“ຄວາມງຽບ” ຄືພະລັງບວກ! ເປີດໃຈຮັບມັນແລ້ວຈະຄົ້ນພົບເພື່ອນແທ້ທີ່ເຊື່ອງໄວ້ພາຍໃນຕົນເອງ


ໃນຂະນະທີ່ຄວາມງຽບອາດຈະສ້າງຄວາມບໍ່ສະບາຍໃຈໃຫ້ໃຜຫຼາຍຄົນ, ແຕ່ຖ້າພວກເຮົາຮຽນຮູ້ທີ່ຈະເປັນມິດກັບມັນ ຄວາມງຽບຈະກາຍເປັນກະແຈສຳຄັນໃນການຮູ້ຈັກຕົນເອງຫຼາຍຂຶ້ນ.

ຢ້ານຄວາມງຽບ

ຜູ້ຄົນບາງສ່ວນຢ້ານການດໍາລົງຊີວິດທ່າມກາງຄວາມງຽບ. ແນ່ນອນວ່າພວກເຮົາຖືກຖືວ່າເປັນສິ່ງມີຊີວິດທາງດ້ານສັງຄົມທີ່ມີຄວາມປາຖະໜາທີ່ຂັບເຄື່ອນວິວັດທະນາການສໍາລັບການເຊື່ອມໂຍງ ແລະ ການຍອມຮັບ. ເມື່ອ​ປະ​ເຊີນ​ກັບ​ຄວາມ​ງຽບ​ອາດເຮັດໃຫ້ບາງ​ຄົນ​ຮູ້​ສຶກ​ອຶດອັດ ​ແລະ ​ຢ້ານ​ກົວ

ການຄົ້ນຄວ້າໃນປະເທດເນເທີແລນ (Koudenburg et al., 2011) ພົບວ່າຊາວອາເມຣິກາຮູ້ສຶກບໍ່ສະຫງົບເມື່ອຕ້ອງປະເຊີນກັບຄວາມງຽບພຽງແຕ່ 4 ວິນາທີໃນລະຫວ່າງການສົນທະນາ.

ເຖິງແມ່ນວ່າໃນເວລາທີ່ຢູ່ຄົນດຽວ ຄວາມງຽບຍັງສາມາດນໍາໄປສູ່ການໝົກໝຸ້ນທາງຄວາມຄິດ, ເຮັດໃຫ້ບາງຄົນຢ້ານກົວໃນເວລາແຫ່ງຄວາມງຽບ. ໂດຍສະເພາະຍິ່ງໃນຍຸກສະໄໝນີ້ ທີ່ໂລກມື້ນີ້ທີ່ເຕັມໄປດ້ວຍສິ່ງລົບກວນຈາກເຄື່ອງຈັກ, ສຽງລົດ, ສຽງເຄື່ອງໃຊ້ໄຟຟ້າ ແລະ ສຽງການແຈ້ງເຕືອນຈາກໂທລະສັບ.

Sedatephobia ແມ່ນຊື່ທີ່ເອີ້ນອາການຂອງຄົນທີ່ຢ້ານກົວຄວາມງຽບ ຄໍາວ່າ “sedate” ມາຈາກພາສາເກຣັກ, ເຊິ່ງໝາຍຄວາມວ່າຄວາມງຽບ, ນອນ ຫຼືຄວາມຕາຍ.

ລອງເປັນມິດກັບຄວາມງຽບ

ໃນຂະນະທີ່ບາງຄົນຢ້ານກົວຄວາມງຽບ, ແຕ່ຫຼາຍຄົນກັບຫຼົງໃຫຼທີ່ຈະຢູ່ກັບຄວາມງຽບສະຫງົບເຊັ່ນກັນ.

ອີງຈາກການຄົ້ນຄວ້າໃນປະເທດຍີ່ປຸ່ນ (Yamada, 2015) ພົບວ່າຄົນຍີ່ປຸ່ນມີຄວາມສຸກທີ່ຈະນັ່ງງຽບໆທ່າມກາງຜູ້ຄົນໄດ້ດົນເຖິງ 8.2 ວິນາທີ

ຄວາມງຽບບໍ່ແມ່ນສິ່ງທີ່ເປັນໜ້າຢ້ານກົວ ຫຼື ອຶດອັດໃຈ. ຖ້າຫາກພວກເຮົາຮຽນຮູ້ທີ່ຈະຢູ່ກັບມັນດ້ວຍວິທີທີ່ເປັນມິດ ຄວາມງຽບກໍຈະມອບຜົນປະໂຫຍດທີ່ຫຼວງຫຼາຍໃຫ້ກັບເຮົາ.

