ກີບດຽວກໍບໍ່ຢາກເປັນໜີ້! “Debt Phobia” ອາການຂອງຄົນ ທີ່ຢ້ານມີໜີ້ສິນຈົນຮູ້ສຶກກົດດັນ ແລະ ປ່ວຍເປັນຊຶມເສົ້າໄດ້


ຄຳວ່າ “ໜີ້” ແນ່ນອນວ່າມັນຍ່ອມມີ 2 ດ້ານສະເໝີ, ຖ້າຫາກເປັນໜີ້ເພື່ອນໍາມາຕໍ່ຍອດທຸລະກິດ ຫຼື ລົງທຶນເພື່ອໃຫ້ເກີດຜົນປະໂຫຍດໃນອະນາຄົດນັ້ນໄດ້ກໍຖືວ່າເປັນເລື່ອງທີ່ດີ, ແຕ່ຖ້າຫາກກູ້ຢືມມາເພື່ອໃຊ້ຈ່າຍຕາມຄວາມຕ້ອງການຂອງຕົນເອງ ກິນຫຼິ້ນຟຸມເຟືອຍໄປວັນໆມັນກໍອາດຈະສົ່ງຜົນກະທົບຕໍ່ລະບົບການເງິນຂອງເຮົາໄດ້ ເຊິ່ງຖືວ່າເປັນເລື່ອງທີ່ບໍ່ຄ່ອຍດີເທົ່າໃດ .

ເນື່ອງຈາກໃນປັດຈຸບັນ, ບໍ່ວ່າເຮົາຈະຊື້ຂອງເລັກໆນ້ອຍໆ ເຊັ່ນ ໂທລະສັບມືຖື ຫຼື ແມ່ນວ່າສິ່ງຂອງທີ່ມີຂະໜາດໃຫຍ່ເຊັ່ນ ລົດ ຫຼື ເຮືອນ… ການ​ຜ່ອນຈ່າຍ​ເງິນ​ງວດໆໄດ້​ກາຍ​ເປັນ​ການ​ປະຕິບັດ​ທົ່ວ​ໄປ​ໃນ​ສັງຄົມຍຸກ​ປັດຈຸບັນ​ທີ່​ສະພາບ​ເສດຖະກິດ​ໂລກ​ຖົດຖອຍ ຈົນ​ວ່າເຮັດໃຫ້​ພວກ​ເຮົາ​ບໍ່​ສາ​ມາດ​ເກັບ​ເງິນ​ເປັນ​ກ້ອນ​ເພື່ອ​ຊື້​ສິ່ງ​ຂອງ​ເຫຼົ່າ​ນັ້ນໄດ້ຕາມ​​ປົກ​ກະ​ຕິ​.

ການລົງທຶນກໍເຊັ່ນກັນ ສຳລັບບາງຄົນບໍ່ໄດ້ມີເງິນກ້ອນທີ່ຈະນຳມາສ້າງທຸລະກິດໄດ້ເລີຍ ຫຼື ຢາກທີ່ຈະຕ້ອງການຕໍ່ຍອດທຸລະກິດທີ່ມີຢູ່ຂອງຕົນເອງ ແຕ່ຕ້ອງໃຊ້ເງິນຈຳນວນຫຼາຍ. ການເປັນໜີ້ໃນສ່ວນນີ້ຈຶ່ງເໝາະສຳລັບການລົງທຶນທີ່ມີການວາງແຜນວ່າຈະເຫັນຜົນກຳໄລ.

ເເຕ່ກັບບາງຄົນ, ພຽງແຕ່ໄດ້ຍິນຄຳວ່າ “ໜີ້” ກໍກັບມີອາການທີ່ຢ້ານ ແລະ ມີອາການວິຕົກກັງວົນຈົນສົ່ງຜົນຕໍ່ການໃຊ້ຊີວິດ, ບໍ່ຢາກທີ່ຈະກູ້ຢືມ ຫຼື ພຽງແຕ່ກີບດຽວກໍ່ບໍ່ຢາກເປັນໜີ້ ເພາະພວກເຂົາເຫຼົ່ານັ້ນເບິ່ງວ່າ ການເປັນໜີ້ແມ່ນສິ່ງທີ່ຮ້າຍແຮງທີ່ສຸດ ແລະ ສົ່ງຜົນກະທົບຕໍ່ການໃຊ້ຊີວິດຂອງພວກເຂົາຫຼາຍ. ໂດຍສຳຫຼັບກຸ່ມຄົນທີ່ມີອາການເຫຼົ່ານີ້ພວກເຮົາຈະເອີ້ນວ່າ “ຄວາມຢ້ານໃນການມີໜີ້” ຫຼື “Debt phobia”

