ຄວັນປ່າ ຈາກແຄນາດາ ເຮັດໃຫ້ຄຸນະພາບອາກາດຂອງ ນິວຢອກ ເປັນພິດທີ່ສຸດໃນໂລກ


ວິກິດໄຟປ່າໃນແຄນາດາທີ່ສົ່ງໝອກຄວັນຂ້າມພົມແດນປົກຄຸມຫຼາຍເມືອງຂອງອາເມຣິກາ ເຮັດໃຫ້ບັນຍາກາດວານນີ້ຂອງນິວຢອກກາຍເປັນເມືອງທີ່ມີຄຸນະພາບອາກາດທີ່ເປັນພິດທີ່ສຸດໃນໂລກ ເຊິ່ງເປັນລະດັບທີ່ອັນຕະລາຍ ຕໍ່ປະຊາຊົນໃນນິວຢອກ.

ເມື່ອວັນທີ 7 ມິຖຸນາ 2023 ສຳນັກຂ່າວ CNBC ລາຍງານວ່າ ມົນລະພິດທາງອາກາດຂອງມະຫານະຄອນນິວຢອກ ຂຶ້ນເປັນອັນດັບ 1 ຂອງໂລກ ທີ່ມີອາກາດເປັນພິດທີ່ສຸດໃນໂລກ ເນື່ອງຈາກຄວັນໄຟປ່າໃນແຄນາດາຍັງລອຍປົກຄຸມພືີ້ນທີ່ ສົ່ງຜົນໃຫ້ເກີດໝອກຄວັນສີສົ້ມທົ່ວເມືອງ ຕິດຕໍ່ກັນເປັນມື້ທີ 2.

ການຈັດອັນດັບຄຸນະພາບອາກາດ ແລະ ມົນລະພິດຂອງແຕ່ລະເມືອງທົ່ວໂລກໂດຍ IQAir ບໍລິສັດເທັກໂນໂລຢີສະພາບອາກາດຂອງສະວີດເຊີແລນ ພົບວ່າເມືອງ ນິວຢອກ ຂອງ ອາເມຣິກາ ມີດັດຊະນີຄຸນະພາບອາກາດ ຫຼື AQI ເປັນອັນດັບ 1 ຂອງໂລກ ໂດຍຕົວເລກຢູ່ທີ່ 265 ເຊິ່ງເປັນລະດັບທີ່ບໍ່ປອດໄພ ຍັງມີບາງພື້ນທີ່ສູງຮອດ 301 ເຊິ່ງເປັນລະດັບທີ່ອັນຕະລາຍທີ່ສຸດ. ນອກຈາກນີ້ຍັງພົບຄ່າຝຸ່ນ PM2.5 ເຊິ່ງສູງກວ່າລະດັບທີ່ອົງການອະນາໄມໂລກແນະນຳເຖິງ 15 ເທົ່າ.

ສະພາບອາກາດທີ່ບໍ່ດີມີຜົນກະທົບເປັນວົງກວ້າງ ບໍລິສັດທຸກແຫ່ງຕ້ອງຢຸດການເຮັດວຽກ ບາງສ່ວນຍັງຕ້ອງເຮັດວຽກຢູ່ເຮືອນ, ໂຮງຮຽນ ແລະ ກິດຈະກຳຕ່າງໆຫຼາຍແຫ່ງຕ້ອງຢຸດເພື່ອຂອງຄວາມປອດໄພ ໂດຍການສັນຈອນບໍ່ວ່າເປັນທາງບົກ ຫຼື ທາງອາກາດ ກໍ່້ເກີດຄວາມຫຼ້າຊ້າຈາກໝອກຄວັນ.

ທ່ານນາງ Kathy Hochul ຜູ້ວ່າການລັດນິວຢອກໄດ້ກ່າວວ່າ ຄຸນະພາບອາກາດທີ່ບໍ່ດີຖືວ່າເປັນວິກິດສຸກເສີນ ແລະ ເຕືອນວ່າສະພາບອາກາດຈະເປັນແບບນີ້ໄປອີກ 2-3 ມື້ ພ້ອມແນະນຳວ່າ ຫາກສາມາດຢູ່ເຮືອນໄດ້ກໍຄວນຢູ່ເຮືອນ ເລື່ອງນີ້ເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ.

ທາງເຈົ້າໜ້າເອງກໍໄດ້ແນະນຳໃຫ້ປະຊາຊົນງົດກິດຈະກຳກາງແຈ້ງ ແລະ ເຕືອນໃຫ້ເດັກນ້ອຍ, ຜູ້ສູງອາຍຸ, ຜຸ້ທີ່ມີປັນຫາກ່ຽວກັບລະບົບຫາຍໃຈ ທີ່ຈະມີຄວາມສ່ຽງສູງທີ່ຈະເຈັບປ່ວຍຈາກສະພາບອາກາດເປັນພິເສດ. ທັງນີ້ທາງ ສຳນັກງານ ອະນຸລັກສິ່ງແວດລ້ອມກໍໄດ້ອອກຄຳແນະນຳໃຫ້ປະຊາຊົນ ໂດຍຄາດການວ່າຈະຍັງຄົງໃຫ້ປະຕິບັດຕາມຄຳແນະນຳດັ່ງກ່າວອີກ 2-3 ມື້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/