ການລົງນາມຮ່າງກົດໝາຍຄັ້ງໃໝ່ໃນ El Salvador ມີບົດບາດສໍາຄັນຢ່າງຍິ່ງໃນການພັດທະນາເສດຖະກິດຂອງປະເທດ


ກົດໝາຍສົ່ງເສີມການຜະລິດນະວັດຕະກໍາ ແລະ ເທັກໂນໂລຢີຈະ “ມີສ່ວນສຳຄັນຫຼາຍ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ” ພ້ອມຍັງສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບໜຸ່ມສາວເພີ່ມ​ຂຶ້ນ.

ເມື່ອວັນທີ 4 ເດືອນພຶດສະພາທີ່ຜ່ານມາ, Nayib Bukele ປະ​ທາ​ນາ​ທິ​ບໍ​ດີ El Salvador ໄດ້ປະກາດບັງຄັບໃຊ້ກົດໝາຍທີ່ລົດຜ່ອນພາສີສໍາລັບເທັກໂນໂລຢີນະວັດຕະກຳ ລວມເຖິງການສ້າງຊອບເເວ, Crypto ເເລະ AI.

ທັງນີ້ ກົດໝາຍທີ່ລົງນາມໂດຍ Nayib Bukele ຈະຍົກເວັ້ນການເກັບພາສີສໍາລັບເທັກໂນໂລຢີເຫຼົ່ານີ້ເປັນເວລາ 15 ປີ ເເລະ ຍັງລວມເຖິງການຫັກພາສີກຳໄລຈາກການຂາຍຮຸ້ນ ເຊິ່ງຈະຈ່າຍພາສີກໍຕໍ່ເມື່ອໄດ້ຮັບຜົນກຳໄລຈາກການຂາຍສິນຊັບເທົ່ານັ້ນ.

ຮ່າງ​ກົດໝາຍ​ດັ່ງກ່າວ​ໄດ້​ຮັບ​ການ​ອະນຸມັດ​ໃນ​ວັນ​ທີ 19 ​ເມສາ​ນີ້ ​ໂດຍ​ສະພາ​ນິຕິບັນຍັດ​ຂອງ El Salvador.

Elisa Rosales ສະມາຊິກລັດຖະສະພາກ່າວໃນກອງປະຊຸມວ່າ ສະພານິຕິບັນຍັດໃໝ່ ແລະ ຝ່າຍບໍລິຫານກຳລັງເຮັດວຽກເພື່ອວາງຕຳແໜ່ງປະເທດໃນຖານະເປັນຜູ້ນຳດ້ານການຜະລິດດ້ານເທັກໂນໂລຍີໃນອາເມລິກາລາຕິນ.

“ມີແຮງຈູງໃຈ 5 ປະການທີ່ໄດ້ຮັບເປັນເວລາ 15 ປີ ແລະ ພວກເຮົາບໍ່ໄດ້ກຳນົດຈຳນວນເງິນໃນການລົງທຶນຂັ້ນຕ່ຳ. ເນື່ອງຈາກວ່າພວກເຮົາຕ້ອງການທີ່ຈະສະໜັບສະໜູນການເລີ່ມຕົ້ນທັງໝົດເຫຼົ່ານັ້ນ. ພວກເຮົາມີວິໄສທັດທີ່ແຕກຕ່າງ ເເລະ ກຳລັງວາງຕຳເເໜ່ງປະເທດຂອງພວກເຮົາດ້ວຍຮູບເເບບທີ່ແຕກຕ່າງອອກໄປໃນລະດັບສາກົນ”

ນອກຈາກນັ້ນ, ກົດໝາຍໃໝ່ນີ້ຈະສ້າງໂອກາດສໍາລັບການພັດທະນາຂອງ AI, ເທັກໂນໂລຢີທີ່ກ້າວໜ້າທີ່ຜູ້ໃຊ້ ແລະ ບໍລິສັດຫຼາຍລ້ານຄົນໃນແຕ່ລະມື້ ເພື່ອປັບປຸງປະສິດທິພາບ ເເລະ ຜົນຮັບໃຫ້ດີຍິ່ງຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/