ງານວິໄຈພົບວ່າພຽງໃຊ້ເວລາກັບທຳມະຊາດ 20 ນາທີ ກໍສາມາດຫຼຸດຜ່ອນອາລົມດ້ານລົບໄດ້


ອີງຕາມ ດຣ. MaryCarol Hunter ຮອງສາສະດາຈານຈາກມະຫາວິທະຍາໄລ Michigan, ຜູ້ຂຽນງານວິໄຈປີ 2019 ກ່າວວ່າພຽງໃຊ້ເວລາກັບທຳມະຊາດ 20-30 ນາທີບໍ່ວ່າຈະເປັນການນັ່ງ ຫຼື ຍ່າງຫຼິ້ນໃນສະຖານທີ່ທີ່ເຮັດໃຫ້ນຶກເຖິງທຳມະຊາດ ກໍສາມາດຫຼຸດຜ່ອນລະດັບຮໍໂມນຄວາມຄຽດ Cortisol ໄດ້ຢ່າງມີປະສິດທິພາບແລ້ວ ຄ້າຍກັບວ່າທຳມະຊາດເປັນຢາຫຼຸດຜ່ອນຄວາມຄຽດທີ່ຟຣີ ແລະ ຂ່າວດີຄືທຸກຄົນສາມາດຮັບຢານີ້ໄດ້ທຸກມື້!

ວິຖີຊີວິດທີ່ຟ້າວຟັ່ງໃນປັດຈຸບັນເຮັດໃຫ້ຫຼາຍຄົນເກີດຄວາມຄຽດ ແລະ ຄວາມວິຕົກກັງວົນຢູ່ສະເໝີ ດ້ວຍຄວາມທີ່ໜ້າທີ່ວຽກງານຮຽກຮ້ອງ ‘ຄວາມສົມບູນແບບ’ ຢູ່ຕະຫຼອດເວລາ ຫຼາຍຄົນຖືກກົດດັນວ່າຈະຕ້ອງມີບຸກຄະລິກກະພາບທີ່ດີ, ຕ້ອງເກັ່ງ ແລະ ຕ້ອງບໍ່ມີຄວາມຜິດພາດເກີດຂຶ້ນ ລວມທັງສະຖານະການຕ່າງໆທີ່ກົດດັນຈົນເກືອບຈະບໍ່ມີເວລາພັກຜ່ອນ ຈົນຫຼາຍຄົນເຖິງຂັ້ນກ່າວວ່າ ‘ຫາກຕ້ອງການປະສົບຄວາມສຳເລັດ ໃຫ້ລືມເລື່ອງ Work-Life Balance  ໄປໄດ້ເລີຍ’

ທ່ານ Leon Garber ຜູ້ໃຫ້ຄຳປຶກສາດ້ານສຸຂະພາບຈິດທີ່ໄດ້ຮັບໃບອະນຸຍາດໃນ Brooklyn, ລັດນິວຢອກ ສະຫະລັດອາເມຣິກາ ໄດ້ຂຽນໄວ້ໃນ Psychology Today ວ່າ: ‘ກຸ່ມຄົນທີ່ນິຍົມຄວາມສົມບູນແບບ ຫຼື Perfectionists ມັກຈະຄາດການເຖິງຜົນທີ່ຮ້າຍແຮງທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະ ເຊື່ອວ່າມັນຈະແບບນັ້ນ ທັງມັກກ່າວໂທດຕົນເອງຢ່າງຮຸນແຮງສຳລັບຄວາມຜິດພາດທີ່ເກີດຂຶ້ນອີກດ້ວຍ’

ຍ້ອນວ່າຄວາມວິຕົກກັງວົນຢ້ານບໍ່ສົມບູນແບບ ແລະ ຄວາມກົດດັນໃຫ້ປະສົບຄວາມສຳເລັດໂດຍບໍ່ຈຳເປັນຕ້ອງພັກຜ່ອນນັ້ນ ສົ່ງຜົນຮ້າຍແຮງຫຼາຍຢ່າງຕາມມາ ອ້າງອີງຈາກລາຍງານຄວາມຄຽດຂອງກົມສຸຂະພາບຈິດແຫ່ງປະເທດໄທລະບຸວ່າໃນປີ 2022 ຄົນໄທມີຄວາມຄຽດສູງຂຶ້ນ 2.1 ເທົ່າ, ມີອາການຊຶມເສົ້າເພີ່ມຂຶ້ນ 4.8 ເທົ່າ, ສ່ຽງຂ້າຕົວຕາຍເພີ່ມຂຶ້ນ 5.9 ເທົ່າ ແລະ ມີພາວະໝົດໄຟສູງຂຶ້ນ 9.7 ເທົ່າເມື່ອທຽບກັບປີ 2021.

ເມື່ອເປັນແບບນັ້ນຫຼາຍຄົນກໍຈຳຕ້ອງໄດ້ນຳໃຊ້ຢາເມັດປັດຈຸບັນທີ່ໝໍຈ່າຍໃຫ້ ເວລາປະສົບກັບຄວາມຄຽດຈົນກາຍເປັນບັນຫາໃນການໃຊ້ຊີວິດປະຈຳວັນ ເຊິ່ງຢາເມັດດັ່ງກ່າວລ້ວນມີຕົ້ນທຶນໃນການຜະລິດ ແລະ ການວິໄຈ ພ້ອມຍັງໃຫ້ຜົນທີ່ບໍ່ແນ່ນອນ ແລະ ແຕກຕ່າງກັນໄປໃນແຕ່ລະບຸກຄົນ; ບໍ່ພຽງເທົ່ານັ້ນ ຄວາມຄຽດ ແລະ ຄວາມວິຕົກກັງວົນຍັງເຮັດໃຫ້ຊີວິດຂອງເຮົາຕ້ອງ ‘ໃຊ້ຈ່າຍເງິນ’ ຫຼາຍຂຶ້ນເພື່ອຫາຄວາມສຸກທາງອື່ນເຊັ່ນ: ຕ້ອງກິນອາຫານແພງໆ ຫຼື ກິນດື່ມໃນປະລິມານທີ່ຫຼາຍຂຶ້ນ, ຕ້ອງກິນຂອງຫວານ, ຊື້ເສື້ອຜ້າ ແລະ ອອກໄປທ່ຽວຕະຫຼອດເພື່ອບັນເທົາຄວາມຄຽດ

