ສຳນັກຂ່າວ The Japan Times ລາຍງານວ່າທີ່ເມືອງໂອມຸຣະຂອງປະເທດຍີ່ປຸ່ນ ໄດ້ມີການຈົດທະບຽນສົມຣົດຄູ່ຮັກເພດດຽວກັນທີ່ອາໄສຢູ່ຮ່ວມກັນ ເຊິ່ງນັບເປັນອີກບາດກ້າວ ແລະ ເປັນການຂັບເຄື່ອນເລື່ອງສົມຣົດເທົ່າທຽມໃນປະເທດຍີ່ປຸ່ນ.
ໂດຍປະເທດຍີ່ປຸ່ນເປັນປະເທດດຽວໃນ G7 ທີ່ຍັງບໍ່ຍອມຮັບການສົມຣົດລະຫວ່າງເພດດຽວກັນ ສົ່ງຜົນໃຫ້ສື່ທ້ອງຖິ່ນລາຍງານວ່າ ເຫດການດັ່ງກ່າວຖືວ່າເປັນຄວາມໄຫວທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເຖິງແມ່ນວ່າການຈົດທະບຽນອາດຈະບໍ່ຄືກັບທະບຽນສົມຣົດຕາມກົດໝາຍ ແຕ່ກໍເປັນທີ່ສຸກໃຈຂອງກຸ່ມຄົນ LGBTQ+.
ທັງນີ້ ຜົນສຳຫຼວດຄວາມຄິດເຫັນໃນປະເທດຍີ່ປຸ່ນ ສະແດງໃຫ້ເຫັນເຖິງການສະໜັບສະໜູນກົດໝາຍທີ່ເປັນມິດກັບກຸ່ມເພດທາງເລືອກຫຼາຍຂຶ້ນ ໂດຍສະເພາະຢ່າງຍິ່ງກັບຄົນກຸ່ມໜຸ່ມສາວ ແຕ່ພັກອະນຸລັກນິຍົມໃນປະເທດຍີ່ປຸ່ນເອງ ເຊິ່ງເປັນພັກລັດຖະບານ ຍັງຄົງບໍ່ເຕັມໃຈທີ່ຈະຊຸກຍູ້ການປະຕິຮູບ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/