ຄາເກ້ຈະຢູ່ກັບເຮົາຕະຫຼອດໄປ! ປະໂຫຍກສຸດ Classic ໃນບານໂລກ 2010 ແລະ ມິດຕະພາບຕ່າງສີເສື້ອ ຂອງ Iniesta ແລະ Dani Jarque


ພາບຈຳຂອງແຟນບານຫຼາຍໆຄົນໃນການແຂ່ງຂັນບານໂລກ 2010 ທີ່ອາຟຣິກາເປັນເຈົ້າພາບ ກໍຄົງໜີບໍ່ພົ້ນ ຈັງຫວະທີ່ Andres Iniesta ຈາກທີມຊາດສະເປນ ຍິງປະຕູໄຊພາສະເປນຄວ້າແຊ້ມບານໂລກຄັ້ງນັ້ນໄປໄດ້ ພ້ອມກັບທ່າສະຫຼອງປະຕູໂດຍການແກ້ເສື້ອທາງນອກອອກ ເພື່ອໂຊເສື້ອທາງໃນທີ່ມີຂໍ້ຄວາມຂຽນໄວ້ວ່າ: “Dani Jarque Siempre Con Nosotros” ຫຼືວ່າ Dani Jarque ຈະຢູ່ນຳເຮົາຕະຫຼອດໄປ. ມື້ນີ້ ຈະພາມາຮູ້ຈັກກັບສອງສ່ຽວຮັກນີ້ ທີ່ເຖິງແມ່ນວ່າຈະຢູ່ກັນຄົນລະສະໂມສອນ ແຕ່ມິດຕະພາບທີ່ທັງສອງມີຕໍ່ກັນນັ້ນບໍ່ເຄີຍຫາຍໄປໃສເລີຍ.

ກ່ອນອື່ນໝົດມາເຮັດຄວາມຮູ້ຈັກກັບສອງນັກເຕະນີ້ກ່ອນ. Andres Iniesta ຫຼື ທີ່ເຮົາເອີ້ນກັນຕິດປາກວ່າ ອິນເນສຕ້າ. ເຖິງແມ່ນວ່າພາບທີ່ເຮົາເຫັນແມ່ນ ອິນເນສຕ້າ ຈະຢູ່ກັບສະໂມສອນ ບາເຊໂລນາ ມາແຕ່ນ້ອຍ ແລະ ບາງເທື່ອກໍເບິ່ງຄືວ່າລາວມີເລືອດ ກາຕາຣັນ (ຊື່ເອີ້ນແຂວງທີ່ບາເຊໂລນາຕັ້ງຢູ່) ໄຫຼຢູເຕັມຕົວ ແຕ່ຄວາມຈິງແລ້ວ ລາວເກີດຢູ່ບ້ານນ້ອຍໆແຫ່ງໜຶ່ງ ທີ່ແຂວງ Albacete ປະເທດສະເປນ ແຕ່ດ້ວຍຄວາມສາມາດທີ່ເກັ່ງເກີນອາຍຸ ເຮັດໃຫ້ລາວໄດ້ເຂົ້າມາຝຶກຊ້ອມບານເຕະທີ່ ສູນຝຶກ La Masia (ສູນຝຶກເຍົາວະຊົນ ຂອງສະໂມສອນ ບາເຊໂລນາ). ເຖິງວ່າຈະເປັນເດັກທີ່ມີຮູບຮ່າງນ້ອຍ ແຕ່ຄວາມສາມາດດ້ານບານເຕະນັ້ນ ອິນເນສຕ້າ ໂດດເດັ່ນກວ່າໝູ່ໆຮຸ່ນດຽວກກັນ. ລາວໄດ້ກາຍເປັນ ກັບຕັນທີມບາເຊໂລນາ U15 ແລະ ສາມາດພາທີມຄວ້າແຊ້ມ ໃນລາຍການ NIKE Premier cup ໄດ້ເປັນຄັ້ງທຳອິດ ໃນປີ 1999 ພ້ອມກັບໄດ້ຮັບຕຳແໜ່ງຜູ້ຫຼິ້ນດີເດັ່ນໃນເກມນັ້ນໄປອີກນຳ.

