ການເງິນທີ່ໄຮ້ສະຖຽນລະພາບ ສົ່ງຜົນຕໍ່ການດຶງດູດການລົງທຶນເຂົ້າປະເທດຫຼຸດລົງ


ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ໃນເລື່ອງຂອງການຮັກສາສະຖຽນລະພາບທາງດ້ານການເງິນ ສ້າງຄວາມໝັ້ນໃຈໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອດຶງດູດການລົງທຶນ ໃຫ້ຫຼາຍຂຶ້ນ.

ຄຳເຫັນດັ່ງກ່າວ ມີຂຶ້ນໂດຍທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ປະກອບຄຳເຫັນຕໍ່ບົດຊີ້ແຈງຂອງກະຊວງແຜນການ ແລະ ການລົງທຶນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ອີງຕາມການລາຍງານຂອງ ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນໄລຍະ 3 ເດືອນຕົ້ນປີ 2024 ສປປ ລາວ ມີການລົງທຶນທັງໝົດ ປະມານ 17,469.36 ຕື້ກີບ ເທົ່າກັບ 30.8% ຂອງແຜນການປີ.

ໂອກາດດັ່ງກ່າວ ທ່ານ ນາງ ວາລີ ໄດ້ມີຄຳເຫັນກ່ຽວກັບການປັບປຸງບັນດານິຕິກຳ ກ່ຽວກັບການສົ່ງເສີມການລົງທຶນ ໂດຍກ່າວວ່າ: “ໃນໄລຍະທີ່ຜ່ານມາ ເຫັນວ່າ ການລົງທຶນພາກເອກະຊົນ ທັງພາຍໃນ ແລະ ພາຍນອກ ມີທ່າອ່ຽງທີ່ຫຼຸດລົງເລື້ອຍໆ, ເຊິ່ງສາເຫດຫຼັກແມ່ນນັກລົງທຶນບໍ່ມີຄວາມເຊື່ອໝັ້ນໃນສະຖຽນລະພາບທາງດ້ານການເງິນຂອງປະເທດເຮົາ”

ການລົງທຶນຈາກພາກ ເອກະຊົນພາຍໃນ ແລະ ຕ່າງປະເທດ ໃນ 3 ເດືອນ ທີ່ໄດ້ອະນຸມັດການລົງທຶນຂອງພາກເອກະຊົນທັງໝົດ ຈຳນວນ 6,007 ກິດຈະການ (ໂຄງການ) ມີມູນຄ່າ 11,029.50 ລ້ານໂດລາສະຫະລັດ, ທຶນນຳເຂົ້າຕົວຈິງ ປະຕິບັດໄດ້ 666 ລ້ານໂດລາສະຫະລັດ ເທົ່າກັບ 14,319 ຕື້ກີບ ຫຼື ເທົ່າກັບ 44.15% ຂອງແຜນການ.

ທ່ານ ນາງ ວາລີ ກ່າວຕໍ່: “ເຖິງແມ່ນວ່າ ກົດໝາຍສົ່ງເສີມການລົງທຶນຂອງເຮົາຈະໃຫ້ສິດທິພິເສດທາງດ້ານພາສີ ໃຫ້ອາຍຸສຳປະທານຫຼາຍເທົ່າໃດ ແຕ່ຖ້າການເງິນເຮົາບໍ່ມີສະຖຽນລະພາບ ນັກລົງທຶນ ກໍບໍ່ເຂົ້າມາລົງທຶນໃນປະເທດເຮົາຄືເກົ່າ ດັ່ງນັ້ນຈຶ່ງຢາກສະເໜີໃຫ້ບັນດາກະຊວງຕ່າງໆ ຂອງລັດຖະບານເຮັດວຽກຮ່ວມກັນ ແກ້ໄຂບັນຫາດັ່ງກ່າວ ເພື່ອດຶງດູດການລົງທຶນໃຫ້ໄດ້ຫຼາຍຂຶ້ນ”.

ຕາມຄຳຊີ້ແຈງຂອງທ່ານ ເພັດ ພົມພິພັກ, ກະຊວງແຜນການ ແລະ ການລົງທຶນ ໄດ້ມີຄວາມພະຍາຍາມໃນການປັບປຸງ ສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ເຊັ່ນ: ໄດ້ປັບປຸງສະພາບແວດລ້ອມເພື່ອເອື້ອອໍານວຍ ແລະ ດຶງດູດການລົງທຶນທີ່ມີຄຸນະພາບ ແລະ ມີຄວາມຮັບຜິດຊອບ ໃຫ້ຫຼາຍຂຶ້ນ, ໄດ້ສືບຕໍ່ກວດກາ ແລະ ປະເມີນຄືນ ບັນດາ ໂຄງການທີ່ໄດ້ຮັບຮອງແລ້ວ ເພື່ອໃຫ້ມີການພັດທະນາ ແລະ ຫຼີກເວັ້ນການຈັບຈອງໂຄງການ; ຄົ້ນຄວ້າປັບປຸງຂໍ້ຕົກລົງຂອງຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ (ຄລທສ) ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຂຶ້ນກັບທ້ອງຖິ່ນ ໃນການພິຈາລະນາອະນຸມັດການ ສຶກສາສໍາຫຼວດເນື້ອທີ່ດິນ ເພື່ອລົງທຶນສໍາປະທານການຜະລິດກະສິກຳ-ປ່າໄມ້ ແລະ ການບໍລິ ການ; ປັບປຸງບັນຊີກິດຈະກໍາສໍາປະທານ ແລະ ກິດຈະກໍາຄວບຄຸມ ເພື່ອເຮັດໃຫ້ກົນໄກພິຈາລະນາ ອະນຸມັດການລົງທຶນມີຄວາມສະດວກ ແລະ ວ່ອງໄວຂຶ້ນ; ຄົ້ນຄວ້າປັບປຸງກົດໝາຍສົ່ງເສີມການລົງທຶນ ແລະ ຄໍາແນະນໍາ ກ່ຽວກັບ ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ-ອາກອນມູນຄ່າເພີ່ມ; ສືບຕໍ່ຊຸກຍູ້ຕິດຕາມກວດກາ ການຊໍາລະຜ່ານລະບົບທະນາຄານຂອງຫົວໜ່ວຍທຸລະກິດ ແລະ ນັກລົງທຶນ ລວມທັງການປະຕິບັດໂຄງການ ແລະ ຄົ້ນຄວ້າຫັນໂຄງການໃນຮູບແບບທົດລອງ ແລະ ແບບປົກຕິ ເປັນຕົ້ນ.

ອີງຕາມຕົວເລກ ຈາກສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ, ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນພຶດສະພາ 2024 ຍັງສືບຕໍ່ເໜັງຕີງເພີ່ມສູງຂຶ້ນ ຢູ່ໃນລະດັບ 25.8% (ເດືອນເມສາ 2024 ຢູ່ໃນລະດັບ 24.9%) ໃນນັ້ນໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດຮັກສາ ສຸຂະພາບ ແລະ ຢາ ເພີ່ມຂຶ້ນ 38.5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 36.6%, ເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 31.3%, ໝວດເຫຼົ້າ ແລະຢາສູບ ເພີ່ມຂຶ້ນ 29.6% ແລະ ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 27.7%.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/