ຈີນແບນ 12 ນັກທ່ອງທ່ຽວ ຫ້າມເຂົ້າຊົມ “ແພນດ້າ” ຕະຫຼອດຊີວິດ


ທາງການຈີນໄດ້ອອກມາປະກາດແບນນັກທ່ອງທ່ຽວ 12 ຄົນ ຫ້າມເຂົ້າຊົມແພນດ້າໃນສູນວິໄຈ ແລະ ເພາະພັນແພນດ້າຍັກໃນະຄອນເສິງຕູ ຕະຫຼອດຊີວິດ ຫຼັງຈາກມີກຸ່ມນັກທ່ອງທ່ຽວດັ່ງກ່າວເຊິ່ງມີອາຍຸຢູ່ລະຫວ່າງ 26 – 61 ປີ ໄດ້ມີພຶດຕິກຳທີ່ບໍ່ເໝາະສົມຕໍ່ແພນດ້າ ເຊັ່ນ ໂຍນໜໍ່ໄມ້, ໂຍນເຂົ້າໜົມອົມ, ຢາສູບ ເຂົ້າໄປໃນກົງຂອງແພນດ້າ ພ້ອມທັງຍັງຖົ່ມນ້ຳລາຍໃສ່ບໍລິເວນເດີ່ນກາງແຈ້ງຂອງແພນດ້າ.

ໂດຍສູນວິໄຈ ແລະ ເພາະພັນແພນດ້າຍັກບໍ່ໄດ້ອອກມາເປີດເຜີຍເຖິງສັນຊາດ ແລະ ຕົວຕົນຂອງນັກທ່ອງທ່ຽວທັງ 12 ຄົນ ແຕ່ມີລາຍງານວ່າພວກເຂົາບໍ່ໄດ້ເດີນທາງມາພ້ອມກັນແຕ່ໄດ້ກະທຳຄວາມຜິດຢູ່ໃນໄລຍະຕົ້ນເດືອນເມສາ ທີ່ຜ່ານມາຈົນຮອດເດືອນມິຖຸນາ 2024 ນີ້. ຢ່າງໃດກໍຕາມແພນດ້າພາຍໃຕ້ສູນຍັງບໍ່ໄດ້ຮັບບາດເຈັບໃດໆຈາກການກະທຳດັ່ງກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/