ສ່ວນໃນທາງຂອງ Dani Jarque (ແດນນ່ຽວ ຄາເກ້) ນັ້ນເປັນຊາວ ກາຕາຣັນໝົດສາຍເລືອດຢ່າງແທ້ຈິງ ເຖິງແມ່ນວ່າ ລາວຈະເກີດ ແລະ ເຕີບໃຫຍ່ທີ່ເມືອງ ບາເຊໂລນາ ແຕ່ເສັ້ນທາງອາຊີບນັກເຕະບານຂອງລາວນັ້ນ ແມ່ນໄປເລີ່ມຕົ້ນຢູ່ກັບສະໂມສອນ Espanyol ໂດຍລາວສາມາດກາ້ວຂຶ້ນມາຕິດທີມຊຸດໃຫຍ່ຂອງທີມໄດ້ດ້ວຍອາຍຸພຽງ 19ປີ ເທົ່ານັ້ນ.

ທັງສອງຄົນນີ້ໄດ້ວົນວຽນມາພົບກັນຄັ້ງທຳອິດ ແມ່ນຕອນທີ່ທັງສອງນັ້ນຕ້ອງເຂົ້າ ມາລາຍງານຕົວ ກຽມແຂ່ງໃຫ້ກັບທີມຊາດສະເປນ ຊຸດອາຍຸບໍ່ເກີນ 17 ປີ. ໂດຍທັງສອງຄົນໄດ້ເປັນ Room mate ກັນເກືອບຈະທຸກເທື່ອທີ່ມີການເກັບຕົວຫຼິ້ນໃຫ້ທີມຊາດ ບໍ່ວ່າຈະເປັນ U17,U19,U20 ແລະ U21. ນອກຈາກທັງສອງຈະມີຄວາມຮັກແພງກັນນອກສະໜາມແລ້ວ ໃນສະໜາມທັງສອງຄົນນີ້ ຍັງເປັນກຳລັງຫຼັກຂອງທີມຊາດມາຕະຫຼອດ ໂດຍສາມາດພາທີມຊາດສະເປນ ຮຸ່ນອາຍຸບໍ່ເກີນ 17ປີ ຄວ້າແຊ້ມລາຍການ EURO 2002 ທີ່ປະເທດນໍເວໄດ້ສຳເລັດ.

ເຖິງແມ່ນວ່າທັງສອງຄົນ ຈະມີເສັ້ນທາງນັກເຕະອາຊີບທີ່ຢູ່ຄົນລະສະໂມສອນ ແຖມເປັນຄູ່ແຂ່ງກັນໂດຍກົງ ລະຫວ່າງ Barcelona ແລະ Espanyol ແຕ່ຄວາມສຳພັນຂອງທັງສອງກໍຍັງບໍ່ປ່ຽນແປງ ທັງສອງຍັງມັກອອກໄປກິນເຂົ້ານຳກັນ ແລະ ໄປມາຫາສູ່ກັນຢູ່ສະເໝີ. ທັງ ອິນເນສຕ້າ ແລະ ຄາເກ້ ຕ່າງກໍມີຊີວິດນັກເຕະອາຊີບທີ່ດີ ທັງສອງຖືວ່າກຳລັງເຕີບໃຫຍ່ ແລະ ກ້າວໜ້າກັບເສັ້ນທາງນີ້ຢ່າງເຕັມຕົວ. ທາງອິນເນສຕ້າກໍເລີ່ມເປັນກຳລັງຫຼັກໃຫ້ ບາເຊໂລນາ ຈົນສາມາດພາທີມຄວ້າແຊ້ມ UEAFA Champion League ໄດ້ໃນປີ 2009. ສ່ວນ ຄາເກ້ ກໍໄດ້ຖືກແຕ່ງຕັ້ງໃຫ້ເປັນກັບຕັນທີມ ຂອງ ເອສປັນຢອນ ແລະ ຊີວິດຂອງລາວໃນຖານະນັກເຕະອາຊີບ ກໍເບິ່ງຄືວ່າກຳລັງຈະກ້າວໜ້າເລື້ອຍໆ.

