ການຄຸກຄາມທາງເພດ ຫຼື Sexual Harassment ໄພສັງຄົມທີ່ບໍ່ຄວນເບິ່ງຂ້າມ


ເມື່ອບໍ່ດົນມານີ້ ໄດ້ມີປະເດັນຮ້ອນແຮງທາງສັງຄົມກ່ຽວກັບການຄຸກຄາມທາງເພດຜ່ານແຫຼ່ງຂ່າວສານອອນລາຍຕ່າງໆ ແລະ ກາຍມາເປັນການຕັ້ງຄໍາຖາມວ່າ ການກະທໍາແນວໃດແດ່ຈຶ່ງສາມາດເອີ້ນວ່າເປັນການຄຸກຄາມທາງເພດ? ເມື່ອເວົ້າເຖິງການຄຸກຄາມທາງເພດ ຫຼື Sexual Harassment ຫຼາຍຄົນອາດເຂົ້າໃຈວ່າແມ່ນການຂົ່ມຂືນ ຫຼື ທຳມິດສາຈານ ຈຶ່ງເອີ້ນວ່າເປັນການຄຸກຄາມທາງເພດເທົ່ານັ້ນ ແຕ່ຄວາມຈິງແລ້ວ ຍັງລວມເອົາພຶດຕິກໍາທີ່ເປັນການພະຍາຍາມຂົ່ມຂືນ ແລະ ທຸກໆການກະທໍາທີ່ສື່ໄປໃນທາງເພດ ໂດຍທີ່ອີກຝ່າຍບໍ່ໄດ້ໃຫ້ການຍິນຍອມ ເຊັ່ນ: ການໃຊ້ສາຍຕາ, ການໃຊ້ນ້ຳສຽງ ແລະ ການເວົ້າຈາສອງແງ່ສອງງ່າມ, ການສົ່ງຂໍ້ຄວາມກໍ່ກວນ ແລະ ພະຍາຍາມຂົ່ມຂູ່ທາງເພດ, ການສໍາຜັດຈັບບາຍຮ່າງກາຍຄົນອື່ນໂດຍທີ່ອີກຝ່າຍຍັງບໍ່ອະນຸຍາດ ເປັນຕົ້ນ. ທັງນີ້, ການຄຸກຄາມທາງເພດ ຍັງມັກເກີດຂຶ້ນໃນສະຖານທີ່ສຶກສາ, ສໍານັກງານຫ້ອງການ, ສະຖານທີ່ສາທາລະນະ ແລະ ສາມາດເກີດຂຶ້ນກັບທັງເພດຍິງ, ເພດຊາຍ, ເພດທາງເລືອກ ແລະ ລວມທັງເດັກນ້ອຍ ອີກດ້ວຍ ເຊິ່ງທີ່ຜ່ານມາຫຼາຍຄົນອາດຈະຍັງບໍ່ເຂົ້າໃຈວ່າບາງການກະທຳນັ້ນແມ່ນເປັນການຄຸກຄາມທາງເພດ. ສະນັ້ນ, ມື້ນີ້ມາທໍາຄວາມເຂົ້າໃຈໃໝ່ວ່າ ການກະທຳໃດແດ່ ທີ່ເອີ້ນວ່າເປັນການກະທຳທີ່ “ຄຸກຄາມທາງເພດ” ຕໍ່ບຸກຄົນອື່ນ ດັ່ງລຸ່ມນີ້:  