“Debt phobia” ອາການຢ້ານກົວທີ່ຈະເປັນໜີ້ສິນ

Debt phobia ແມ່ນພາວະທາງຈິດໃຈທີ່ສົ່ງຜົນກະທົບຕໍ່ຄວາມຄິດ, ຄວາມຮູ້ສຶກ ແລະ ພຶດຕິກໍາຂອງບຸກຄົນຕໍ່ເລື່ອງໜີ້ສິນ. ຄົນທີ່ຢູ່ໃນພາວະນີ້ຈະມີອາການຢ້ານກົວ ແລະ ວິຕົກກັງວົນຫຼາຍກ່ຽວກັບການເປັນໜີ້ສິນ, ເຖິງແມ່ນວ່າຈະເປັນໜີ້ຈໍານວນນ້ອຍໆກໍຕາມ.

ສຳລັບຄົນທີ່ມີອາການ Debt phobia ຈະມີຄວາມຮູ້ສຶກທີ່ຢ້ານວ່າຈະບໍ່ມີເງິນໃຊ້ໃນອະນາຄົດ, ຢ້ານວ່າມັນຈະສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍ. ດັ່ງນັ້ນ, ຈຶ່ງໄດ້ສ້າງກົນໄກເພື່ອປົກປ້ອງຕົນເອງ ໂດຍການປະຕິເສດທີ່ຈະສ້າງໜີ້ສິນ ແລ້ວເລືອກທີ່ຈະຢູ່ຫ່າງໆ. ແຕ່​ບາງ​ຄົນ​ກໍ​ເປັນໜັກຈົນເຖິງຂັ້ນເບິ່ງ​​ວ່າ “ໜີ້​ສິນ” ເປັນ​ເລື່ອງ​ຮ້າຍແຮງທີ່ສຸດ ແລະ ເລືອກທີ່​​ປະຕິເສດມັນ ແມ່ນວ່າເຂົ້າໃກ້​ໜ້ອຍ​ໜຶ່ງກໍບໍ່ໄດ້.

ໂດຍ Debt phobia ມັກຈະເກີດຂຶ້ນກັບຄົນໃນໄວເຮັດວຽກທີ່ໄດ້ຮັບການປູກຝັງວ່າ ຈະຕ້ອງໃຊ້ເງິນຢ່າງປະຢັດ ຫຼື ອາດຈະປະສົບກັບຄວາມລົ້ມເຫຼວທາງດ້ານການເງິນມາກ່ອນ ຈົນເຮັດໃຫ້ຕ້ອງໃຊ້ຊີວິດແບບຍາກລຳບາກ.

ອາການຂອງ Debt phobia

  • ພະຍາຍາມທີ່ຈະຊໍາລະໜີ້ສິນຂອງຕົນເອງທັງໝົດໃຫ້ໄວທີ່ສຸດ. ເຖິງແມ່ນວ່າມັນສົ່ງຜົນກະທົບຕໍ່ຊີວິດປະຈໍາວັນກໍຕາມ
  • ຮູ້ສຶກອັບອາຍ ຫຼື ຮູ້ສຶກຜິດເມື່ອມີໜີ້ສິນ
  • ຢ້ານການຖືກທວງໜີ້
  • ມີຄວາມຄິດວ່າການເປັນໜີ້ແມ່ນສິ່ງທີ່ບໍ່ດີ
  • ຫຼີກເວັ້ນສະຖານະການທີ່ອາດຈະນໍາໄປສູ່ການເປັນໜີ້ສິນເຊັ່ນ: ການນໍາໃຊ້ບັດເຄຣດິດ ຫຼື ການຮ້ອງຂໍເງິນກູ້
  • ໃນບາງກໍລະນີ, ອາດຈະມີອາການທາງຮ່າງກາຍເຊັ່ນ: ເຫື່ອອອກ, ສັ່ນ, ຫຼືປວດຮາກ.

