ກົດໝາຍໄທ ອະນຸຍາດໃຫ້ປູກກັນຊາເຮືອນລະ 6 ຕົ້ນ ຫ້າມນຳເອົາໄປເສບ ແຕ່ນຳມາປຸງແຕ່ງອາຫານໄດ້ເຊັ່ນ ຕົ້ມເປັດ-ຕົ້ມໄກ່


ຕົ້ນກັນຊາ ທີ່ທຸກຄົນກໍຮັບຮູ້ດີວ່າສັບພະຄຸນຂອງມັນຖືວ່າຫຼາກຫຼາຍພໍສົມຄວນ ສາມາດນຳເອົາໄປປຸງແຕ່ງເປັນຍາປິ່ນປົວພະຍາດ ຫຼື ນຳມາປະກອບເປັນເຄື່ອງປຸງແຕ່ງອາຫານ ໃຫ້ມີລົດກັນຊາດດີຂຶ້ນກວ່າເກົ່າ. ຖ້າເຮົານຳໃຊ້ໃນທາງທີ່ຖືກຕ້ອງ ມັນກໍຈະນຳຜົນປະໂຫຍດມາແກ່ເຮົາ ແລະ ຖ້າຫາກນຳໃຊ້ໃນທາງທີ່ຜິດອາດນຳໄປສູ່ຄວາມເສຍຫາຍຂອງເຮົາກໍເປັນໄປໄດ້.

ປະເທດໄທ ກໍເປັນປະເທດໜຶ່ງທີ່ມີກົດໝາຍບໍ່ອະນຸຍາດໃຫ້ປູກຕົ້ນກັນຊາ ຫຼື ຫ້າມບໍ່ໃຫ້ໃຊ້ໃນທາງທີ່ຜິດເປັນຕົ້ນແມ່ນ: ການເສບ ຫຼື ສູບ ເພາະມັນຈະສົ່ງຜົນເສຍໃຫ້ແກ່ບຸກຄົນນັ້ນ ແຕ່ວ່າກັນຊາກໍຍັງມີປະໂຫຍດເຊັ່ນກັນ. ເມື່ອເປັນດັ່ງນັ້ນ ລັດຖະບານໄທຈຶ່ງອະນຸຍາດໃຫ້ສະເພາະເຮືອນໜຶ່ງ ຫຼື ຄອບຄົວໜຶ່ງ ປູກຕົ້ນກັນຊາໄດ້ພຽງແຕ່ 6 ຕົ້ນ, ຖ້າຫາກປູກເກີນກຳນົດອາດຈະມີການປັບໃໝ ແລະ ຕ້ອງປູກພຽງຜົນປະໂຫຍດໃນດ້ານບວກເທົ່ານັ້ນເຊັ່ນ: ປູກເພື່ອນຳເອົາມາເປັນຢາຮັກສາຜູ້ເຈັບໄຂ້. ເພາະທາງແພດເຂົາຈະເອົາກັນຊາມັນແປເປັນຮູບແບບອື່ນໆ ຕົວຢ່າງ: ເອົາໃບ, ເອົາກ້ານ, ເອົາລຳຕົ້ນ, ເອົາຮາກຂອງກັນຊາ ມາເປັນຜະລິດຕະພັນ ມາປຸງແຕ່ງອາຫານ ເຊິ່ງສ້າງລາຍຮັບເປັນຈຳນວນຫຼາຍໃຫ້ແກ່ປະຊາຊົນ.

ນອກຈາກນີ້ ຍັງສາມາດນຳເອົາສ່ວນຕ່າງໆຂອງຕົ້ນມາແປຮູບເປັນເຄື່ອງສຳອາງກໍໄດ້ ແລະ ແປຮູບເປັນສິນຄ້າອື່ນໆ ແລະ ບາງເຂດທີ່ຢູ່ໃນແຕ່ລະທ້ອງຖິ່ນ ບາງຄອບຄົວຈະນຳເອົາໃບກັນຊານັ້ນມາປະກອບໃສ່ອາຫານ ຫຼັກໆແມ່ນເອົາມາໃສ່ຕົ້ມໄກ່, ຕົ້ມເປັດ ເພື່ອເພີ່ມລົດຊາດໃຫ້ມີຄວາມແຊບນົວ ມີກິ່ນຫອມທີ່ສົດຊື່ນ.

ຖືໄດ້ວ່າ ກະຕຸ້ນເສດຖະກິດໄດ້ດີພໍສົມຄວນ ທີ່ໄດ້ມີນະໂຍບາຍພັດທະນາສ້າງຕົ້ນກັນຊາ ບໍ່ໃຫ້ຜູ້ບໍລິໂພກ ອຸປະໂພກນຳໃຊ້ໄປທາງທີ່ຜິດກົດໝາຍ.

ຂອບໃຈຂໍ້ມູນຈາກ:

สธ.ปลดล็อก ปลูกกัญชาถูกกฎหมาย ได้บ้านละ 6 ต้น ห้ามใช้เสพ (amarintv.com)