ຈີນນຳເຂົ້າຄຳສູງເປັນປະຫວັດການ 158.8 ຕື້ໂດລາ, ຫຼດການເພິ່ງພາເງິນໂດລາ ແລະ ຮັບມືວິກິດເສດຖະກິດພາຍໃນ
ຈີນສ້າງສະຖິຕິນຳເຂົ້າຄຳສູງສຸດເປັນປະຫວັດການເຖິງ 158.8 ຕື້ໂດລາສະຫະລັດ ໃນຮອບ 8 ເດືອນທຳອິດຂອງປີ 2026 ເຊິ່ງລື່ນຍອດລວມໝົດປີກ່ອນ ເພື່ອເດີນໜ້າຫລຸດການເພິ່ງພາເງິນດອນລາ ແລະ ຕອບສະໜອງຄວາມຕ້ອງການສິນຊັບປອດໄພຂອງປະຊາຊົນ ທ່າມກາງຊ່ອງທາງການລົງທຶນພາຍໃນປະເທດທີ່ຈຳກັດ.
ຕົວເລກການນຳເຂົ້າທີ່ເກີນ 1,000 ໂຕນນີ້ ໄດ້ສ້າງແຮງກະຕຸກຊຸກຍູ້ໃຫ້ຕະຫຼາດຄຳທົ່ວໂລກຢ່າງຫຼວງຫຼາຍ ເມື່ອທຽບກັບຍອດນຳເຂົ້າ 886 ໂຕນ (ມູນຄ່າ 96.5 ຕື້ໂດລາ) ຕະຫຼອດປີ 2025.
ຂະນະດຽວກັນ ທະນາຄານກາງຈີນ (PBOC) ໄດ້ເພີ່ມປະລິມານຄຳສຳຮອງຢ່າງຕໍ່ເນື່ອງເປັນເດືອນທີ 23 ຕິດຕໍ່ກັນ ໂດຍໃນເດືອນກັນຍາ 2026 ໄດ້ຊື້ເພີ່ມເຖິງ 23 ໂຕນ ເຊິ່ງເປັນການຊື້ລາຍເດືອນທີ່ໃຫຍ່ທີ່ສຸດໃນຮອບເກືອບ 3 ປີ ສົ່ງຜົນໃຫ້ຄຳສຳຮອງທາງການຂອງຈີນເພີ່ມຂຶ້ນເປັນ 2,387 ໂຕນ ຄອງອັນດັບ 5 ຂອງໂລກ. The Nation Thailand ລາຍງານ.
ນັກວິເຄາະຈາກ Julius Baer Group ລະບຸວ່າ ທ່າທີດັ່ງກ່າວມີແຮງຈູງໃຈຫຼັກທາງພູມສາດການເມືອງ ຫຼັງຈາກຊາດຕາເວັນຕົກເຄີຍອາຍັດຊັບສິນທະນາຄານກາງລັດເຊຍໃນປີ 2022 ເຮັດໃຫ້ປັກກິ່ງເລັ່ງປັບໂຄງສ້າງເງິນຕາຕ່າງປະເທດ ດ້ວຍການຫລຸດການຖືຄອງພັນທະບັດລັດຖະບານສະຫະລັດລົງສູ່ລະດັບຕ່ຳສຸດໃນຮອບ 18 ປີ ທີ່ 618 ຕື້ໂດລາໃນເດືອນກໍລະກົດຜ່ານມາ ພ້ອມທັງຕັ້ງເປົ້າສ້າງຕະຫຼາດຄຳພາຍໃນປະເທດໃຫ້ມີສະພາບຄ່ອງ ແລະ ເຂັ້ມແຂງຍິ່ງຂຶ້ນ.
ນອກຈາກນະໂຍບາຍຂອງພາກລັດແລ້ວ ຄວາມຕ້ອງການຂອງພາກຄົວເຮືອນ ແລະ ທຸລະກິດຈີນກໍເປັນອີກໜຶ່ງແຮງຂັບເຄື່ອນສຳຄັນ ຍ້ອນປະຊາຊົນແຫ່ຊື້ຄຳຮູບປະພັນ, ຄຳແທ່ງ ແລະ ຫຼຽນຄຳ ເພື່ອປົກປ້ອງມູນຄ່າຊັບສິນ ໃນພາວະທີ່ຕະຫຼາດອະສັງຫາລິມະຊັບຍັງຕົກຕ່ຳຕໍ່ເນື່ອງ, ດັດຊະນີຮຸ້ນ CSI 300 ປັບຫຼຸດລົງປະມານ 8% ແລະ ອັດຕາດອກເບ້ຍເງິນຝາກພ້ອມຜົນຕອບແທນພັນທະບັດລັດຖະບານຈີນອາຍຸ 1 ປີ ຫຼຸດລົງເຫຼືອພຽງປະມານ 1.2% ທຽບກັບສະຫະລັດທີ່ສູງເຖິງ 4.46%.
ແຮງຊື້ມະຫາສານຈາກຈີນກາຍເປັນກຳແພງຮອງຮັບລາຄາຄຳໃນຕະຫຼາດໂລກ ບໍ່ໃຫ້ປັບຫຼຸດຮຸນແຮງເກີນໄປຈາກແຮງກົດດັນຂອງຜົນຕອບແທນພັນທະບັດສະຫະລັດທີ່ຍັງສູງ ໂດຍ State Street Investment Management ຍັງຄາດການວ່າລາຄາຄຳອາດມີໂອກາດຂຶ້ນໄປແຕະລະດັບ 4,750 ຫາ 5,500 ໂດລາຕໍ່ອອນສ໌ ພາຍໃນທ້າຍໄຕມາດທຳອິດຂອງປີ 2027 ເຖິງແມ່ນວ່າທິດທາງຄວາມຕ້ອງການອາດມີການຊະລໍຕົວໄດ້ ຫາກຕະຫຼາດຮຸ້ນ ແລະ ອະສັງຫາລິມະຊັບພາຍໃນຈີນເລີ່ມຟື້ນຕົວຄືນ.
#LaoXperts #ເສດຖະກິດຈີນ #ລາຄາຄຳ #ການລົງທຶນ #ທະນາຄານກາງຈີນ #ຂ່າວເສດຖະກິດໂລກ