ຈົນຈຸດປ່ຽນຂອງທັງສອງຄົນມາເກີດຂຶ້ນໃນ ເດືອນ 7 ປີ 2009 ເຊິ່ງເປັນໄລຍະທີ່ສະໂມສອນຕ່າງໆ ກຳລັງພານັກເຕະໄປເກັບຕົວ ເພື່ອເອີ້ນຄວາມ ຟິດ. ໂດຍໃນເວລານັ້ນ ຄາເກ້ໄດ້ຍົກທັບເອສປັນຢອນໄປເກັບຕົວທີ່ປະເທດ ອີຕາລີ. ໃນຂະນະທີ່ ຄາເກ້ ກຳລັງລົມໂທລະສັບກັບເມຍຂອງລາວທີ່ກຳລັງ ຖືພາຢູ່ນັ້ນ ຢູ່ດີໆຄາເກ້ກໍເກີດອາການຫົວໃຈວາຍແບບກະທັນຫັນ ພ້ອມລົ້ມລົງໄປນອນກັບພື້ນ ເຖິງແມ່ນວ່າທີມແພດ ແລະ ລົດໂຮງໝໍຈະຮີບພາກັນຊ່ວຍຊີວິດລາວ ແຕ່ທຸກຢ່າງກໍບໍ່ທັນແລ້ວ. ດາວເຕະທີມຊາດ ສະເປນ ແດນນ່ຽວ ຄາເກ້ ຕ້ອງເສຍຊີວິດລົງ ດ້ວຍອາຍຸພຽງ 26 ປີ.

ສ່ວນທາງຂອງ ອິນເນສຕ້າ ໃນ້ວລານັ້ນ ລາວກໍມີອາການບາດເຈັບເລັກນ້ອຍ ແລະ ກຳລັງພັກຮັກສາຕົວຟື້ນຟູ ຢູ່ກັບ ບາເຊໂລນາ. ຄົນທຳອິດທີ່ຮູ້ຂ່າວຮ້າຍນີ້ ແມ່ນ Carles Puyol ກັບຕັນທີມ ບາເຊໂລນາ ໃນເວລານັ້ນ. ເມື່ອລາວໄດ້ຮູ້ຂ່າວນີ້ ລາວໄດ້ກັ້ນໃຈໄປບອກອິນເນສຕ້າທັນທີ ເພາະຮູ້ເຖິງ ຄວາມສຳພັນ ຂອງ ອິນເນສຕ້າ ແລະ ຄາເກ້ ວ່າທັງສອງເປັນໝູ່ຮັກກັນ. ທັນທີທີ່ອິນເນສຕ້າໄດ້ຮັບຮູ້ຂ່າວນີ້ ລາວໄດ້ຕົກຢູ່ໃນສະພາວະຢຸດໄປຂະນະໜຶ່ງ ພ້ອມກັບນໍ້າຕາລູກຜູ້ຊາຍທີ່ຄ່ອຍໆໄຫຼອອກມາອາບແກ້ມຂອງລາວຢ່າງບໍ່ຮູ້ຕົວ. ອິນເນສຕ້າກັ້ນໃຈຍ່າງໜີທຸກຄົນ ໄປນັ່ງຢູ່ມຸມງຽບໆຄົນດຽວ ການສູນເສຍໝູ່ຮັກໄປແບບບໍ່ທັນຕັ້ງຕົວ ມັນເປັນສິ່ງທີ່ທຳຮ້າຍຈິດໃຈລາວຢ່າງແຮງ ໃນເວລານີ້ ເພາະເປັນເວລາທີ່ພວກເຂົາທັງສອງກຳລັງໂດດເດັ່ນ ແລະ ຫຼິ້ນໄດ້ດີທີ່ສຸດໃນອາຊີບນັກເຕະຂອງເຂົາເຈົ້າແລ້ວ. ຫຼັງຈາກທີ່ສູນເສຍໝູ່ຮັກໄປ ອິນເນສຕ້າໄດ້ໃຫ້ການຊ່ວຍເຫຼືອເມຍຂອງຄາເກ້ທີ່ກຳລັງຖືພາຢູ່ ແບບເຕັມກຳລັງ ແລະ ບອກກັບຕົນເອງຢູ່ສະເໝີວ່າ ຈະເຮັດທຸກຢ່າງເພື່ອບໍ່ໃຫ້ຜູ້ຄົນລືມຊື່ຂອງໝູ່ລາວ ເຊັ່ນດຽວກັນກັບລາວທີ່ຈະບໍ່ມີວັນລືມໝູ່ຄົນນີ້ຕະຫຼອດໄປ.

