ກຽມພ້ອມ! ຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກເຫຼັກຈາກແຂວງຫົວພັນ ແລະ ຊຽງຂວາງ


ວັນທີ 28 ຕຸລາ 2021 ທີ່ຜ່ານມາ, ທີ່ຫ້ອງການກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ຢູ່ເຂດບ້ານຖ້ຳລາ, ບ້ານພັນລໍ ເມືອງຮ້ຽມ, ແຂວງຫົວພັນ ແລະ ເມືອງຄຳ, ແຂວງຊຽງຂວາງ ໃນເນື້ອທີ່ 12,56 ກມ2, ອາຍຸສັນຍາ 14 ປີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດຜູ້ດຽວ.

ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າໃຫ້ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ແມ່ນ ທ່ານ ນິສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ໂດຍມີທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານບໍ່ແຮ່; ທ່ານ  ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ; ຫົວຫນ້າຫ້ອງການ-ຫົວຫນ້າກົມກະຊວງກ່ຽວຂ້ອງ; ຫົວໜ້າພະແນກແຜນການ ແລະ ການລົງທຶນ ຈາກແຂວງຫົວພັນ ແລະ ແຂວງຊຽງຂວາງ ຕະຫຼອດທັງພະນັກງານ ກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ ແລະ ແຂກຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີເຊັນສັນຍາ ປະທານ ພ້ອມດ້ວຍຄະນະ ແລະ ພະນັກງານຂອງ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ຍັງໄດ້ມອບພັນທະລ່ວງຫນ້າໃຫ້ລັດຖະບານກ່ອນຈຳນວນ 2 ລ້ານໂດລາສະຫະລັດ ແລະ ສ້ອມແປງທາງຊ່ວຍລັດຖະບານ ແຕ່ຈຸດຂຸດຄົ້ນແຮ່ເຫຼັກ ຫາ ເທສະບານເມືອງຮ້ຽມ, ເຊິ່ງມີໄລຍະທາງຍາວ 32 ກິໂລແມັດ ແລະ ເປັນການພັດທະນາເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວເວົ້າລວມ, ເວົ້າສະເພາະແມ່ນການຂະຫຍາຍຕົວເສດຖະກິດຂອງແຂວງຫົວພັນ ແລະ ຊຽງຂວາງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/