ສາເຫດຂອງ Debt phobia

  • ການລ້ຽງດູ: ຄົນທີ່ເຕີບໃຫຍ່ມາໃນຄອບຄົວທີ່ມີບັນຫາໜີ້ສິນ ຫຼື ຖືກປູກຝັງດ້ວຍຄວາມຢ້ານກົວໃນການໃຊ້ເງິນ
  • ປະສົບການສ່ວນຕົວ: ເຄີຍມີປະສົບການທີ່ບໍ່ດີກັບໜີ້ສິນມາກ່ອນເຊັ່ນ: ການລົ້ມລະລາຍ ຫຼື ການຖືກຢຶດຊັບ…
  • ຄວາມຜິດປົກກະຕິທາງຈິດ: ມີພາວະວິຕົກຄກັງວົນ ຫຼື ອາການຊຶມເສົ້າ

ຜົນກະທົບຂອງ Debt phobia

  • ດ້ານຄວາມສໍາພັນ: ອາດຈະສົ່ງຜົນກະທົບຕໍ່ຄວາມສໍາພັນໃນຄອບຄົວ ແລະ ໝູ່ເພື່ອນ ເນື່ອງຈາກມີຄວາມຄຽດ ແລະ ວິຕົກກັງວົນຫຼາຍເກີນໄປ
  • ດ້ານການເງິນ: ອາດເຮັດໃຫ້ເກີດບັນຫາໃນການຈັດການທາງດ້ານການເງິນ
  • ດ້ານວຽກເຮັດງານທຳ: ອາດຈະສົ່ງຜົນກະທົບຕໍ່ປະສິດທີ່ພາບໃນການເຮັດວຽກ
  • ສຸຂະພາບຈິດ: ອາດຈະເຮັດໃຫ້ເກີດການຊຶມເສົ້າ, ສູນເສຍຄວາມໝັ້ນໃຈ, ຄິດສັ້ນ ເນື່ອງຈາກກັງວົນ ຫຼື ຄວາມກົດດັນທີ່ຫຼາຍເກິນໄປ.
  • ດ້ານຮ່າງກາຍ: ຄວາມຄຽດເຮັດໃຫ້ ຄວາມດັນໃນເລືອດເພີ່ມຂຶ້ນ, ປວດຫົວ, ລະບົບຍ່ອຍອາຫານ, ໃຈສັ່ນ, ເຮັດໃຫ້ລະບົບພູມຕ້ານທານອ່ອນແອ…

ວິທີການຮັບມືກັບ Debt phobia

  • ຄ່ອຍໆປະເຊີນກັບຄວາມຢ້ານກົວເທື່ອລະໜ້ອຍ.
  • ກໍານົດເປົ້າໝາຍທາງດ້ານການເງິນທີ່ຊັດເຈນ ແລະ ສາມາດວັດຜົນໄດ້.
  • ວາງແຜນການໃຊ້ຈ່າຍ ແລະ ຕິດຕາມລາຍຮັບ ແລະ ລາຍຈ່າຍຂອງຕົນເອງ.
  • ຂໍຄວາມຊ່ວຍເຫຼືອ ຫຼື ຄຳປຶກສາຈາກຄອບຄົວ, ໝູ່ເພື່ອນ ຫຼື ຜູ້ຊ່ຽວຊານ.

ສະຫຼຸບແລ້ວ ການເປັນໜີ້ບໍ່ໄດ້ເປັນສິ່ງທີ່ໜ້າຢ້ານກົວສະເໝີໄປ ພຽງແຕ່ເຮົາຮູ້ຈັກນຳໃຊ້ມັນໃຫ້ເກີດປະໂຫຍດ ດ້ວຍການວາງແຜນທາງການເງິນ ແລະ ກົນລະຍຸດໃນການທີ່ຈະນຳໄປໃຊ້ໃນສ່ວນນັ້ນໆຢ່າງຮອບຄອບ, ປະເມີນຕົນເອງວ່າສາມາດຊຳລະໜີ້ຄືນໄດ້ຫຼາຍໜ້ອຍເທົ່າໃດ? ບໍລິຫານການເງິນຂອງຕົນເອງໃຫ້ດີ ແລະ ມີວິໄນຢູ່ສະເໝີ.

ທີ່ມາ:

facebook

workpointtoday

ncbi.nlm.nih.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/