  1. ການຄຸກຄາມທາງຮ່າງກາຍ: ແມ່ນການສຳຜັດ ຫຼື ຈັບບາຍສ່ວນໃດໜຶ່ງຂອງຮ່າຍກາຍຄົນອື່ນໂດຍທີ່ອີກຝ່າຍບໍ່ຍິນຍອມ ເຊັ່ນ: ແຂນ, ຂາ, ໜ້າເອິກ, ຫອມແກ້ມ, ໂອບກອດ, ຈູບ, ນັ່ງ ຫຼື ຢືນໄປແນບຊິດ ຈົນອີກຝ່າຍເກີດຄວາມອຶດອັດ, ບໍ່ປອດໄພ ແລະ ບໍ່ສະບາຍໃຈ; ການພະຍາຍາມຂັດຂວາງບໍ່ໃຫ້ອີກຝ່າຍຍ່າງຜ່ານໄປອີກທາງດ້ານໜຶ່ງດ້ວຍການແຕະຕ້ອງຮ່າງກາຍ, ການຕິດຕາມ (Stalk) ເຫຍື່ອໄປທຸກສະຖານທີ່ຕ່າງໆ, ຈົນລວມໄປເຖິງການພະຍາຍາມຂົ່ມຂືນ ຫຼື ທຳມິດສາຈານຄົນອື່ນ, ການພະຍາຍາມຫຼອກລໍ້ເພື່ອໃຫ້ອີກຝ່າຍສົມຍອມໂດຍບໍ່ເຕັມໃຈ.
  2. ການຄຸກຄາມຜ່ານທາງດ້ານຄຳເວົ້າ ແລະ ລັກສະນະທ່າທາງ:​ ແມ່ນການໃຊ້ຄຳເວົ້າທີ່ມີລັກສະນະສອງແງ່ສອງງ່າມທີ່ສໍ່ໄປທາງເພດ, ການສະແດງທ່າທາງທີ່ມີຄວາມໝາຍທາງເພດ ເຊັ່ນ: ການໃຊ້ມືສະແດງສັນຍະລັກທາງເພດ, ການຜິວປາກ, ການຂົ່ມຂູ່ດ້ວຍຄໍາເວົ້າ, ການເບິ່ງດ້ວຍສາຍຕາທີ່ສໍ່ໄປໃນທາງເພດ, ການຕັ້ງຄຳຖາມສ່ວນຕົວລົງເລິກເລື່ອງທາງເພດຕໍ່ອີກຝ່າຍ ເຮັດໃຫ້ອີກຝ່າຍຮູ້ສຶກອຶດອັດບໍ່ສະບາຍໃຈ. 
  3. ການຄຸກຄາມຜ່ານທາງສື່ອອນລາຍ ຫຼື ຊ່ອງທາງຕິດຕໍ່ໃດໜຶ່ງ: ແມ່ນການຄຸກຄາມອີກຝ່າຍດ້ວຍການສົ່ງຂໍ້ຄວາມ, ການຄອມເມັ້ນ, ການສົ່ງຕໍ່ຮູບພາບ/ວີດີໂອ ທີ່ມີເນື້ອຫາຄຸກຄາມທາງເພດໃຫ້ອີກຝ່າຍ, ການລັກຖ່າຍພາບ ຫຼື ວີດີໂອສ່ວນຕົວຂອງເຫຍື່ອ, ການນໍາຂໍ້ມູນມາຂົ່ມຂູ່ ຫຼື ເຜີຍແຜ່ຂໍ້ມູນສ່ວນຕົວຂອງອີກຝ່າຍທີ່ເຮັດໃຫ້ເກີດຄວາມເສື່ອມເສຍຊື່ສຽງ ຫຼື ເປັນທີ່ອັບອາຍຕໍ່ສາທາລະນະ.

ວິທີຮັບມື ເມື່ອຕ້ອງຕົກຢູ່ໃນສະຖານະການຖືກຄຸກຄາມທາງເພດ

ຖ້າຫາກເຮົາຕ້ອງຕົກຢູ່ໃນສະຖານະການຖືກຄຸກຄາມທາງເພດ ຫຼື ຢູ່ໃນເຫດການທີ່ມີການຄຸກຄາມທາງເພດ ເກີດຂຶ້ນ ຄວນປະຕິບັດຕົນດັ່ງນີ້:

  1. ຢ່າເມີນເສີຍ ຫຼື ຈໍາຍອມຕໍ່ສະຖານະການທີ່ເກີດຂຶ້ນ:

ເມື່ອເກີດເຫດການທີ່ຮູ້ສຶກບໍ່ປອດໄພ, ບໍ່ສະບາຍໃຈ ຫຼື ກຳລັງຖືກຄຸກຄາມທາງເພດຈາກອີກຝ່າຍຢູ່ ຢ່າເມີນເສີຍຕໍ່ເຫດການ ຫຼື ຈໍາຍອມຕໍ່ອີກຝ່າຍຍ້ອນຢ້ານກົວອີກຝ່າຍ ເຊັ່ນ: ຢູ່ໃນສະຖານທີ່ເຮັດວຽກ ຫາກເກີດເຫດການທີ່ຫົວໜ້າພະຍາຍາມທີ່ຈະສຳຜັດຮ່າງກາຍຂອງເຮົາ ໃຫ້ເຮົາກ້າທີ່ຈະປະຕິເສດ ແລະ ກ້າທີ່ຈະບອກວ່າເຮົາບໍ່ສະບາຍໃຈຕໍ່ການກະທຳຂອງອີກຝ່າຍ ໂດຍບໍ່ຕ້ອງເກງໃຈອີກຝ່າຍຍ້ອນເປັນຫົວໜ້າ. ທັງນີ້, ຖ້າເຮົາຍອມຮັບການກະທຳດັ່ງກ່າວຍ້ອນຄວາມເກງໃຈ ຫຼື ບໍ່ຢາກຖືສາອີກຝ່າຍ ຈະເຮັດໃຫ້ຕົນເອງຕົກຢູ່ໃນສະຖານະການສຸ່ມສ່ຽງອາດເກີດເຫດຮຸນແຮງຂຶ້ນໃນຄັ້ງໜ້າ.

  1. ພະຍາຍາມບັນທຶກຫຼັກຖານ:

ພະຍາຍາມເກັບກໍາຫຼັກຖານໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ບໍ່ວ່າຈະເປັນການອັດສຽງ, ຖ່າຍພາບ, ຖ່າຍວິດີໂອ ເພື່ອເປັນຫຼັກຖານເອົາຜິດ.

