ເຂດເສດຖະກິດພິເສດ ຂອງ ສປປ ລາວ ດຶງດູດເອົານັກລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໄດ້ແລ້ວ 1.643 ບໍລິສັດ (ພາຍໃນ 218 ບໍລິສັດ, ຕ່າງປະເທດ 1.350 ບໍລິສັດ, ພາຍໃນຮ່ວມກັບຕ່າງປະເທດ 75 ບໍລິສັດ) ມີທຶນຈົດທະບຽນປະມານ 20 ຕື້ກວ່າໂດລາ ແລະ ແຜນການລົງທຶນ 66 ຕື້ກວ່າໂດລາ.

         ອີງຕາມການລາຍງານຂອງ ໜັງສືພີມ ປະຊາຊົນ, ໂຕເລກດັ່ງກ່າວ ຖືກລາຍງານໂດຍ ທ່ານ ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃນໂອກາດ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຫຂສພ).

         ສໍາລັບການພັດທະນາເຂດເສດຖະກິດພິເສດ ຢູ່ ສປປ ລາວ ໄດ້ເລີ່ມຕົ້ນນັບແຕ່ປີ 2003 ເປັນຕົ້ນມາ ແລະ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ຊຶ່ງມາເຖິງປັດຈຸບັນທົ່ວປະເທດໄດ້ມີ ຂສພ ທັງໝົດ 21 ເຂດ, ຕັ້ງຢູ່ໃນ 7 ແຂວງໄດ້ມີເນື້ອທີ່ຕາມສັນຍາພັດທະນາຈໍານວນ 33.088 ເຮັກຕາ ແຕ່ປັດຈຸບັນເນື້ອທີ່ພັດທະນາຕົວຈິງມີພຽງແຕ່ 15 ພັນກວ່າເຮັກຕາ, ສ່ວນທີ່ເຫຼືອຍັງຢູ່ໃນຂັ້ນຕອນສືບຕໍ່ການຊົດເຊີຍ.

         ທ່ານ ສອນປະເສີດ ລາຍງານວ່າ: ໃນຈຳນວນ 1.643 ບໍລິສັດ ທີ່ເຂົ້າມາລົງທຶນໃນເຂດພິເສດນັ້ນ ແມ່ນແບ່ງເປັນ ຈາກພາຍໃນ 218 ບໍລິສັດ, ຕ່າງປະເທດ 1.350 ບໍລິສັດ, ພາຍໃນຮ່ວມກັບຕ່າງປະເທດ 75 ບໍລິສັດ, ສ່ວນໃຫຍ່ເປັນບໍລິສັດທີ່ມາຈາກ ສປ ຈີນ, ຍີ່ປຸ່ນ, ແດນມາກ, ຝຣັ່ງ, ໄທ ແລະ ອື່ນໆ.

         ນອກຈາກນັ້ນຍັງມີຫົວໜ່ວຍທຸລະກິດຂະໜາດຫນ້ອຍ-ກາງ ເຂົ້າມາລົງທຶນໃນຂະແໜງການຄ້າ, ການບໍລິການເຖິງ 3.000 ກວ່າຫ້າງຮ້ານ; ສາມາດປະຕິບັດພັນທະເຂົ້າງົບປະມານໄດ້ທັງໝົດ 1.300 ລ້ານກວ່າກີບ.

ເຂດເສດຖະກິດ ພິເສດ ສາມາດຜະລິດເພື່ອສົ່ງອອກແລ້ວເປັນມູນຄ່າຫຼາຍກວ່າ 3.35 ຕື້ກວ່າໂດລາ ຊຶ່ງການສົົ່ງອອກສ່ວນໃຫຍ່ເປັນຊິ້ນສ່ວນເອເລັກໂຕຣນິກ, ເລນແວ່ນຕາ, ກ້ອງຖ່າຍຮູບນິຄອນ, ຜະລິດຕະພັນເຄື່ອງນຸ່ງຫົົ່ມ, ວິກຜົມ, ເຄື່ອງຫຼິ້ນເດັກນ້ອຍ ແລະ ອື່ນໆ ໂດຍສະເລ່ຍການສົົ່ງອອກ ປະມານ 400-500 ລ້ານໂດລາຕໍ່ປີ ແລະ ຈະມີທ່ອຽງເພີ່ມຂຶ້ນໄປເລື້ອຍໆ.

ປັດຈຸບັນ ຂສພ ສາມາດ ສ້າງວຽກເຮັດງານທໍາໄດ້ທັງໝົດ 84.540 ຄົນ (ລາວ 38.544 ຄົນ ແລະ ຕ່າງປະເທດ 45.996 ຄົນ) ນອກຈາກນີ້ ຂສພ ຍັງໄດ້ສ້າງຜົນປະໂຫຍດທາງອ້ອມ ໃຫ້ແກ່ປະຊາຊົນເຂດອ້ອມຂ້າງໂຄງການ ໂດຍສະເພາະແມ່ນພື້ນຖານໂຄງລ່າງ ທີ່ຜູ້ພັດທະນາເຂດກໍ່ສ້າງເຊັ່ນ: ເສັ້ນທາງພາຍໃນ ແລະ ເຊື່ອມຕໍ່ເຂົ້າຫາເຂດ, ລະບົບໄຟຟ້າ ແລະ ນໍ້າປະປາ.

ໃນໂອກາດດັ່ງກ່າວ, ທ່ານ ເພັດ ພົມພິພັກ ກໍໄດ້ມີບາງຄໍາເຫັນເພື່ອເປັນທິດເຍືອງທາງໃຫ້ແກ່ການຈັດຕັ້ງປະຕິບັດ, ໂດຍ ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນກ່າວວ່າ: ເພື່ອຮອງຮັບໃຫ້ແກ່ການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຕໍ່ໜ້າ ແມ່ນພວກເຮົາຈໍາເປັນຕ້ອງໄດ້ສືບຕໍ່ປັບປຸງຕື່ມບາງຈຸດເປັນຕົ້ນແມ່ນດ້ານບຸກຄະລາກອນ, ກົງຈັກການຈັດຕັ້ງ, ການກວດກາປະເມີນຄືນບັນດາສັນຍາຂອງແຕ່ລະເຂດເພື່ອເຮັດແນວໃດໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ່ການພັດທະນາ, ກໍຄືການສ້າງ ຂສພ ໃຫ້ກາຍເປັນຖານເກັບລາຍຮັບທີ່ໝັ້ນຄົງໃຫ້ແກ່ລັດຖະບານ ກໍຄືສ້າງວຽກເຮັດງານທໍາ-ການຖ່າຍທອດເຕັກນິກວິຊາການມາສູງ ສປປ ລາວ ໃຫ້ນັບມື້ຫຼາກຫຼາຍ ແລະ ມີຄຸນນະພາບ ລວມເຖິງການສ້າງໂຄງການມີສ່ວນຮ່ວມລະຫວ່າງເຂດເສດຖະກິດພິເສດ ແລະ ຊຸມຊົມອ້ອມຂ້າງ.

ພ້ອມກັນນີ້ກໍຈະຕ້ອງໄດ້ເອົາໃຈໃສ່ຕໍ່ກັບການແກ້ໄຂບັນຫາການຊົດເຊີຍທີ່ດິນ, ບົດປະເມີນສິ່ງແວດລ້ອມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ທີ່ມາ:

https://www.facebook.com/PasaxonNewspaper/posts/pfbid02rceuNbyjkhwoKs7gGKt1vNY5cvuxpC8atLKuy7vMrGNeWPcUgCEWKsFYTnaFKyQSl