ຄົນຈະລວຍຊ່ວຍບໍ່ໄດ້! ສອງຜົວເມຍສຸດເຮັງ ພົບຕູ້ເຊບມີເງິນນັບແສນໂດລາ


ສຳນັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ເຈມ ເຄນ ເຊິ່ງເປັນນັກຄົ້ນຫາສົມບັດຕາມແຫຼ່ງຂີ້ເຫຍື້ອ ແລະ ແຫຼ່ງນ້ຳຕ່າງໆໃນເມືອງ ນິວຢອກຊິຕີ້ ສະຫະລັດອາເມຣິກາ ໄດ້ໃຊ້ແມ່ເຫຼັກໃນການຄົ້ນຫາສິ່ງຂອງມີຄ່າໃນສະຖານທີ່ຕ່າງໆ ແລະ ປາກົດວ່າລາວໄດ້ຄົ້ນພົບຕູ້ເຊບທີ່ມີເງີນນັບ 100,000 ໂດລາ.

ຕໍ່ມາທັງສອງໄດ້ເຂົ້າແຈ້ງເຈົ້າໜ້າທີ່ຕຳຫຼວດໃຫ້ເຂົ້າມາກວດສອບວ່າເງິນທີ່ພົບຜິດກົດໝາຍຫຼືບໍ່? ໂຊກດີທີ່ຕຳຫຼວດໄດ້ລະບຸວ່າ ສອງຜົວເມຍຄູ່ນີ້ສາມາດເປັນເຈົ້າຂອງເງິນນີ້ໄດ້ຢ່າງຖືກຕ້ອງຕາມກົດໝາຍ ເນື່ອງຈາກບໍ່ມີໃຜມາສະແດງຕົວວ່າເປັນເຈົ້າຂອງມັນ ຈຶ່ງບໍ່ຖືວ່າເປັນການລັກຊັບນັ້ນເອງ.

ໂດຍທະນະບັດໄດ້ຮັບຄວາມເສຍຫາຍຈາກຂີ້ຕົມ ເຮັດໃຫ້ມີການຂາດ ແລະ ປຽກຫຼາຍໃບ ທັງສອງຈຶ່ງໄດ້ວາງແຜນທີ່ຈະຕິດຕໍ່ໜ່ວຍງານຜະລິດທະນະບັດຢ່າງ Bureau of Printing and Engraving ເພື່ອໃຫ້ປົວແປງທະນະບັດທີ່ເສຍຫາຍໃຫ້ກັບມາເປັນຄືເກົ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/