  1. ເມື່ອເກີດເຫດບໍ່ຄາດຄິດ ໃຫ້ພະຍາຍາມເຈລະຈາຕໍ່ລອງ ເພື່ອຫຼົບໜີ:

ຫາກເຮົາຕົກຢູ່ໃນສະຖານະການທີ່ຮ້າຍແຮງໂດຍບໍ່ໄດ້ຄາດຄິດ, ໃຫ້ຕັ້ງສະຕິ ແລະ ລອງພະຍາຍາມເຈລະຈາໄກ່ເກ່ຍຕໍ່ລອງ ໃຊ້ຄໍາເວົ້າໂນ້ມນ້າວໃຈອີກຝ່າຍໃຫ້ປ່ຽນໃຈ ແລະ ຊອກຫາທາງອອກເອົາຕົວຫຼົບໜີທັນທີ.

  1. ໃຫ້ຮີບຮ້ອນແຈ້ງປັນຫາທີ່ເກີດຂຶ້ນ:

ທັນທີທີ່ເກີດເຫດການ ໃຫ້ຮີບຮ້ອນແຈ້ງຕໍ່ບຸກຄົນທີ່ເຮົາໄວ້ວາງໃຈໄດ້ ແລະ ແຈ້ງບັນຫາທີ່ເກີດຂຶ້ນກັບຜູ້ທີ່ມີອໍານາດເປັນກາງໃນການຕັດສິນໃຈ ເຊັ່ນ: ຖ້າເກີດເຫດການໃນສະຖານທີ່ເຮັດວຽກ ໃຫ້ລາຍງານຕໍ່ຫົວໜ້າ,​ ຜູ້ບໍລິຫານ ຫຼື HR ຂອງອົງກອນທີ່ກ່ຽວຂ້ອງທັນທີ.

  1. ຖ້າເປັນຜູ້ຢູ່ໃນເຫດການ ຄວນໃຫ້ຄວາມຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອ:

ການທີ່ເຮົາພົບເຫັນເຫດການ ແລ້ວເມີນເສີຍ ຈະເທົ່າກັບເຮົາສົມຮູ້ຮ່ວມຄິດ ຫຼື ມີສ່ວນຮ່ວມຕໍ່ກັບເຫດການທີ່ເກີດຂຶ້ນ. ສະນັ້ນ,ຖ້າວ່າເຮົາພົບເຫັນເຫດການຂໍຄວາມຊ່ວຍເຫຼືອຈາກເຫຍື່ອ ຫຼື ພົບເຫັນການຄຸກຄາມທາງເພດ ເກີດຂຶ້ນໃນສະຖານທີ່ໃດໜຶ່ງ ບໍ່ຄວນເມີນເສີຍ ໂດຍໃຫ້ພະຍາຍາມໃຊ້ວິທີຫ້າມ ຫຼື ຂໍຮ້ອງໃຫ້ຢຸດເຊົາການກະທຳນັ້ນທັນທີ.

ສະຫຼຸບແລ້ວ, ການຄຸກຄາມທາງເພດ (Sexual Harassment) ບໍ່ວ່າຈະເກີດຂຶ້ນກັບເພດໃດ ລ້ວນແລ້ວແຕ່ ສົ່ງຜົນກະທົບຕໍ່ສະພາບຈິດໃຈ ແລະ ຮ່າງກາຍຂອງຜູ້ຕົກເປັນເຫຍື່ອ ແລະ ການໃຊ້ຊີວິດໃນໄລຍະຍາວ ເຊັ່ນ: ເກີດພາວະຊຶມເສົ້າ, ວິຕົກກັງວົນ, ຢ້ານການເຂົ້າສັງຄົມ ເປັນຕົ້ນ. ຍ້ອນເຫດນີ້, ຈຶ່ງບໍ່ຄວນເມີນເສີຍຕໍ່ການຖືກຄຸກຄາມທາງເພດ ບໍ່ວ່າເຮົາຈະເປັນຜູ້ຖືກກະທໍາ ຫຼື ຢູ່ໃນເຫດການ ກໍຕາມ. ຍິ່ງໄປກວ່ານັ້ນ, ສັງຄົມເຮົາຄວນທຳຄວາມເຂົ້າໃຈໃໝ່ກ່ຽວກັບການກ່າວໂທດເຫຍື່ອ (Victim Blaming) ໃນລັກສະນະທີ່ວ່າ ເກີດມາຈາກຄວາມບໍ່ລະວັງຕົວຂອງເຫຍື່ອ, ເກີດຈາກການແຕ່ງຕົວຂອງເຫຍື່ອ ເປັນຕົ້ນ ເພາະຍິ່ງຈະເຮັດໃຫ້ຜູ້ຕົກເປັນເຫຍື່ອບໍ່ກ້າອອກມາຕໍ່ສູ້ເພື່ອເອົາຜິດກັບຜູ້ກະທໍາຄວາມຜິດ ແລະ ສຸດທ້າຍ ຈະກາຍເປັນການສ້າງຄ່ານິຍົມທີ່ຜິດໆໃຫ້ສັງຄົມ ເມີນເສີຍຕໍ່ສິ່ງທີ່ເກີດຂຶ້ນຈົນກາຍເປັນເລື່ອງທຳມະດາ.

ແຫຼ່ງຂໍ້ມູນອ້າງອີງ:

bit.ly/3KI9Sey

bit.ly/3RsbMUg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/