ຫຼັງຈາກການຈາກໄປຂອງ ຄາເກ້ ເວລາຜ່ານໄປ 11 ເດືອນ ອິນເນສຕ້າ ກໍສາມາດເອົາຊະນະ ອາການບາດເຈັບຂອງຕົນໄດ້ ຈົນກັບມາແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ ພ້ອມກັບເປັນກຳລັງສຳຄັນທີ່ພາທີມຊາດສະເປນ ໄປລຸຍບານໂລກ 2010 ທີ່ປະເທດ ອາຟຣິກາ. ການແຂ່ງຂັນບານໂລກຄັ້ງນັ້ນ ສະເປນ ສາມາດຜ່ານທຸກດ່ານ ຈົນຫຼຸດເຂົ້າໄປສູ່ຮອບຊິງຊະນະເລີດທີ່ຕ້ອງພົບກັບ ທີມຊາດ ເນເທີແລນ ທີ່ໝາຍໝັ້ນປັ້ນມື ຈະຄວ້າແຊ້ມໃນປີນີ້ໃຫ້ໄດ້ເຊັ່ນດຽວກັນ. ໂດຍເກມຮອບຊິງຊະນະເລີດ ໃນມື້ນັ້ນ ພາຍໃນ 90 ນາທີ ທັງສອງທີມບໍ່ສາມາດຍິງປະຕູກັນໄດ້ ຈົນເກມກ້າວເຂົ້າສູ່ການຕໍ່ເວລາພິເສດ ແລະ ມັນກໍປຽບເໝືອນຮູບເງົາທີ່ຖືກຂຽນບົດເອົາໄວ້ແລ້ວ ເມື່ອໃນນາທີ ທີ່116 ອິນເນສຕ້າຈັດການຊັດປະຕູສຸດງາມ ຜ່ານມືຂອງຜູ້ຮັກສາປະຕູຂອງທີມຊາດເນເທີແລນ ເຂົ້າໄປຊະນິດທີ່ວ່າຕາໜ່າງເກືອບຂາດ ລາວແລ່ນໄປສະຫຼອງປະຕູນີ້ດ້ວຍການໂຊເສື້ອຊ້ອນທາງໃນ ທີ່ມີຂໍ້ຄວາມຂຽນວ່າ “Dani Jarque Siempre Con Nosotros” ຫຼືວ່າ Dani Jarque ຈະຢູ່ນຳເຮົາຕະຫຼອດໄປ.

ປະຕູນັ້ນຂອງອິນເນສຕ້າ ສົ່ງຜົນໃຫ້ທີມຊາດສະເປນ ຄວ້າແຊ້ມໂລກໃນຄັ້ງນັ້ນໄປຄອງໄດ້ສຳເລັດ. ທຸກຄົນໃນປະເທດສະເປນພາກັນຮ້ອງເຮ ດ້ວຍຄວາມດີໃຈ ແລະ ອິນເນສຕ້າ ກໍກາຍເປັນພະເອກຂອງທຸກຄົນໃນສະເປນໄປທັນທີ ແຕ່ລາວບໍ່ເຄີຍລືມຄາເກ້ ໝູ່ຮັກຂອງລາວເລີຍ ເຖິງແມ່ນວ່າໃນມື້ທີ່ນັກເຕະບານຄົນໜຶ່ງຈະມີຄວາມສຸກທີ່ສຸດໃນຊີວິດ. ອິນເນສຕ້າພາຄາເກ້ ຂຶ້ນໄປຮ່ວມສະຫຼອງແຊ້ມ ເທີງເວທີ ຜ່ານເສື້ອທີ່ມີຂໍ້ຄວາມດັ່ງກ່າວ.

ນັກຂ່າວຖາມວ່າເປັນຫຍັງຄືເລືອກສະຫຼອງປະຕູດ້ວຍເສື້ອຜືນນັ້ນ ແລະ ຢາກຈະສື່ຫຍັງອອກມາ, ອິນເນສຕ້າຕອບວ່າ ລາວພຽງຢາກໃຫ້ທຸກຄົນບໍ່ລືມຊື່ຂອງຄາເກ້ໝູ່ຂອງລາວ ດັ່ງທີ່ລາວຈະບໍ່ມີວັນລືມເຊັ່ນດຽວກັນ.

Jessica Alvares ເມຍຂອງຄາເກ້ ເຖິງກັບກັ້ນນໍ້າຕາໄວ້ບໍ່ໄຫວ ເມື່ອເຫັນການກະທຳຂອງອິນເນສຕ້າ ທີ່ມີຕໍ່ຄາເກ້ຜົວຂອງລາວ ແລະ ໄດ້ຂຽນຈົດໝາຍໄປຂອບໃຈອິນເນສຕ້າ ເນື້ອໃນໃຈຄວາມປະມານວ່າ: “ຂ້ອຍຮູ້ສຶກຂອບໃຈຫຼາຍໆ ທີ່ພາຄາເກ້ໄປຮ່ວມສະຫຼອງກັບເກມນັດສຳຄັນ ແລະ ເປັນເວລາທີ່ພິເສດແບບນີ້ ມັນເປັນເລື່ອງທີ່ດີ ຂ້ອຍປະທັບໃຈຫຼາຍ ຈົນບໍ່ຮູ້ຈະຂອບໃຈເຈົ້າແນວໃດດີ”.

