ກ້າວໜ້າສູ່ຄວາມເທົ່າທຽມເຕັມຮູບແບບ! ໄຕ້ຫວັນ ຜ່ານຮ່າງກົດໝາຍໃຫ້ຄູ່ຮັກ LGBTQ+ ສາມາດຮັບລ້ຽງລູກບຸນທຳຮ່ວມກັນໄດ້!


ອີງຕາມການລາຍງານຂ່າວຂອງ CNN ໄດ້ໃຫ້ຮູ້ວ່າ ວັນທີ 16 ພຶດສະພາ 2023 ລັດຖະສະພາໄຕ້ຫວັນ ໄດ້ຜ່ານຮ່າງກົດໝາຍອະນຸຍາດໃຫ້ຄູ່ແຕ່ງງານທີ່ເປັນເພດດຽວກັນ ສາມາດຮັບລ້ຽງລູກບຸນທຳຮ່ວມກັນໄດ້ແລ້ວ ແລະ ຍັງຖືວ່າເປັນການກຳຈັດອຸປະສັກຂັ້ນສຸດທ້າຍຂອງການບັນລຸຄວາມເທົ່າທຽມກັນຂອງການສ້າງຄອບຄົວລະຫວ່າງຄູ່ຮັກທີ່ເປັນ LGBTQ+ ຢ່າງສົມບູນແບບ.

ກ່ອນໜ້ານີ້ ກົດໝາຍໄຕ້ຫວັນໄດ້ອະນຸຍາດໃຫ້ປະຊາກອນໄຕ້ຫວັນທຸກຄົນສາມາດລ້ຽງລູກບຸນທຳໄດ້ໂດຍທີ່ບໍ່ມີເລື່ອງຂອງເພດສະພາບມາກ່ຽວຂ້ອງ ແຕ່ກົດໝາຍກໍອະນຸຍາດໃຫ້ພຽງແຕ່ສະເພາະຄູ່ຮັກຕ່າງເພດ ແລະ ຄົນໂສດເທົ່ານັ້ນ ທີ່ມີສິດເປັນຜູ້ປົກຄອງໃນການຮັບລ້ຽງເດັກນ້ອຍທີ່ບໍ່ມີຄວາມກ່ຽວຂ້ອງທາງສາຍເລືອດໄດ້. ຖ້າເປັນຄູ່ຮັກທີ່ເປັນເພດດຽວກັນ ແມ່ນບໍ່ສາມາດຮັບລ້ຽງລູກບຸນທຳຮ່ວມກັນໄດ້ ຍົກເວັ້ນແຕ່ໃນກໍລະນີເດັກນ້ອຍຈະມີສາຍເລືອດດຽວກັນກັບຝ່າຍໃດຝ່າຍໜຶ່ງ, ຂໍ້ຈຳກັດດັ່ງກ່າວນີ້ ຈຶ່ງເຮັດໃຫ້ພວກເຂົາບໍ່ສາມາດເປັນພໍໍ່ແມ່ໄດ້ເຕັມຮູບແບບຕາມໜ້າກົດໝາຍ. 

ການປ່ຽນແປງທາງກົດໝາຍໃນຄັ້ງນີ້ ເກີດຂຶ້ນທ່າມກາງຄວາມຕື່ນຕົວຂອງຫຼາຍພາກສ່ວນຢູ່ໄຕ້ຫວັນທີ່ຕ້ອງການໃຫ້ບັນລຸຈຸດປະສົງຄວາມເທົ່າທຽມກັນໃນການສ້າງຄອບຄົວຢ່າງສົມບູນແບບ ເຖິງແມ່ນວ່າກ່ອນໜ້ານີ້ ການແຕ່ງງານຂອງເພດດຽວກັນ ຈະຖືກອະນຸຍາດໃຫ້ຖືກຕ້ອງຕາມກົດໝາຍມາໄດ້ 4 ປີແລ້ວກໍຕາມ. 

ແຫຼ່ງຂໍ້ມູນອ້າງອີງ:

https://cnn.it/3ObGC2T

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/