ງາມແລ້ວຍັງໃຈບຸນ! Ariana Grande ບໍລິຈາກເງິນ 1.5 ລ້ານໂດລາ ໃນແຄມເປນໃໝ່ ເພື່ອສະໜັບສະໜູນກຸ່ມໄວໜຸ່ມຂ້າມເພດ

Ariana Grande

Ariana Grande ຖືວ່າເປັນສິລະປິນຍິງທີ່ຄວາມສາມາດສູງ, ເປັນຄົນຈິດໃຈດີ ແລະ ມັກຈະຊ່ວຍເຫຼືອຄົນອື່ນຢູ່ຕະຫຼອດເວລາ ເພາະທີ່ຜ່ານມາກໍເຄີຍບໍລິຈາກ ແລະ ສ້າງແຄມເປນເພື່ອສະໜັບສະໜູນ ຜູ້ທີ່ມີບັນຫາທາງຈິດມາແລ້ວຫຼາຍຄັ້ງ ເຊິ່ງຫຼ້າສຸດນີ້ Ariana ກໍໄດ້ອອກມາສ້າງແຄມເປນ ແລະ ເຮັດການບໍລິຈາກອີກຄັ້ງ ໂດຍໃນຄັ້ງນີ້ Ariana ເລືອກທີ່ຈະຊ່ວຍເຫຼືອ ພ້ອມສະໜັບສະໜູນກຸ່ມເດັກໄວໜຸ່ມຂ້າມເພດ.

Ariana Grande

ໂດຍການຊ່ວຍເຫຼືອໃນຄັ້ງນີ້ Ariana ກໍໄດ້ຮ່ວມມືກັບ Pledge ແພລັດຟອມຮັບບໍລິຈາກເງິນເພື່ອການກຸສົນເປີດຕົວແຄມເປນທີ່ມີຊື່ວ່າ  Protect & Defend Trans Youth Fund ໂດຍມີຈຸດປະສົງເພື່ອການສະໜັບສະໜູນອົງກອນທີ່ເປັນກະບອກສຽງ ແລະ ເຮັດກິດຈະກຳຊ່ວຍເຫຼືອຮຽກຮ້ອງສິດທິໃຫ້ແກ່ເດັກໄວໜຸ່ມຂ້າມເພດ.

ແຄມເປນດັ່ງກ່າວແມ່ນໄດ້ເປີດຕົວໃນວັນ 31 ມີນາທີຜ່ານມາ ເຊິ່ງກົງກັບວັນຂອງການຄໍານຶງເຖິງການມີຕົວຕົນຂອງຄົນຂ້າມເພດສາກົນ  (International Transgender Day of Visibility) ແລະ ຍິ່ງໄປກ່ວານັ້ນ ນັກຮ້ອງສາວກໍໄດ້ຈົກເງິນໃນກະເປົາຕົນເອງບໍລິຈາກໄປກັບແຄມເປນນີ້ ເຖິງ 1.5 ໂດລາ ໄປແລ້ວເປັນທີ່ຮຽບຮ້ອຍ.

Ariana Grande

ພ້ອມກັນນັ້ນ Ariana Grande ຍັງໄດ້ໂພສຮູບພາບພ້ອມຕົວໜັງສືຜ່ານ Instagram ໂດຍມີການກ່າວເຖິງນະໂຍບາຍ ແລະ ກົດໝາຍຮ່າງສະບັບໃໝ່ໃນອາເມຣິກາ ເຊິ່ງມີເນື້ອໃນຂ້ອນຂ້າງໄປທາງການຄຸກຄາມສິດທິ ແລະຕໍ່ຕ້ານກຸ່ມໄວໜຸ່ມຂ້າມເພດນັບທີ່ມື້ນັບເພີ່ມຂຶ້ນມາເລື້ອຍໆ.

ດ້ວຍເຫດນີ້ແຄມເປນນີ້ຈຶ່ງໄດ້ຖືກສ້າງຂຶ້ນເພື່ອທີ່ຈະມອບຄວາມຊ່ວຍເຫຼືອໃຫ້ກັບອົງກອນຜູ້ສະໜັບສະໜູນໄວໜຸ່ມຂ້າມເພດ ທັງເປັນກະບອກສຽງ ແລະການຕໍ່ສູ້ທາງດ້ານກົດໝາຍ. ທັງນີ້ Ariana ກໍໄດ້ລະບຸໃນໂພສວ່າ ເງິນທັງໝົດທີ່ໄດ້ຮັບຈາກການບໍລິຈາກແມ່ນຈະກະຈາຍໄປຢູ່ແຫ່ງໃດແດ່.

Ariana Grande

ເອີ້ນໄດ້ວ່າສິລະປິນຄົນນີ້ບໍ່ເຄີຍເຮັດໃຫ້ Arianator (ຊື່ກຸ່ມແຟນຄລັບຂອງ Ariana Grande) ແລະ ຄົນທີ່ຕິດຕາມຜົນງານຜິດຫວັງເລີຍ ພ້ອມກັນນັ້ນຍັງເປັນທີ່ເພິ່ງໃຫ້ກັບຄົນອື່ນໆອີກ. ເຫັນແບບນີ້ກໍໃຈຊຸ່ມຂຶ້ນມາເລີຍ ແລະ ເຊື່ອວ່າໃນອະນາຄົດພາຍພາກໜ້າ Ariana Grande ຕ້ອງກາຍເປັນຜູ້ຍິງຄົນໜຶ່ງທີ່ໄດ້ກາຍເປັນຕຳນານຂອງໂລກ ຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/