນທາງກັບມາໄຕ້ຫວັນ ໃນວັນທີ 15 ຫຼື ວັນສຸກໃນອາທິດນີ້ ຫຼັງຈາກເດີນທາງໄປຢາມປະເທດພັນທະມິດ ໃນອາເມຣິກາໃຕ້ ແລະ ໄດ້ແວ່ໄປປ່ຽນຍົນທີ່ ສະຫະລັດ ອາເຣິກາ ທັງຂາໄປ ແລະ ຂາກັບ ໂດຍໃນຂາກັບນີ້ ໄຊອິງເຫວີນ ຍັງຈະໄດ້ມີການນັດພົບຢ່າງບໍ່ເປັນທາງການກັບສະມາຊິກສະພາຄົນສຳຄັນຂອງສະຫະລັດ ອາເມຣິກາ ອີກຫຼາຍຄົນ.
ຂອບໃຈຂ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/