1. ເພີ່ມສະມາທິ

ຄວາມງຽບຊ່ວຍໃຫ້ພວກເຮົາໂຟກັດໄດ້ດີຂຶ້ນ. ໂດຍປົກກະຕິຄົນເຮົາມັກຈະສູນເສຍສະມາທິເມື່ອລະດັບສຽງດັງເຖິງ 80 ເດຊິເບວ, ການຢູ່ງຽບໆ ຫຼື ຢູ່ທ່າມກາງສະພາບແວດລ້ອມທີ່ມີສຽງລົບກວນໜ້ອຍ ສາມາດຊ່ວຍເພີ່ມສະມະທິຂອງເຮົາໄດ້ດີຂຶ້ນ.

2. ເພີ່ມທະວີຄວາມຄິດສ້າງສັນ

Mihaly Csikszentmihalyi (2006) ພົບວ່າຄົນທີ່ມີຄວາມຄິດສ້າງສັນທີ່ໂດດເດັ່ນມີແນວໂນ້ມທີ່ຈະເປັນ introvert ທີ່ມັກຈະຢູ່ງຽບໆຄົນດຽວ.

3. ເພີ່ມປະສິດທິພາບການຮຽນຮູ້

ການໃຊ້ເວລາພຽງແຕ່ 2 ຊົ່ວໂມງຕໍ່ມື້ກັບຄວາມງຽບ ຊ່ວຍໃຫ້ເຊວໃນສະໝອງຜະລິດຂຶ້ນໃໝ່ ເພື່ອເຊື່ອມໂຍງກັບການຄວບຄຸມການຮຽນຮູ້, ຄວາມຈໍາ ແລະ ຄວາມຮູ້ສຶກ.

4. ສົ່ງເສີມສຸຂະພາບທາງກາຍ

ຄວາມງຽບຊ່ວຍບັນເທົາຄວາມເຄັ່ງຕຶງຂອງກ້າມຊີ້ນ, ຫຼຸດຜ່ອນຄວາມດັນເລືອດ, ເສີມສ້າງລະບົບພູມຕ້ານທານ, ສົ່ງເສີມການຄວບຄຸມຮໍໂມນ, ປັບປຸງສະພາບອາລົມ ແລະ ຊ່ວຍໃຫ້ພວກເຮົາຮູ້ສຶກສະຫງົບ

5. ເສີມສ້າງສາຍພົວພັນ

ຄວາມງຽບຊ່ວຍໃຫ້ເຮົາຟັງ, ຄິດ ແລະ ໄຕ່ຕອງສິ່ງທີ່ຄົນອື່ນເວົ້າ. ຟັງຢ່າງຕັ້ງໃຈ ຊ່ວຍສ້າງຄວາມໃກ້ຊິດ ແລະ ຄວາມເຂົ້າໃຈລະຫວ່າງເຮົາກັບອີກຄົນ.

ຄວາມງຽບແມ່ນບໍ່ເກີດຂອງຄວາມເຂັ້ມແຂງ. ຄວາມງຽບເຮັດໃຫ້ເຮົາກັບມາຢູ່ກັບຕົວເຮົາເອງ, ໄດ້ສັງເກດ ແລະ ຮູ້ເຖິງຄວາມຄິດຂອງເຮົາເອງ, ອາລົມຄວາມຮູ້ສຶກ ລວມທັງໄດ້ທົບທວນຄືນສິ່ງທີ່ຜ່ານມາໃນຊີວິດຢ່າງຮອບຄອບ.

ລອງໃຊ້ເວລາ 2-10 ນາທີໃນແຕ່ລະມື້ຢູ່ໃນຄວາມງຽບ. Refresh ຮ່າງກາຍ ແລະ ຈິດໃຈ. ເມື່ອເຮົາເຂົ້າໃຈ ແລະ ເປັນມິດກັບຄວາມງຽບ ພວກເຮົາຈະຄົ້ນພົບພະລັງທີ່ເຊື່ອງໄວ້ທີ່ຊ່ວຍໃຫ້ພວກເຮົາຮູ້ຈັກຕົນເອງດີຂຶ້ນ.

ທີ່ມາ:

facebook

psychologytoday

forge.medium

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/