ຄົນທີ່ມີຄວາມໝັ້ນໃຈສູງ ມີໂອກາດໄດ້ວຽກຫຼາຍກວ່າຄົນເກັ່ງ


ຄວາມໝັ້ນໃຈ ແມ່ນໜຶ່ງໃນທັກສະທີ່ທຸກຄົນຄວນມີ ເພາະເຖິງວ່າເຈົ້າຈະເກັ່ງພຽງໃດ ແຕ່ບໍ່ສາມາດນຳສະເໜີຕົນເອງອອກມາໄດ້ ແນ່ນອນວ່າ ມັນຍາກທີ່ຈະໄດ້ຮັບການຄັດເລືອກເຂົ້າມາຢູ່ໃນອົງກອນທີ່ຕົນໃຝ່ຝັນ.

ການສ້າງຄວາມປະທັບໃຈຄັ້ງທໍາອິດ ຖືວ່າເປັນສິ່ງທີ່ຂາດບໍ່ໄດ້. ເນື່ອງຈາກພຶດຕິກຳໃນລະຫວ່າງການສຳພາດວຽກ ມັນອາດຈະມີຄວາມສໍາຄັນຫຼາຍກ່ວາທັກສະ ຫຼື ຄວາມເກັ່ງ. ມີການສຶກສາຈາກ TopInterview ແລະ Resume-Library ພົບວ່າ 70% ຂອງນາຍຈ້າງພິຈາລະນາບຸກຄະລິກກະພາບເປັນ 1 ໃນ 3 ປັດໄຈທີ່ຕ້ອງພິຈາລະນາ ໃນເວລາເລືອກຜູ້ສະໝັກ ແລະ ຄວາມຫມັ້ນໃຈນີ້ “ຊ່ວຍສ້າງຄວາມສົນໃຈແກ່ນາຍຈ້າງ”

ຈຳນວນ 42% ຂອງຜູ້ຊ່ຽວຊານດ້ານ HR ເກືອບ 200 ຄົນໃນການສຶກສາ ໃຫ້ຄະແນນຄວາມໝັ້ນໃຈ ວ່າມັນເປັນຫນຶ່ງໃນຄຸນະພາບທີ່ເປັນຕາຊື່ນຊົມທີ່ສຸດໃນການສະໝັກວຽກ ແຕ່ໃນເວລາດຽວກັນ ຫາກມີຄວາມໝັ້ນໃຈຫຼາຍເກີນໄປຈົນເປັນການອວດອ້າງ ກໍເທົ່າກັບວ່າເປັນ “ຂໍ້ເສຍ” ທີ່ຄົນ HR ຈະບໍ່ຍອມຮັບທີ່ຈະເລືອກເອົາຜູ້ສະໝັກເຂົ້າເຮັດວຽກເຊັ່ນກັນ.

ແລ້ວເຮົາຄວນຈະປະພຶດຕົວເຮົາໃດຈຶ່ງເໝາະສົມ?

Amanda Augustine, ຜູ້ຊ່ຽວຊານດ້ານອາຊີບຈາກ Top Interview, ໄດ້ແບ່ງປັນບາງຄໍາແນະນໍາກ່ຽວກັບວິທີການໃຊ້ຄວາມໝັ້ນໃຈໂດຍເໝາະສົມ. ໃນການສໍາພາດແມ່ນຈະໄດ້ “ເວົ້າກ່ຽວກັບທັກສະທົ່ວໄປທີ່ເຈົ້າມີ ຫຼື ນໍາສະເໜີຄວາມຖະໜັດຂອງທ່ານເອງ ໂດຍຜ່ານກິດຈະກໍາທີ່ໄດ້ເຮັດ ຫຼື ຮາງວັນທີ່ໄດ້ຮັບ ແມ່ນໃຫ້ຕອບຕາມຄວາມຈິງເທົ່າທີ່ເປັນໄປໄດ້ ແລະ ຫຼີກເວັ້ນການເວົ້າເກີນຈິງຈົນເປັນການໂອ້ອວດ. ດ້ານອ່ອນ ແມ່ນເຈົ້າຄວນຕອບຜູ້ສຳພາດຕາມຄວາມຈິງ, ຢ່າພະຍາຍາມຕອບບາງສິ່ງທີ່ປອມແປງຂຶ້ນມາ (ຈົ່ງເວົ້າຄວາມຈິງ ແລະ ສະແດງຄວາມພະຍາຍາມທີ່ກຳລັງປັບປຸງຕົນເອງໃຫ້ດີຂຶ້ນ).

ນອກເໜືອໄປຈາກຄໍາແນະນໍາເຫຼົ່ານີ້, ຈັນຍາບັນ, ຄວາມສຸພາບ ແລະ ຕົວຕົນຂອງທ່ານເອງແມ່ນສໍາຄັນຫຼາຍ ເພື່ອເຮັດໃຫ້ທ່ານເອງເປັນຄົນໜ້າເຊື່ອຖືໄດ້ ກ່ອນທີ່ຈະສໍາພາດ, ພະຍາຍາມສຶກສາຂໍ້ມູນບາງຢ່າງກ່ຽວກັບບໍລິສັດ, ເດີນທາງໄປຮອດກ່ອນໂມງນັດສຳພາດ. ມັນຈະຊ່ວຍໃຫ້ສ້າງຄວາມປະທັບໃຈທີ່ດີ ແລະ​ ເຮັດ​ໃຫ້​ນາຍ​ຈ້າງ​ຢາກ​ເລືອກ​ເຈົ້າເຂົ້າໄປ​ເຮັດ​ວຽກໃນອົງກອນຂອງພວກເຂົາ.

ອ້າງອີງ:

https://cutt.ly/YeyMMMtL

https://cutt.ly/ZeyM1plQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/