ແຕ່ຈະດີກວ່ານີ້ບໍຫາກວ່າເຮົາທຸກຄົນສາມາດຫຼຸດຄວາມຄຽດ  ແລະ  ຄວາມວິຕົກກັງວົນໄດ້ຟຣີແບບບໍ່ມີຄ່າໃຊ້ຈ່າຍພ້ອມຍັງໄດ້ຜົນດີສະໝ່ຳສະເໝີ?

ຍ້ອນປະເດັນນີ້ເຮັດໃຫ້ ດຣ. MaryCarol Hunter ແລະ ທີມວິໄຈເຮັດການສຶກສານີ້ໂດຍໃຊ້ໄລຍະເວລາ 8 ອາທິດ(ປະມານ 2 ເດືອນ) ໂດຍຜູ້ເຂົ້າຮ່ວມການທົດລອງຈະຕ້ອງໃຊ້ເວລາຢູ່ກັບທຳມະຊາດຢ່າງໜ້ອຍ 10 ນາທີຂຶ້ນໄປເປັນເວລາ 3 ຄັ້ງຕໍ່ອາທິດ, ຈາກນັ້ນພວກເຂົາໄດ້ຮັບການວັດລະດັບ Cortisol ເຊິ່ງເປັນຮໍໂມນບົ່ງບອກລະດັບຄວາມຄຽດທັງກ່ອນ ແລະ ຫຼັງໃຊ້ເວລາກັບທຳມະຊາດທຸກໆ 2 ອາທິດ ໂດຍຜູ້ເຂົ້າຮ່ວມທົດລອງມີອິດສະຫຼະໃນການເລືອກ ເວລາໃນແຕ່ລະມື້ ໄລຍະເວລາ ແລະ ສະຖານທີ່ທີ່ຈະສຳຜັດທຳມະຊາດ ເຊິ່ງສາມາດເປັນຫ້ອງນັ່ງຫຼິ້ນທີ່ປະດັບດ້ວຍຕົ້ນໄມ້ ແລະ ດອກໄມ້ ຫຼື ພື້ນທີ່ສວນນ້ອຍໆເທິງດາດຟ້າຂອງຫ້ອງການກໍໄດ້ເຊັ່ນກັນ.

ຜົນການທົດລອງດັ່ງກ່າວລະບຸວ່າ ພຽງແຕ່ໃຊ້ເວລາ 20 ນາທີຢູ່ກັບທຳມະຊາດກໍພຽງພໍແລ້ວທີ່ຈະຫຼຸດລະດັບຮໍໂມນຄວາມຄຽດໄດ້ໃນປະລິມານຫຼາຍ ແລະ ຫາກໃຊ້ເວລາເພີ່ມຂຶ້ນເລັກໜ້ອຍເປັນ 25 ຫຼື 30 ນາທີ ລະດັບຮໍໂມນຄວາມຄຽດກໍຈະຍິ່ງຫຼຸດລົງໄປອີກ ແລະ ຫຼັງຈາກສຳເລັດການໃຊ້ເວລາກັບທຳມະຊາດແລ້ວລະດັບຮໍໂມນດັ່ງກ່າວຍັງເພີ່ມຂຶ້ນຊ້າກວ່າເກົ່າອີກດ້ວຍ.

ດຣ. Hunter ກ່າວເສີມອີກວ່າ: ‘ຜູ້ປະກອບວິຊາຊີບດ້ານການເບິ່ງແຍງສຸຂະພາບສາມາດໃຊ້ຜົນການທົດລອງນີ້ແນະນຳຜູ້ປ່ວຍຄວບຄູ່ກັບໃບສັ່ງຢາເມັດນຳ’ ເຊັ່ນ: ການນັ່ງຢູ່ໃຕ້ຮົ່ມໄມ້, ນັ່ງເທິງສະໜາມຫຍ້າ, ອອກໄປຍ່າງຫຼິ້ນ ຫຼື ແມ່ນແຕ່ການເຮັດສວນນ້ອຍໆ ຕ່າງກໍມີປະສິດທິພາບໃນການຫຼຸດຜ່ອນຄວາມຄຽດທັງນັ້ນ; ເຖິງຢ່າງໃດກໍຕາມຫາກທ່ານໄດ້ຮັບຢາເມັດຈາກແພດມາແລ້ວກໍສາມາດກິນຢານັ້ນຕໍ່ໄປຄວບຄູ່ກັບການຢູ່ກັບທຳມະຊາດເພື່ອໃຫ້ໄດ້ປະສິດທິພາບທີ່ດີທີ່ສຸດ. ດຣ.Hunter ຍັງຖິ້ມທ້າຍໄວ້ຕື່ມວ່າຂໍ້ມູນເຫຼົ່ານີ້ສາມາດນຳໄປໃຊ້ໄດ້ຫຼາຍຢ່າງລວມໄປເຖິງການຄຳນຶງເວລາສ້າງຜັງເມືອງດ້ວຍເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

https://rb.gy/d8vwwq

https://rb.gy/g711z2

https://rb.gy/le0t28

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/