ຄວາມຕ້ອງການ Bitcoin ຊະລໍຕົວ! ແຮງເທຂາຍຫຼຸດລົງ ໜຸນລາຄາຫຼຽນເພີ່ມຂຶ້ນ ແຕ່ຍັງຂາດແຮງຊື້


ອີງຕາມບົດລາຍງານປະຈໍາອາທິດຫຼ້າສຸດຂອງ CryptoQuant ໄດ້ລະບຸວ່າ ການເພີ່ມຂຶ້ນຂອງລາຄາ Bitcoin ໄດ້ຮັບແຮງໜຸນຈາກແຮງເທຂາຍທີ່ຫຼຸດລົງ. ຢ່າງໃດກໍຕາມ, ຄວາມຕ້ອງການສໍາລັບ Bitcoin ຍັງຄົງບໍ່ມີການເພີ່ມຂຶ້ນ.

ສຳລັບແຮງເທຂາຍ Bitcoin ທີ່ຫຼຸດລົງ ພວກເຮົາສາມາດສັງເກດເຫັນໄດ້ໃນກິດຈະກໍາ blockchain ຂອງຜູ້ຖືຄອງ BTC ໄລຍະສັ້ນ ແລະ ຍອດເງິນຄົງເຫຼືອ OTC (Over-the-counter).

ຍອດເງິນຄົງເຫຼືອ BTC ໃນ OTC ມີຄວາມສະຖຽນຕັ້ງແຕ່ທ້າຍເດືອນເມສາ. ເຊິ່ງນີ້ຊີ້ໃຫ້ເຫັນວ່າການອຸປະທານຂອງ Bitcoin ຈາກຜູ້ເຂົ້າຮ່ວມຕະຫຼາດແມ່ນຫຼຸດລົງ. ໂດຍຍອດເງິນຄົງເຫຼືອໃນ OTC ເລີ່ມເພີ່ມຂຶ້ນ 60,000 BTC ໃນວັນທີ 10 ເດືອນມີນາ, ເມື່ອລາຄາຂອງ Bitcoin ເພີ່ມຂຶ້ນສູງເຖິງ 73,000 ໂດລາ, ແຕ່ລາຄາກັບຄົງຕົວຕັ້ງແຕ່ທ້າຍເດືອນທີ່ຜ່ານມາ.

ໃນ​ທາງ​ດຽວ​ກັນ ອັດຕາກໍາໄລສໍາລັບຜູ້ຖືຄອງ Bitcoin ໄລຍະສັ້ນໃນປັດຈຸບັນແມ່ນຕໍ່າ ຫຼື ຕິດລົບ. ເນື່ອງຈາກວ່າຜົນກໍາໄລທີ່ສູງເຮັດໃຫ້ເກີດແຮງເທຂາຍຈຳນວນຫຼາຍໃນໄລຍະຕົ້ນເດືອນມີນາ. ເຊິ່ງພວກເຂົາເຈົ້າໄດ້ສູນເສຍຜົນກໍາໄລທັງໝົດທີ່ສະສົມໃນປີ 2024 ໄປແລ້ວ. ໃນປັດຈຸບັນ, ນັກເທຣດຕ້ອງປະເຊີນກັບການສູນເສຍທີ່ຍັງບໍ່ທັນເກີດຂຶ້ນຈິງ.

ນັກວິເຄາະ CryptoQuant ກ່າວວ່າ ໃນປັດຈຸບັນ, ນັກຂຸດ Bitcoin ໄດ້ຮັບກໍາໄລຈາກການຂຸດໜ້ອຍລົງຫຼາຍ ແລະ ຄວາມສາມາດໃນເຮັດກໍາໄລຂອງພວກເຂົາໄດ້ຫຼຸດລົງໃນລະດັບທີ່ເຫັນໄດ້ຫຼ້າສຸດນັບຕັ້ງແຕ່ເດືອນມີນາ 2020, ຫຼັງຈາກທີ່ຕະຫຼາດໄດ້ປະສົບກັບວິກິດການ COVID, ເຊິ່ງໃນອະດີດ ຄວາມສາມາດໃນການເຮັດກໍາໄລຂອງນັກຂຸດທີ່ຕໍ່າຫຼາຍນັ້ນແມ່ນມີຄວາມສຳພັນກັບລາຄາທີ່ຕໍ່າສຸດ.

ໃນທາງກົງກັນຂ້າມ, ການເຕີບໂຕຂອງອຸປະສົງ Bitcoin ເບິ່ງຄືວ່າມີສະຖຽນລະພາບ. ຫຼັງ​ຈາກ​ການຊະລໍຕົວເປັນເວລາ​ 1 ​ເດືອນ​. ເຊິ່ງການເພີ່ມຂຶ້ນຂອງຍອດເງິນຄົງເຫຼືອ BTC ຂອງຜູ້ຖືຖາວອນ ແລະ ນັກລົງທຶນຂະໜາດໃຫຍ່ຊີ້ໃຫ້ເຫັນເຖິງຄວາມຕ້ອງການທີ່ສູງຂຶ້ນຈາກຜູ້ເຂົ້າຮ່ວມຕະຫຼາດເຫຼົ່ານີ້.

ຢ່າງໃດກໍຕາມ, ຄວາມຕ້ອງການຊື້່ BTC ຈະຕ້ອງເພີ່ມຂຶ້ນຕື່ມອີກ. ເພື່ອໃຫ້ຕະຫຼາດສາມາດຮັກສາລະດັບລາຄາຫຼ້າສຸດໄວ້ໄດ້, ເຊິ່ງຄວາມຕ້ອງການນີ້ອາດຈະມາຈາກຕະຫຼາດກອງທຶນ Bitcoin ETF (ETF) ແລະ ກອງທຶນຮ່ວມທີ່ລົງທຶນ Bitcoin ອື່ນໆ.

ດັ່ງທີ່ນັກວິເຄາະ CryptoQuant ຄາດການໄວ້ ຕະຫຼາດ crypto ຕ້ອງການຄື້ນລູກໃໝ່ສຳລັບການຊື້ກອງທຶນ Bitcoin ETF ທີ່ເພີ່ມຂຶ້ນເພື່ອຟື້ນຟູການເຕີບໂຕຂອງອຸປະສົງ. ເຊິ່ງຄວາມຕ້ອງການສໍາລັບຜະລິດຕະພັນເຫຼົ່ານີ້ເບິ່ງຄືວ່າຈະເພີ່ມຂຶ້ນແລ້ວ ເນື່ອງຈາກມີເງິນທຶນໄຫຼເຂົ້າມາຫຼາຍກວ່າ 560 ລ້ານໂດລາໃນສອງມື້ທີ່ຜ່ານມາ.

ນອກຈາກນັ້ນ, ການເຕີບໂຕຂອງສະພາບຄ່ອງຂອງ Stablecoin ກໍມີການເພີ່ມຂຶ້ນ, ເຊິ່ງສົ່ງສັນຍານເຖິງການເຄື່ອນໄຫວທີ່ອາດຈະເກີດຂຶ້ນໃນຂາຂຶ້ນຂອງ BTC.

ທີ່ມາ:

cryptopotato

cryptoquant

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/