  ເມື່ອກັບມາທີ່ປະເທດສເປນ ອິນເນສຕ້າກໍໄດ້ໄປມອບເສື້ອທີ່ມີຂໍ້ຄວາມຜືນດັ່ງກ່າວນັ້ນ ໃຫ້ກັບທາງສະໂມສອນເອສປັນຢອນ ຕົ້ນສັງກັດຂອງຄາເກ້ ເພື່ອໃຫ້ທາງສະໂມສອນນັ້ນ ນຳໄປເກັບຮັກສາໄວ້ ວ່ານີ້ແມ່ນຕົວແທນຂອງສະໂມສອນທີ່ໄດ້ແຊ້ມໂລກ ເກັບເອົາໄວ້ໃຫ້ຄົນຮຸ່ນຫຼັງໄດ້ຊຶມຊັບເອົາຄວາມສຳພັນຂອງທັງສອງ ທີ່ເຖິງແມ່ນວ່າຈະຢູ່ກັນຄົນລະສະໂມສອນ ແຕ່ຄວາມສຳພັນນັ້ນມີຫຼາຍກວ່າສີເສື້ອຂອງສະໂມສອນ.

ນັບຕັ້ງແຕ່ເຫດການນັ້ນ ທຸກເກມທີ່ບາເຊໂລນາ ພົບກັບ ເອສປັນຢອນ ເຊື່ອຫຼືບໍ່ວ່າ ອິນເນສຕ້າເປັນນັກເຕະຄົນດຽວ ທີ່ທີມຄູ່ແຂ່ງ ລຸກຂຶ້ນຢືນຕົບມືໃຫ້ ທຸກເທື່ອທີ່ລາວກ້າວຂາລົງສະໜາມ. ອິນເນສຕ້າຍັງເປັນນັກເຕະຄູ່ແຂ່ງທີ່ ແຟນບານເອສປັນຢອນ ນັບຖືຢ່າງສຸດໃຈ ໂດຍເຄີຍມີການປັກຊື່ຂອງອິນເນສຕ້າ ລົງໃນຊຸດແຂ່ງຂອງເອສປັນຢອນ ແລ້ວຍົກຂຶ້ນໂຊພາຍໃນສະໜາມອີກນຳ.

ອິນເນສຕ້າເປີດເຜີຍເລື່ອງນີ້ໃນພາຍຫຼັງວ່າ: ຫຼັງຈາກທີ່ຄາເກ້ຈາກໄປມັນເຮັດໃຫ້ຂ້ອຍຕົກຢູ່ໃນສະພາວະທີ່ອ່ອນແອສຸດໆ ທາງຮ່າງກາຍ ແລະ ຈິດໃຈ ຈົນຂ້ອຍຕ້ອງໄດ້ອາໄສຄວາມຊ່ວຍເຫຼືອຈາກຈິດຕະແພດ. ແຕ່ມັນດີຫຼາຍທີ່ຂ້ອຍໄດ້ຮັບກຳລັງໃຈຈາກຄົນອ້ອມຂ້າງ ແລະ ປະຕູນັ້ນ ມັນຊ່ວຍຂ້ອຍໄດ້ຫຼາຍອີ່ຫຼີ ມັນເຮັດໃຫ້ຂ້ອຍຮູ້ສຶກວ່າໄດ້ເຮັດຫຍັງບາງຢ່າງໃຫ້ກັບຄາເກ້ ພ້ອມກັບຊ່ວຍໃຫ້ຂ້ອຍເຂັ້ມແຂງຂຶ້ນນຳໃນເວລາດຽວກັນ.

ທຸກສິ່ງທຸກຢ່າງນີ້ ມັນແມ່ນມິດຕະພາບທີ່ງົດງາມ ແລະ ມັນຍັງເປັນອີກສິ່ງໜຶ່ງທີ່ບົ່ງບອກເຮົາວ່າ ກິລາບານເຕະ ແມ່ນອີ່ຫຍັງທີ່ຫຼາຍກວ່າສີເສື້ອ ທີ່ໃສ່ລົງໄປແຂ່ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/